ທ່ານຜູ້ຟັງທີ່ເຄົາລົບ ໃນການຕິດຕາມເບິ່ງຄວາມກ້າວໜ້າຂອງບັນດາແມ່ຍິງອາເມຣິກັນ
ເຊື້ອສາຍລາວ ເນື່ອງໃນວັນສະຫລອງ ວັນແມ່ຍິງສາກົນ ວັນທີ 8 ເດືອນມີນາ ທີ່ຈະມາ
ເຖິງນີ້ ລາຍການຊີວິດຊາວລາວ ຂອງ ວີໂອເອ ຈຶ່ງໄດ້ຫາໂອກາດ ສະເໜີການສຳພາດ
ກັບຍານາງວັນເພັງ ດວງດາຣາ ທີ່ໄດ້ຮັບຜົນສຳເລັດ ໃນອາຊີບວຽກງານ ທີ່ໜ້າສັນລະ
ເສີນອີກຜູ້ນຶ່ງ. ຜູ້ກ່ຽວເປັນນາຍແພດຝ່າຍວາງຢາສະຫລົບ ໃຫ້ແກ່ຄົນປ່ວຍ ກ່ອນການ
ຜ່ານຕັດຢູ່ໂຮງໝໍ Sentinel ທີ່ລັດ Tennessee. ວັນເພງ ໄດ້ຜ່ານກັບຊີວິດທີ່ຍາກລໍາ
ບາກຫລາຍໆຢ່າງ ກ່ອນທີ່ຈະໄດ້ບັນລຸຜົນສຳເລັດ. ຄວາມເປັນມາຂອງ ຍານາງວັນເພັງ
ເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ຄວາມກ້າວໜ້າຂອງແມ່ຍິງອາເມຣິກັນເຊື້ອສາຍລາວ
ໃນສັດຕະວັດທີ 21 ໄດ້ພິສູດໃຫ້ເຫັນຫຼາຍໆຢ່າງ ໃນຄວາມມານະອົດທົນ ສະຫລຽວ
ສະຫລາດ ແລະສິດເສລີພາບ ໄປຈາກບັນດາແມ່ຍິງ ທີ່ຍັງຕົກຢູ່ພາຍໃຕ້ການຖືກກີດ
ກັ້ນຢູ່ໃນຫລາຍໆປະເທດທົ່ວໂລກ. ສະຫະລັດອາເມຣິກາ ໄດ້ພິສູດໃຫ້ເຫັນຊໍ້າແລ້ວ
ຊໍ້າອີກ ເຖິງອິດສະລະພາບດ້ານການສຶກສາ ແລະການປະກອບວິຊາອາຊິບຕ່າງໆ
ໂດຍໄດ້ບັນລຸເປັນຜົນສຳເລັດໃນໝູ່ປະຊາກອນທີ່ ເຂົ້າມາຕັ້ງຖິ່ນຖານຈາກປະເທດ
ຕ່າງໆທົ່ວທຸກມຸມໂລກ.
ຊາວອາເມຣິກັນເຊື້ອສາຍລາວກໍແມ່ນກຸ່ມນຶ່ງ ທີ່ເປັນຜູ້ໂຊກດີ ມີໂອກາດອັນສຳຄັນ ໃນ
ການຮັບໃຊ້ສັງຄົມ ແລະສ້າງສາສະຫະລັດ. ເຂົາເຈົ້າມີໂອກາດສະແຫວງຫາການສຶກ
ສາສູງ ເພື່ອອະນາຄົດອັນແຈ່ມໃສ ແລະເປັນຜະລິດຜົນອັນ ດີເລີດຂອງປະເທດ. ຍາ
ນາງວັນເພັງ ດວງດາຣາ ນາຍແພດໃສ່ຢາສະຫລົບ ແມ່ນສະຕີອາເມຣິກັນເຊື້ອສາຍ
ລາວທີ່ໜ້າສັນລະເສີນທີ່ສຸດ. ຊິວິດຂອງນາງໄດ້ຜ່ານຜ່າກັບຄວາມຍາກລຳບາກ ໄດ້
ເຫັນເຫດການຂອງຊີວິດຫລາຍໆຢ່າງເຊັນວ່າ ຄວາມໂສກເສົ້າ ການເປັນລູກກຳພ້າ
ການຂາດເຂີນຢາປົວພະຍາດ ແລະການຫລົບໜີຈາກຄວາມກົດດັນບໍ່ມີອິດສະລະພາບ.
