ອຳນາດການປົກຄອງເມືອງວັງວຽງ ຄາດວ່າຈະດືງດູດເອົານັກທ່ອງທ່ຽວ ໃຫ້ເດີນທາງ
ເຂົ້າມາວັງວຽງໄດ້ຫຼາຍກວ່າ 300,000 ຄົນ ໃນຕະຫຼອດປີ 2018 ນີ້ໂດຍສະເພາະແມ່ນ
ນັກທ່ອງທ່ຽວຈາກປະເທດຈີນນັ້ນ ຊຶ່ງຊົງລິດ ໂພນເງິນ ນັກຂ່າວ ວີໂອເອ ມີລາຍງານ
ຈາກບາງກອກ.
Your browser doesn’t support HTML5
ເຊີນຟັງລາຍງານ ເມືອງລາວໃນປັດຈຸບັນ
ທ່ານຄຳຜອງ ດວງວິໄລ ເຈົ້າເມືອງ ເມືອງວັງວຽງ ແຂວງວຽງຈັນ ໃຫ້ການຢືນຢັນວ່າໃນ
ລະຍະ 10 ເດືອນທີ່ຜ່ານມາຂອງປີ 2018 ນີ້ ມີນັກທ່ອງທ່ຽວເດີນທາງມາທ່ອງທ່ຽວໃນ
ເຂດວັງວຽງແລ້ວ 250,000 ກວ່າຄົນ ຊຶ່ງເພີ້ມຂຶ້ນເກີນ ກວ່າ 50 ເປີເຊັນ ທຽບໃສ່ລະ
ຍະດຽວກັນໃນປີ 2017 ແລະດ້ວຍສະພາບການດັ່ງກ່າວ ຈຶ່ງເຊື່ອໝັ້ນວ່າໃນຕະຫຼອດປີ
2018 ນີ້ຈະມີນັກທ່ອງທ່ຽວເດີນທາງມາວັງວຽງຈຳນວນທັງໝົດເກີນກວ່າ 300,000
ຄົນ ຢ່າງແນ່ນອນ ຫຼືເພີ້ມຂຶ້ນເຖິງ 58 ເປີເຊັນ ທຽບກັບໄລຍະຕະຫຼອດປີ 2017 ທີ່ຜ່ານ
ມາ ທັ້ງນີ້ດ້ວຍການບູລະນະແຫຼ່ງທ່ອງທ່ຽວໃຫ້ສະອາດງາມຕາ ມີຄວາມປອດໄພ ແລະ
ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວຢ່າງແທ້ຈິງ ດັ່ງທີ່ທ່ານຄຳຜອງ ຢືນຢັນວ່າ:
“ເພື່ອຮັບຮອງໃຫ້ແກ່ການທ່ອງທ່ຽວ ໄດ້ເວົ້າກັບຜູ້ປະກອບການເພື່ອຮັບຮອງນັ້ນ ອັນ
ນຶ່ງມາລະແມ່ນບູລະນະພັດທະນາໃຫ້ແຫຼ່ງທ່ອງທ່ຽວໃຫ້ເປັນໜ້າຢູ່ໜ້າຊົມ ແລະໜ້າ
ໄປທ່ຽວ ທີ່ກ່ຽວກັບບັນຫາການລ່ອງເຮືອຄາຍັກ ການທ່ອງທ່ຽວທາງນ້ຳຖືວ່າມີຄວາມ
ປອດໄພ 100 ເປີເຊັນຫັ້ນແລະ ເປັນນ້ຳທີ່ໃສຂາວ ແລະກະເປັນນ້ຳທີ່ສະອາດ ກ່ຽວ
ກັບບັນຫາເສັ້ນທາງຄົມມະນາຄົມເຂົ້າໄປແຫຼ່ງທ່ອງທ່ຽວນີ້ ມາຮອດປັດຈຸບັນນີ້ກໍຄືວ່າ
ໄດ້ຮັບການປັບປຸງຈຳນວນນຶ່ງ ເພື່ອຮັບໃຊ້ໃຫ້ແກ່ການທ່ອງທ່ຽວ.”
