ຕໍາຫລວດເວເນຊູເອລາ ຊ່ວຍຊີວິດ ນັກກີລາ baseball ທີ່ຖືກລັກພາໂຕໄປ

  • ສິງ ບູຣົມມະວົງ

ນາຍ Wilson Ramos ນັກກີລາຫລິ້ນ baseball ທີ່ຖືກຊ່ອຍຊີວິດໄວ້ ຈາກພວກລັກພາໂຕໄປ ໃນປະເທດເນເນຊູເອລາ. ວັນທີ 12 ພະຈິກ 2011.



















ບັນດາ​ເຈົ້າ​ໜ້າ​ທີ່ Venezuela ກ່າວ​ວ່າ ຕໍາຫລວດ​ຊ່ອຍ​ກູ້​ຊີວິດ ​ນາຍ Wilson Ramos ສັນຊາດ Venezuela ​ແລະ​ນັກກີລາ ​Baseball ໃນ​ສະຫະລັດ ​ໃນ​ເວລາ 2 ມື້​ຫລັງ​ຈາກ​ຜູ້ກ່ຽວ​ຖືກ​ລັກພາ​ໂຕ​ໄປ.

ນາຍ Ramos ​ໄວ 24 ປີ​ເປັນ​ມື​ຮັບ​ບານ baseball ​ໃນ​ທີ​ມ Washington Nationals ທີ່​ກຸງ​ວໍ​ຊິງ​ຕັນ ​ໄດ້​ຖືກພວກ​ຄົນ​ຮ້າຍ​ປະກອບ​ອາວຸດ​ຈໍານວນ​ນຶ່ງ​ລັກພາ​ໂຕ​ໄປ ໃນ​ຄືນ​ວັນ​ພຸດ​ຜ່ານ​ມາ​ນີ້ ​ຈາກເຮືອນ​ຂອງ​ຄອບຄົວ​ຂອງລາວ​ ​ໃນ​ເມືອງ Valencia ທີ່ Venezuela. ລັດຖະມົນຕີ​ຍຸ​ຕີ​ທໍາ​ຂອງ Venezuela ກ່າວ​ທາງ​ໂທລະ​ພາບ​ແຫ່ງ​ຊາດ​ໃນ​ແລງ​ວັນ​ສຸກ​ວານ​ນີ້​ວ່າ ປະທານາທິ ບໍດີ Hugo Chavez ​ໄດ້​ອະນຸຍາດໃຫ້ມີ​ການ​ປະຕິບັດ​ງານ​ຊ່ອຍ​ກູ້​ຊີວິດ​ນີ້ໂດຍ​ທາງ​ອາກາດ. ລັດຖະມົນຕີ​ຍຸຕິ​ທໍາທ່າ​ນນີ້​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ກຸມ​ຜູ້​ຄົນ​ໄວ້ 3 ຄົນ​ໃນ​ການ​ປະຕິບັດ​ງານ ​ຄັ້ງ​ນີ້ ທີ່​ຮວມທັງ​ການ​ໃຫ້ການ​ສະໜັບສະໜຸນ​ຈາກ​ໜ່ວຍ​ຮັກສາ​ດິນ​ແດນ​ແຫ່ງ​ຊາດ.