ປະທານາທິບໍດີ Hugo Chavez ແຫ່ງ Venezuela ມີອາການດີຂຶ້ນ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

South Korean soldiers take part in military training near the demilitarized zone separating the two Koreas in Paju, north of Seoul, April 4, 2013.


















ມີ​ລາຍ​ງານ​ວ່າ​ ປະທານາທິບໍດີ Hugo Chavez ​ແຫ່ງ Venezuela ມີ​ອາການ​ດີ​ຂຶ້ນ
ຫລັງ​ຈາກ​ການຜ່າຕັດ​ເນື້ອ​ງອກ​ອອກ.

ຮອງ​ປະທານາທິບໍດີ Elias Jaua ​ໄດ້​ປະກາດ​ເລື້ອງ​ນີ້​ໃຫ້​ຮູ້​ໃນ​ວັນ​ອັງຄານ​ວານ​ນີ້​ຕໍ່
ບັນດາ​ສະມາຊິກ​ສະພາ​ນິຕິບັນຍັດ​ຂອງ Venezuela ທີ່​ທ່ານ​ໄດ້​ຮັບ​ການຕອບສະ
ໜອງດ້ວຍ​ການ​ຕົບມື​ແລະ​ໂຮ​ຮ້ອງ​ສະໜັບສະໜຸນ​ປະທານາທິບໍດີ ​ໄວ 57 ປີ​ທ່ານ​ນີ້.

ທ່ານ Jaua ກ່າວ​ຕໍ່​ສະພາ​ແຫ່ງ​ຊາດ​ວ່າ ພວກ​ນາຍ​ແພດ​ໄດ້ຜ່າຕັດ​ເອົາ​ເນື້ອງອກອອກ
ຈາກ​ກະດູກ​ກະ​ໂທ້​ຍ​ແລະ​ເນື້ອ​ເຍື່ອ​ໃນບໍລິ​ເວນ​ອ້ອມ​ແອ້ມຂອງປະທານາທິບໍດີ Chavez
ນັ້ນ.

ທ່ານ Chavez ​ໄດ້​ເດີນທາງ​ໄປ​ຍັງຄີວບາ​ໃນ​ສັບປະດາ​ແລ້ວ​ນີ້ເພື່ອ​ທໍາ​ການຜ່າຕັດ​ໃນ
ອັນ​ທີ່ທ່ານ​ກ່າວ​ວ່າ ​ເບິ່ງ​ຄື​ວ່າ​ຈະ​ເປັນ​ເນື້ອງອກ​ໂຣກມະ​ເຮັງ​ນັ້ນ. ​ໃນ​ປີ​ແລ້ວ​ນີ້ ປະທາ
ນາທິບໍດີ Chavez ​ໄດ້​ມີ​ການຜ່າຕັດ​ແລະ​ປິ່ນປົວ​ໂດຍໃສ່ Chemo ທີ່​ຄີວ​ບາ​ເພື່ອ​ກໍາ
ຈັດ​ການເຕີບ​ໂຕ​ຂອງ​ໂຣກມະ​ເຮັງ​ຈາກ​ເຂດ​ກະດູກ​ກະ​ໂທ້​ຍ​ນັ້ນ.

ຮອງ​ປະທານ​າທິບໍດີ Jaua ກ່າວ​ວ່າ ທ່ານ Chavez ທໍາ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ໃກ້​ຊິດ
ກັບ​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ​ນັ້ນ. ປະທານາທິບໍດີ Chavez ບໍ່​ໄດ້​ໂອນ​ອໍານາດ​ໃຫ້​
ຮອງ​ປະທານາທິບໍດີ​ໃນ​ລະຫວ່າງທີ່​ທ່ານ​ພັກ​ຢູ່​ໃນ​ຄີວບາ​ນັ້ນ.

ຄີວບາ​ແລະ Venezuela ​ເປັນ​ພັນ​ທະ​ມິ​ດທີ່ເຂັ້ມ​ແຂງຕໍ່ກັນ ​ແລະ​ປະທານາທິບໍດີ
Chavez ມີ​ຄວາມ​ພໍ​ໃຈ​ນໍາ​ຄວາມ​ສໍາພັນທີ່​ອົບ​ອຸ່ນ​ກັບ​ອະດີດ​ຄະນະ​ນໍາພາ​ແລະ​ປັດຈຸ
ບັນ​ຂອງ​ຄີວບາຄື ທ່ານ Fidel Castro ​ແລະ​ທ່ານ Raul ນ້ອງ​ຊາຍ​ຂອງ​ທ່ານນັ້ນ.

ປະທານາທິບໍດີ Chavez ​ໄດ້​ຄອງ​ອໍານາດ​ໃນ Venezuela ມາ​ໄດ້13 ປີ​ແລ້ວ ​ແລະ
ຄາດ​ວ່າ​ຈະ​ຖືກ​ເລືອກ​ຕັ້ງ​ໃຫ້​ຄອງ​ອໍານາດ​ອີກ​ສະ​ໄໝ ນຶ່ງ​ຕື່ມ​ອີກ​ 6 ປີ​ໃນ​ເດືອນ​ຕຸລາ​
ປີ​ນີ້. ຄູ່​ແຂ່ງຂັນ​ຂອງ​ທ່ານ​ແມ່ນ​ທ່ານ Henrique Capriles ​ໄວ 39 ປີ ຊຶ່ງ​ເປັນ​ຜູ້​ຊະ
ນະ​ການ​ເລືອກຕັ້ງ​ຂັ້ນ​ຕົ້ນ​ຂອງ​ພວກຝ່າຍ​ຄ້ານ​ໃນ​ຕົ້ນ​ເດືອນ​ນີ້.

http://www.voanews.com/templates/widgetDisplay.html?id=140781083&player=article