ໃນປັດຈຸບັນເຂດວັງວຽງມີແຫຼ່ງທ່ອງທ່ຽວທຳມະຊາດ 43 ແຫ່ງ ຊຶ່ງຮວມມີຖ້ຳ 34 ແຫ່ງ
ນ້ຳຕົກ 2 ແຫ່ງ ຍອດພູສູງ 4 ແຫ່ງ ແລະແຫຼ່ງນ້ຳທຳມະຊາດ 3 ແຫ່ງ ຊຶ່ງໄດ້ສຳເລັດ
ການພັດທະນາ ແລະເປີດໃຫ້ບໍລິການແລ້ວ 21 ແຫ່ງ ມີ ສະຖານທີ່ພັກເຊົາ 145 ແຫ່ງ
2,745 ຫ້ອງ ຮ້ານອາຫານ ແລະສະຖານບັນເທີງອີກ 130 ກວ່າແຫ່ງ ໂດຍໃນປີ 2017
ມີນັກທ່ອງທ່ຽວ 189,700 ກວ່າຄົນທີ່ເດີນທາງເຂົ້າມາທ່ອງທ່ຽວໃນວັງວຽງ ຊຶ່ງໃນນີ້ກໍ
ເປັນນັກທ່ອງທ່ຽວຊາວຕ່າງຊາດ 149,400 ກວ່າຄົນ ສ້າງລາຍຮັບໃຫ້ພາກບໍລິການ
ແລະການທ່ອງທ່ຽວໃນເຂດເມືອງວັງວຽງໄດ້ຫຼາຍກວ່າ 94 ຕື້ກີບ ສ່ວນໃນປີ 2018 ນີ້
ກໍຄາດວ່າພາກບໍລິການ ແລະການທ່ອງທ່ຽວໃນເຂດວັງວຽງຈະມີລາຍຮັບລວມເກີນ
ກວ່າ 150 ຕື້ກີບ ຈາກນັກທ່ອງທ່ຽວ 300,000 ກວ່າຄົນ ໃນນີ້ຈະເປັນນັກທ່ອງທ່ຽວ
ຊາວຕ່າງຊາດຫຼາຍກວ່າ 200,000 ຄົນ ໂດຍສະເພາະແມ່ນນັກທ່ອງທ່ຽວຈີນນັ້ນ.
ແຕ່ຢ່າງໃດກໍຕາມ ທ່ານບໍ່ແສງຄຳ ວົງດາຣາ ລັດຖະມົນຕີວາການກະຊວງຖະແຫຼງ
ຂ່າວ ວັດທະນາທຳ ແລະທອງທ່ຽວ ຍອມຮັບວ່າພາກສ່ວນທີ່ໄດ້ຮັບຜົນປະໂຫຍດຈາກ
ນັກທ່ອງທ່ຽວຊາວຈີນ ທີ່ເດີນທາງເຂົ້າມາໃນລາວ ໃນລະຍະທີ່ຜ່ານມານັ້ນກໍຄືບັນດາ
ນັກທຸລະກິດຈີນທີ່ລົງທຶນໃນພາກທຸລະກິດບໍລິການ ແລະທ່ອງທ່ຽວຢ່າງຄົບວົງຈອນ
ໃນລາວ ຈຶ່ງເຮັດໃຫ້ນັກທຸລະກິດຈີນເຫຼົ່ານີ້ໄດ້ຮັບຜົນປະໂຫຍດໃນຖານະທີ່ເປັນເຈົ້າ
ຂອງກິດຈະການໂຮງແຮມ ຮ້ານອາຫານ ແລະສະຖານບັນເທີງຕ່າງໆ ທັງຍັງເປັນເຈົ້າ
ຂອງບໍລິສັດທ່ອງທ່ຽວ ທີ່ນຳພາບັນດານັກທ່ອງທ່ຽວຊາວຈີນເຂົ້າມາໃນລາວອີກດ້ວຍ.