ສິ່ງເຫລົ່ານີ້ ໄດ້ກາຍມາເປັນຢາກຳລັງໃຈ ເຮັດໃຫ້ນາງມີມານະອົດທົນ ຕໍ່ສູ້ກັບອຸບປະ
ສັກທຸກຂັ້ນຕອນໃນການຕັ້ງຊີວິດໃໝ່ ຈົນບັນລຸຜົນສຳເລັດຢ່າງໜ້າເພີ່ງພໍໃຈ. ວັນເພັງ
ເຂົ້າມາຕັ້ງຖິ່ນຖານ ຢູ່ໃນສະຫະລັດໃນປີ 1981 ເວລານັ້ນມີອາຍຸໄດ້ 17 ປີ ປັດຈຸບັນນີ້
ແມ່ນນາຍແພດຝ່າຍວາງຢາສະຫລົບ ກ່ອນການຜ່າຕັດໃຫ້ແກ່ຄົນເຈັບຢູ່ໂຮງໝໍ
Sentinel ທີ່ລັດ Tennessee ຕັ້ງຢູ່ທາງພາກໃຕ້ຂອງສະຫະລັດ ຊຶ່ງຍານາງວັນເພັງ
ໄດ້ກ່າວເຖິງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກການສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ກ່ອນວັນເພັງຈະໄດ້ກາຍມາເປັນນາຍແພດວາງຢາງສະຫລົບ ນາງໄດ້ເປັນນາງພະຍາ
ບານຢູ່ໃນຫ້ອງຜ່າຕັດຊົ່ວໄລຍະນຶ່ງ ຍານາງໄດ້ເຫັນສະພາບການຄົນເຈັບທຸກໆຢ່າງ
ແລະບໍ່ມີຄວາມຢ້ານກົວໃດໆ. ເພື່ອຄວາມກ້າວໜ້າ ໄປຕື່ມອີກຍານາງໄດ້ສຶກສາຮໍ່າຮຽນ
ຕໍ່ ເອົາວິຊາຝ່າຍວາງຢາສະຫລົບໃນຂະນະທີ່ເຮັດວຽກຢູ່ຫ້ອງຜ່າຕັດ ຊຶ່ງວັນເພັງໄດ້
ເຫລົ່າເຖິງປະສົບການຕອນນີ້ສູ່ຟັງວ່າ:
Your browser doesn’t support HTML5
ການເປັນນາງພະຍາບານ ແລະນາຍແພດຢູ່ໃນສະຫະລັດ ມີລາຍໄດ້ປະຈຳປີສູງສົມ
ຄວນ ຊຶ່ງຂຶ້ນຢູ່ກັບເຂດເມືອງຕ່າງໆ ຈາກລະດັບເປັນນາງພະຍາບານ ຂຶ້ນຫາລະດັບ
ນາຍແພດຜູ້ວາງຢາສະຫລົບ ແລະຂັ້ນດອກເຕີ. ວິຊາອາຊີບດັ່ງກ່າວນີ້ ມີຄວາມຮັບ
ຜິດຊອບສູງທີ່ສຸດຕໍ່ຊີວິດຂອງຄົນເຈັບ ຊຶ່ງອາດເຖິງຂັ້ນຟ້ອງຮ້ອງໄດ້ ຖ້າຫາກຜິດ
ພາດ ຊຶ່ງວັນເພັງໄດ້ກ່າວເຖິງລາຍໄດ້ປະຈຳປີດັ່ງນີ້:
Your browser doesn’t support HTML5
ຊີວິດຂອງວັນເພັງ ເປັນທີ່ໜ້າສັນລະເສີນ ໃນຄວາມບຶກບືນ ມີມານະອົດທົນ ແລະຕໍ່ສູ້
ກັບອຸບປະສັກຊິວີດຕ່າງໆນາໆ. ນາງເປັນແມ່ຍິງອາເມຣິກັນເຊື້ອສາຍລາວ ຢູ່ໃນ
ສະຫະລັດ ທີ່ຂະບວນການແມ່ຍິງສາກົນໄດ້ປູທາງໄວ້ໃຫ້. ເພາະສະນັ້ນ ເນື່ອງໃນໂອ
ກາດວັນສະຫລອງແມ່ຍິງສາກົນ ວັນທີ 8 ເດືອນມີນາອາທິດໜ້ານີ້ ວັນເພັງ ໄດ້ກ່າວ
ເຖິງສ່ວນພົວພັນກ່ຽວກັບເລື່ອງນີ້ວ່າ:
Your browser doesn’t support HTML5
ຍານາງວັນເພັງ ໄດ້ສະຫລຸບ ແລະກ່າວເຖິງຊີວິດຄວາມເປັນມາດັ່ງນີ້:
Your browser doesn’t support HTML5
ພ້ອມດຽວກັນນີ້ ຄະນະຈັດທຳລາຍການ ວີໂອເອ ຂໍສະແດງຄວາມຂອບໃຈມາຍັງຍາ
ນາງວັນເພັງ ດວງດາຣາ ທີ່ໄດ້ແບ່ງປັນຄວາມເປັນມາໃນປະສົບການຂອງຊີວິດຂອງຜູ້
ກ່ຽວ ທີ່ໄດ້ວາງບົດບາດໄວ້ໃຫ້ເປັນໂຕຢ່າງທີ່ດີໃຫ້ແກ່ເຍົາວະຊົນລຸ້ນຫລັງຂອງພວກເຮົາ.