ຜູ້ນຳຝ່າຍຄ້ານ ເວເນຊູເອລາ ຈະອອກມາ ປະກົດຕົວ ເພື່ອ ນຳພາ ການປະທ້ວງ (ວີດີໂອ)

ກ້ອງວົງຈອນປິດ ເກັບກໍາເອົານາທີ ທີ່ຕໍາຫຼວດຕິດອາວຸດ ທີ່ໄດ້ບຸກເຂົ້າໄປ ໃນສໍານັກງານໃຫຍ່ ຂອງພັກ Popular Will ໃນກຸງ Caracas

ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເດີນຂະບວນປະທ້ວງ​ຢ່າງ​ນອງ​ເລືອດ
ຢູ່ຕາມ​ຖະໜົນຫົນທາງສາຍຕ່າງໆແລ້ວ ເບິ່ງຄື​ວ່າ ເວ​ເນ
ຊູ​ເອລາ ກໍາລັງ​ມຸ່ງໜ້າ​ໄປສູ່ການ​ປະ​ເຊີນ​ກັນ ໃນຂະນະທີ່
ຜູ້ນຳຝ່າຍຄ້ານ ທ່ານ Leopoldo Lopez ​ກ່າວ​ວ່າ
ທ່ານ​ຈະ​ອອກມາປະກົ​ດຕົວຈາກ​ການ​ລີ້ຊ່ອນ​ ​ໃນວັນອັງ
ຄານ​ມື້​ນີ້ເພື່ອ​ນໍາພາ​ການ​ເດີນຂະບວນ​ປະ​ທ້ວງ​ຕໍ່​ລັດຖະ
ບານນັ້ນ.

ປະທານາທິບໍດີ ເວ​ເນຊູ​ເອລາ ທ່ານ Nicolas Maduro
ຍັງໄດ້​ຮຽກຮ້ອງ​ໃຫ້​ພວກ​ທີ່​ສະໜັບສະໜູນ​ທ່ານ ລົງ​ສູ່​ຖະ
ໜົນຫົນທາງ​ ໃນ​ວັນ​ອັງຄານ​ມື້​ນີ້ ​ເຊັ່ນດຽວ​ກັນ.

ຜູ້ນໍາຝ່າຍຄ້ານ ທ່ານLeopoldo Lopez ກໍາລັງໃຫ້ການສໍາພາດໃນກຸງ Caracas, 11ກຸມພາ 2014


ທ່ານ Maduro ​ໄດ້​ກ່າວຫາ​ທ່ານ Lopez ​ຍຸຍົງໃຫ້ກໍ່ຄວາມ​ຮຸນ​ແຮງ
​ແລະ​ນໍາພາ​ ການສົມຮູ້ຮ່ວມຄິດທີ່ໄດ້ຮັບການ​ໜູນ​ຫຼັງ​ຈາກສະຫະລັດ
​ເພື່ອ​ໂຄ່ນ​ລົ້ມ​ທ່ານ.

​ເຈົ້າ​ໜ້າ​ທີ່ ໄດ້​ອອກ​ຊອກ​ຄົ້ນ​ຫາ ທ່ານ Lopez ຊຶ່ງ​ເປັນ​ຜູ້​ຈັດ​ແຈງ
ໃຫ້ມີການ​ປະ​ທ້ວງ​ດັ່ງກ່າວ​ທີ່​ນໍາ​ໄປ​ສູ່​ຄວາມ​ຮຸນ​ແຮງ​ນັ້ນ. ມີ 3 ຄົນ
​ຖືກ​ສັງຫານ​ໃນ​ສັບປະດາ​ແລ້ວ​ນີ້​ຊຶ່ງແມ່ນພວກ​ປະ​ທ້ວງຝ່າຍຄ້ານ
2 ຄົນ ຮ່ວມ​ຢູ່​ດ້ວຍ.

ຜູ້ປະທ້ວງຖືທຸງຊາດ​ໃນຄະນະທີ່ຮ້ອງໃສ່ຕໍາຫຼວດຈະລາຈົນ


ໃນວັນຈັນ​ວານ​ນີ້ ກອງ​ກໍາລັງຮັກສາ​ຄວາມ​ປອດ​ໄພ​ຂອງເວ​ເນ
ຊູ​ເອລາ ​ໄດ້​ເຂົ້າ​ກວດ​ຄົ້ນ​ສໍານັກງານ​ໃຫຍ່​ ​ພັກ Popular Will
ຂອງທ່ານ Lopez.

ທ່ານ Maduro ​ໄດ້ສັ່ງໃຫ້ເນລະເທດເຈົ້າ​ໜ້າ​ທີ່ການ​ທູດ​ຂອງ
​ສະຫະລັດ 3 ທ່ານ ຫຼັງ​ຈາກ​ທີ່​ທາງ​ສະຫະລັດ​ ໄດ້​ອອກ​ມາ​ປົກ
ປ້ອງ​ທ່ານ Lopez.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້ກ່າວ​
ໃນ​ວັນ​ເສົາ​ຜ່ານ​ມາ​ນີ້​ວ່າ ການ​ອອກ​ໝາຍ​ຈັບທ່ານ Lopez ມີ​ຜົນ​ກະທົບທີ່​ເຮັດ​ໃຫ້ພົນລະ​
ເມືອງ Venezuela ​ມີ​ຄວາມ​ຢ້ານ​ກົວ ທີ່​ຈະຊົມ​ໃຊ້ສິດທິຂອງພວກເຂົາເຈົ້າ ໃນສະ​ແດງ
ຄວາມ​ບໍ່ພໍ​ໃຈອອກ​ມາຢ່າງ​ສັນຕິ​ນັ້ນ.

Your browser doesn’t support HTML5

Venezuela Protests