ສປປ ລາວ ວາງເປົ້າໝາຍ ສຳຄັນ ກ່ຽວກັບ ການກຳຈັດ ລະເບີດ ທີ່ຍັງບໍ່ທັນແຕກ ໃນ ທົ່ວປະເທດ

ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ຖ່າຍຮູບກັບ ເຈົ້າໜ້າທີ່ ອົງການ UXO ຂອງລາວ ທີ່ສວນວາງສະແດງ ລະເບີດທີ່ຍັງບໍ່ທັນແຕກ ຫຼື Garden UXO.

ທາງ​ການ​ລາວ​ກຳນົດ 3 ​ເປົ້າ​ໝາຍ​ສຳຄັນ​ໃນ​ການ​ແກ້​ໄຂ​ບັນຫາ​ຜົນ​ກະທົບ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວ (UXO) ​ໃຫ້​ມີ​ປະສິດທິພາບ​ສູງຂຶ້ນ ດ້ວຍ​ການ​ຮ່ວມ​ມື​ກັບ​ສາກົນ ຢ່າງຮອບດ້ານ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

Your browser doesn’t support HTML5

ລາຍການເມືອງລາວໃນປັດຈຸບັນ: ເປົ້າໝາຍຂອງການປະຕິບັດການກ່ຽວກັບລະເບີດທີ່ຍັງບໍ່ທັນແຕກ ໃນສປປ ລາວ

ທ່ານພູ​ຂຽວ ຈັນທະ​ສົມບູນ ຫົວ​ໜ້າຫ້ອງວ່າການຄະນະ​ກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ​
ເພື່ອ​ແກ້​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວ (Lao UXO) ຢືນຢັນວ່າທີ່​ເປັນ​
ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ລາວ​ກັບ​ນາໆ​ຊາດ ​ໄລຍະ​ທີ 3 ທີ່​ໄດ້​ເລີ້ມ​ລົງມື​ຈັດ​ຕັ້ງ​
ປະຕິ​ບັດ ນັບ​ແຕ່​ປີ 2017 ​ໄປ​ຈົນ​ເຖິງ​ປີ 2021 ນັ້ນ ​ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ໃນ
​ການ​ເສີ​ມຂະຫຍາຍການ​ຮ່ວມ​ມື​ ລະຫວ່າງ Lao UXO ກັບ​ບັນດາ​ອົງການ​ສາກົນ
ທີ່​ບໍ່​ຂຶ້ນກັບ​ລັດຖະບານ ​ໃຫ້ຫຼາຍຂຶ້ນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ຮວມ​ເຖິງການ​ຮ່ວມ​ມືກັບ​ທາງ​ການ
​ສະຫະລັດອາ​ເມຣິກາ​ດ້ວຍ ​ເພາະ​ເຊື່ອ​ໝັ້ນ​ວ່າ ຈະ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດມີ​ປະສິດ
ທິພາບ​ສູງ​ຂຶ້ນ ​ເພື່ອ​ເຮັດ​ໃຫ້ສາມາດ​ບັນລຸ​ເປົ້າ​ໝາຍທີ່ທາງ​ການ​ລາວ ​ໄດ້​ວາງ​ເອົາ​ໄວ້ ​
ໃນ 3 ດ້ານ​ດ້ວຍກັນ ດັ່ງ​ທີ່ ທ່ານ​ພູ​ຂຽວ ຢືນຢັນ​ວ່າ “​ເປົ້າ​ໝາຍ​ທີ 1 ​ແມ່ນ​ໂຄສະນາ​
ສຶກສາ​ອັນຕະລາຍ​ຂອງ​ລະ​ເບີດ ​ແນ​ໃສ່​ໃຫ້​ອຸບ​ປະຕິ​ເຫດ​ຈາກ​ລະ​ເບີດ ບໍ່​ທັນ​ແຕກ​ນີ້​
ຫຼຸດ​ລົງ​ໃຫ້​ຕ່ຳລົງ​ເທົ່າ​ທີ່​ຈະ​ຕ່ຳ​ໄດ້ ຢ່າງ​ນ້ອຍ​ກໍ​ໃຫ້ 40 ກໍລະນີ​ຕໍ່​ປີ ​ເປົ້າ​ໝາຍ​ທີ 2 ​
ແມ່ນ​ພວກ​ເຮົາ​ມີ​ຜູ້​ລອດຊີວິດ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ນີ້ ປະມານ 20,000 ຄົນ
ຄາດໝາຍ​ກໍ​ຄື​ວ່າ ຕ້ອງ​ພະຍາຍາມ​ສືບ​ຕໍ່​ປິ່ນປົວ​ເຂົາ​ເຈົ້າ ​ແລ້ວ​ຝຶກ​ອາຊີບ​ໃຫ້
​ເຂົາ​ເຈົ້າປະກອບ​ອາຊີບ​ໃຫ້​ເຂົາ​ເຈົ້າ. ​ເປົ້າ​ໝາຍ​ທີ 3 ນີ້ ​ແມ່ນ​ເລື້ອງ​ການ​ກວດ​ກູ້
​ລະ​ເບີດບໍ່​ທັນ​ແຕກ ຕ້ອງ​ກວດ​ກູ້​ໃຫ້ຫລ້ອນ ​ບັນດາ​ບຸລິມະສິດ​ພັດທະນາ​ຂອງ​ລັດ
ຖະບານ ​ເຮົາ​ມີ​ຈຸດ​ສຸມ​ພັດທະນາ​ຂອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ 400 ກວ່າ​ຈຸດ​ສຸມ
ສະ​ນັ້ນ ພວກ​ເຮົາ​ຕ້ອງ​ກວດ​ກູ້​ໃຫ້​ຫລ້ອນ​ອັນ​ນີ້.”

