ຣັດຖະບານ ເວເນຊູແອລລາ ກ່າວວ່າ ເຮືອບິນອີກລຳນຶ່ງທີ່ບັນທຸກເງິນຕາຂອງໂບລີເວຍ
ໄດ້ມາເຖິງປະເທດ ເພື່ອບັນເທົາວິກິດການດ້ານການເງິນແລະເງິນຕາຂອງຕົນ. ແຕ່ພວກ
ຕ້ອງຕິກ່າວວ່າ ເງິນຕາດັ່ງກ່າວນີ້ ຈະບໍ່ຊ່ອຍເລື່ອງການຂາດແຄນສິນຄ້າ ທີ່ໄດ້ເຮັດໃຫ້
ການສະຫຼອງບຸນຄຣິສມັສຫງ່ວມເຫງົາໄປແລ້ວ ໃນປະເທດອາເມຣິກາໃຕ້ແຫ່ງນັ້ນ.
ພາບຂ້າງໜ້າ ຂ້າງຫຼັງ ຂອງເງິນ ໃບລະ 20,000 bolivar ໄດ້ວາງສະແດງໃນກອງປະຊຸມຖະແຫຼງຂ່າວ ໃນນະຄອນ Caracas, Venezuela, 7 ທັນວາ 2016.
ທ່ານນາງ ມາຣີແອລລາ ມາກາລານສ໌ ທະນາຍຄວາມຝ່າຍຄ້ານທີ່ສະພາແຫ່ງຊາດ
ກ່າວວ່າ ບຸນຄຣິສມັສຕາມປະເພນີແລະບຸນສະຫຼອງປີໃໝ່ ໄດ້ຮັບຄວາມດ່າງພ້ອຍ
ໄປດ້ວຍ ການຂາດອາຫານ ຢາປົວພະຍາດແລະສິນຄ້າອື່ນໆ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ພໍ່ຄ້າຄົນນຶ່ງ ກຳລັງກວດສອບເບິ່ງເງິນ ໃບ 100-bolivar ໃນຂະນະທີ່ຜູ້ຄົນກຳລັງເຂົ້າແຖວຢູ່ຂ້າງນອກທະນາຄານ ເພື່ອຝາກເງິນ ໃນນະຄອນ Caracas, Venezuela, 13 ທັນວາ, 2016.