ອຸບປະທູດ Venezuela ປະຈໍາ Kenya ຖືກບີບຄໍຕາຍ

  • ດາຣາ ບັກຄໍາ

ຕໍາຫລວດເຄັນຢາຄົນນຶ່ງ ຢືນຍາມຢູ່ໜ້າບ້ານພັກຂອງອຸບປະທູດ ເວເນຊູເອລາ ທີ່ຄຸ້ມ Runda ໃນນະຄອນຫລວງ Nairobi, ວັນສຸກທີ 27 ກໍລະກົດ, 2012.

ເຈົ້າ​ໜ້າ​ທີ່​ຕໍາຫລວດ ​Kenya ກ່າວ​ວ່າ ຜູ້ວ່າການ​ແທນເອກ​ອັກ​ຄະ​ລັດຖະທູດ Venezuela
ປະ​ຈໍາ ​Kenya ​ໄດ້​ຖືກ​ພົບ​ເຫັນ​ ​ໃນ​ສະພາບ​ສິ້ນ​ຊີວິດ​ ຍ້ອນຖືກບີບ​ຄໍ ທີ່​ບ້ານ​ພັກ​ທາງ​ການ​
ຂອງ​ທ່ານ​ນາງ ໃນນະຄອນຫລວງ ​Nairobi.

​ໃນມື້​ວັນ​ສຸກວານ​ນີ້ ຫົວໜ້າ​ຕໍາຫລວດ​ ​Nairobi ທ່ານ Anthony Kibuchi ​ໄດ້​ຊີ້​ໂຕ​ຜູ້​ເຄາະ​
ຮ້າຍ​ວ່າ ​ແມ່ນ​ທ່ານ​ນາງ Olga Fonseca Gimenez ອຸບ​ປະ​ທູດ ​ແລະ​ວ່າການ​ແທນເອກ​
ອັກ​ຄະ​ລັດຖະທູດ​ ຂອງ Venezuela ປະ​ຈໍາ Kenya.

​ເຈົ້າ​ໜ້າ​ທີ່ Kenya ກ່າວ​ວ່າ ທ່ານ​ນາງ Fonseca ​ໄດ້​ເດີນ​ທາງ​ໄປເຖິ​ງ Nairobi ເມື່ອ​ວັນ​ທີ
15 ເດືອນກໍລະກົດ ​ເພື່ອ​ວ່າການ​ແທນ​ເອກ​ຄະ​ລັດຖະທູດ Gerardo Carillo-Silva.

ອົງການ​ຂ່າວ Associated Press ລາຍ​ງານ​ວ່າ ທ່ານ​ Carillo-Silva ໄດ້​ອອກ​ຈາກເຄັນຢາ
ໄປ ຫລັງ​ຈາກພະ​ນັກ​ງານ​ຜູ້​ຊາຍ​ສາມ​ຄົນ ພາກັນ​ຢື່ນໜັງສືຟ້ອງ​ແລະ​ຈົ່ມ​ທຸກ​ວ່າ ທ່ານທໍາການ
​ລວນ​ລາມ​ທາງ​ເພດ ຕໍ່ພວກ​ເຂົາ​ເຈົ້າ​.

ລາຍ​ງານ​ເວົ້າ​ວ່າ ທ່ານ​ນາງ Fonseca ​ໄດ້​ເຂົ້າ​ແຊກ​ແຊງ​ຫລາຍ​ຄັ້ງ​ຫລາຍ​ຫົນ ​ແລະຂູ່ຈະ​ໄຫລ່​
ພວກ​ພະນັກງານ​ເຫລົ່າ​ນັ້ນອອກ​ ຖ້າ​ຫາກ​ວ່າ​ບໍ່​ຖອນ​ການ​ຟ້ອງ​ຮ້ອງ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກໍາລັງ​ສືບ​ສວນ​ການ​ສັງຫານທ່ານ​ນາງ Fonseca ​ແຕ່​ບໍ່​ໄດ້​ກ່າວເຖິງສາ
​ເຫດ​ທີ່​ອາດ​ເປັນ​ໄປ​ໄດ້ ຂອງ​ການ​ສັງຫານ​ນັ້ນ.