ຜູ້ນຳຂອງໂລກ ໄປຮ່ວມ ພິທີ ສົ່ງສະການ ທ່ານ Chavez (ສະໄລດ໌/ວີດິໂອ)

ປະທານາທິບໍດີ Raul Castro ພວມຄຳນັບ ຂະນະທີ່ທ່ານ ຢືນຢູ່ໃກ້ໆສົບ ຂອງມື້ລາງປະທານາທິບໍດີ Hugo Chavez ທີ່ນຳໄປດອຍໄວ້ຢູ່ໂຮງຮຽນນາຍຮ້ອຍແຫ່ງນຶ່ງ ໃນກຸງກາຣາກາສ (7 ກຸມພາ 2013)

ພວກຜູ້ນຳຂອງໂລກຫຼາຍສິບທ່ານ ໄດ້ໄປເຕົ້າໂຮມກັນທີ່ນະຄອນ
ຫລວງເວເນຊູເອລາ ເພື່ອເຂົ້າຮ່ວມພິທີສົ່ງສະການ ຢ່າງເປັນທາງ
ການໃຫ້ແກ່ມື້ລາງປະທານາທິບໍດີ Hugo Chavez.

ປະທານາທິບໍດີອີຣ່ານ ທ່ານ Mahmoud Amadinejad ແລະປະ ທານາທິບໍດີຄິວບາ ທ່ານ Raul Castro ແມ່ນຮວມຢູ່ໃນບັນດາ ພວກຜູ້ນຳຂອງໂລກທີ່ໄປເຕົ້າໂຮມກັນຢູ່ນະຄອນຫຼວງກາຣາກາສ ເພື່ອເຂົ້າຮ່ວມພິທີສົ່ງສະການ ໃນວັນສຸກມື້ນີ້. ສະຫະລັດກໍໄດ້ສົ່ງ ພວກນັກການທູດຄະນະນຶ່ງ ໄປຮ່ວມພິທີດັ່ງກ່າວ.

ລັດຖະບານເວເນຊູເອລາກ່າວວ່າ ນັບແຕ່ມື້ວັນພຸດເປັນຕົ້ນມາມີ
ປະຊາຊົນຫລາຍກວ່າ 2 ລ້ານຄົນໄດ້ເຂົ້າແຖວຍ່າງຊ້າໆເພື່ອສະ
ແດງຄວາມເຄົາລົບ ຕໍ່ສົບມື້ລາງປະທານາທິບໍດີ Chavez ຊຶ່ງນຳ ໄປດອຍໄວ້ທີ່ໂຮງຮຽນນາຍຮ້ອຍທະຫານແຫ່ງນຶ່ງ.

ບັນດາຜູ້ນໍາໂລກ ໄປຮ່ວມ ສົ່ງສະການ ທ່ານ Chavez


ສົບຂອງທ່ານ Chavez ຈະຖືກນຳໄປດອຍໄວ້ ຕື່ມອີກ 7 ມື້ ຫຼັງຈາກພິທີສົ່ງສະການແລ້ວ
ເພື່ອໃຫ້ປະຊາຊົນຊາວເວເນຊູເອລາ ຈຳນວນອີກຫຼາຍໆລ້ານຄົນໄດ້ມີໂອກາດໄປສະແດງ
ຄວາມເຄົາລົບເປັນຄັ້ງສຸດທ້າຍຕໍ່ບຸກຄົນຜູ້ຊຶ່ງຈະໄດ້ຖືກຈົດຈຳໄວ້ ໃນຖານະຜູ້ນຳຄົນນຶ່ງທີ່
ມີຊີວິດຊີວາ ແລະເປັນບັນຫາຖົກຖຽງ ໂຕ້ແຍ້ງຫລາຍທີ່ສຸດຂອງໂລກນັ້ນ.

ຮອງປະທານາທິບໍດີເວເນຊູເອລາ ທ່ານ Nicolas Maduro ຈະສາບານໂຕເຂົ້າຮັບໜ້າທີ່ ຮັກສາການປະທານາທິບໍດີ ໃນຕອນບ່າຍຂອງວັນສຸກມື້ນີ້.

Your browser doesn’t support HTML5

Chavez Legacy Praised at Funeral