ໂດຍໃນປີ 2016 ຫາ 2017 ມີນັກທ່ອງທ່ຽວຊາວຈີນເດີນທາງມາລາວຫຼາຍ ກວ່າ 1
ລ້ານ 2 ແສນຄົນ ສ່ວນໃນປີ 2018 ນີ້ ຄາດວ່າຈະມີນັກທ່ອງທ່ຽວຊາວຈີນເດີນທາງ
ມາລາວເກີນກວ່າ 800,000 ຄົນ ແລະດ້ວຍສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ທຸ
ລະກິດບໍລິການ ແລະທ່ອງທ່ຽວຂອງລາວຈະຕ້ອງປັບປຸງ ຕົວເອງ ເພື່ອໃຫ້ສາມາດ
ແຂ່ງຂັນກັບບັນດານັກທຸລະກິດຈີນ ໃຫ້ໄດ້ທັງໃນດ້ານບຸກຄະລາກອນ ແລະຄຸນນະ
ພາບການໃຫ້ບໍລິການທີ່ຮວມເຖິງສິ່ງອຳນວຍຄວາມສະດວກສະບາຍຕ່າງໆ ຢ່າງ
ຄົບຖ້ວນອີກດ້ວຍ.
ທາງດ້ານທ່ານນາງບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ໄດ້ຢືນຢັນວ່າ
ທຸລະກິດບໍລິການ ແລະທ່ອງທ່ຽວໃນແຂວງໄຊຍະບູລີ ມີທ່າອ່ຽງຂະຫຍາຍໂຕເພີ້ມຂຶ້ນ
ຢ່າງຕໍ່ເນື່ອງ ໂດຍໃນປີ 2017 ທີ່ຜ່ານມາກໍປາກົດວ່າມີນັກທ່ອງທ່ຽວຊາວຕ່າງຊາດ
ເດີນທາງເຂົ້າມາໃນແຂວງໄຊຍະບູລີຈຳນວນ 150,000 ກວ່າຄົນເຮັດໃຫ້ພາກທຸລະ
ກິດບໍລິການ ແລະທ່ອງທ່ຽວຂອງແຂວງໄຊຍະບູລີ ມີລາຍຮັບຮວມເກີນກວ່າ 6 ລ້ານ
5 ແສນໂດລາສະຫະລັດ ສ່ວນໃນປີທ່ອງທ່ຽວລາວ 2018 ນີ້ກໍຄາດໝາຍວ່າຈະມີນັກ
ທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນແຂວງໄຊຍະບູລີຫຼາຍກວ່າ 300,000
ຄົນ ຊຶ່ງກໍຈະເຮັດໃຫ້ພາກບໍລິການແລະທ່ອງທ່ຽວມີລາຍຮັບເກີນກວ່າ 18 ລ້ານໂດລາ
ສະຫະລັດ ທັງຍັງເປັນປັດໃຈທີ່ຈະດືງດູດການລົງທຶນຈາກຕ່າງປະເທດໄດ້ເພີ້ມຂຶ້ນ
ດ້ວຍ ໂດຍສະເພາະແມ່ນການລົງທຶນຂອງບໍລິສັດທ່ອງທ່ຽວຈີນ 7 ລາຍທີ່ນຳພານັກ
ທ່ອງທ່ຽວຊາວຈີນເຂົ້າມາໃນແຂວງໄຊຍະບູລີ.
ປັດຈຸບັນ ແຂວງໄຊຍະບູລີມີໂຮງແຮມ 7 ແຫ່ງ ເຮືອນພັກ 167 ແຫ່ງ ຣີສອດ 7 ແຫ່ງ
ສາມາດຮອງຮັບນັກທ່ອງທ່ຽວໄດ້ເກືອບ 3,000 ຄົນໃນແຕ່ລະວັນ ມີຮ້ານອາຫານ
57 ແຫ່ງ ຮ້ານກິນດື່ມ 36 ແຫ່ງ ສະຖານບັນເທີງ 19 ແຫ່ງ ແລະມີແຫຼ່ງທ່ອງທ່ຽວ
ທຳມະຊາດ ປະຫວັດສາດ ແລະວັດທຫະນາທຳເຖິງ 45 ແຫ່ງ.