ທັງ​ນີ້ ​ໂດຍ​ລັດຖະບານ​ສະຫະລັດ​ອາ​ເມຣິກາ ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ ​ແກ່​ລັດຖະບານ​
ລາວ​ໃນ​ມູນ​ຄ່າ 1 ລ້ານ ​7 ແສນ ​ໂດ​ລາ ສຳລັບ ນຳ​ໃຊ້​ໃນ​ການ​ສຳ​ຫຼວດທີ່​ບໍ່​ແມ່ນ​ວິຊາ
​ການ​ໃນ​ພື້ນທີ່ 950 ບ້ານ ​ໃນ​ເຂດ​ພາກ​ໃຕ້ ​ໂດຍ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດຮ່ວມ​ກັນ
ລະຫວ່າງ Lao UXO ກັບ​ບັນດາ​ອົງການທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ (NGO) ​ໃນ​ລາວ​
ເພື່ອ​ເຮັດ​ໃຫ້ການ​ສຳ​ຫຼວດ ມີ​ປະສິດ​ທິ​ພາບ​ສູງ​ຂຶ້ນ ທັງ​ກໍ​ຍັງ​ໄດ້​ສຳ​ຫຼວດ​ແບບ​ວິຊາ
​ການ​ໃນພື້ນ​ທີ່ 338 ບ້ານ​ພາຍ​ໃຕ້​ເປົ້າ​ໝາຍ ​ເພື່ອ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ໃຫ້​ໝົດ
​ໄປ​ຈາກ​ເຂດ​ທີ່ຢູ່​ອາ​ໄສ​ແລະ​ທີ່​ທຳ​ກິນ​ຂອງ​ປະຊາຊົນ ​ໃນ​ພື້ນທີ່​ດັ່ງກ່າວ ອັນ​ເປັນ​ສ່ວນ
​ນຶ່ງ​ໃນ​ພື້ນທີ່​ບຸລິມະ​ສິດ​ພັດທະນາ​ຂອງ​ລັດຖະບານ​ລາວ ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​
ໄວ້​ຢ່າງ​ເປັນ​ຮູບ​ປະ​ທຳ​ນັ້ນ​ເອງ.

ນອກຈາກ​ນີ້ ລັດຖະບານ​ສະຫະລັດ​ອາ​ເມຣິກາ ​ໂດຍ​ທ່າ​ນນາງ Rena Bitter
ເອກ​ອັກຄະ​ລັດຖະທູດ​ຂອງສະຫະລັດ​ ປະຈຳ​ນະຄອນ​ວຽງ​ຈັນ ຍັງ​ໄດ້​ໃຫ້ການ​ຊ່ອຍ​
ເຫຼືອ Lao UXO ​ໃນ​ມູນ​ຄ່າ 4 ລ້ານ 5 ​ແສນ ​ໂດ​ລາ ສຳລັບນຳ​ໃຊ້ເພື່ອ​ການສຳ​ຫຼວດ
​ແລະ​ເກັບ​ກູ້​ລະ​ເບີດ UXO ​ໃນ​ເຂດ​ເມືອງ​ເຊ​ໂປ​ນ ​ເມືອງ​ພິນ ​ເມືອງ​ວີລະ​ບຸລີ​ແລະ
​ເມືອງ​ນອງ ​ແຂວງ​ສະຫວັນ​ນະ​ເຂດ ​ໂດຍ​ມີກຳນົດ​ການ​ດຳ​ເນີນ​ງານ​ໃຫ້​ສຳ​ເລັດ
​ໃນ​ກາງ​ປີ 2019 ​ແລະ​ກ່ອນ​ໜ້າ​ນີ້ ລັດຖະບານສະຫະລັດ​ ຍັງ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​
ໃນ​ມູນ​ຄ່າ 3 ລ້ານ​ໂດ​ລາ ສຳລັບ​ນຳ​ໃຊ້​ເຂົ້າ​ໃນ​ການ​ເກັບ​ກູ້ລະ​ເບີດ UXO ​ໃນ​ເຂດ
94 ບ້ານ ທີ່​ເມືອງ​ໜອງ​ແຮດ ​ເມືອງ​ຄູນ ​ແລະ​ເມືອງ​ຜາ​ໄຊ ​ໃນ​ແຂວງ​ຊຽງ​ຂວາງ ອີກ​ດ້ວຍ.

ທ່ານ​ຄຳ​ແກ້ວ ​ແສນ​ບຸນ​ຄູນ​ໄຊ ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ​ແລະ​ສະ​ຫວັດດີ
ການສັງຄົມ ​ໄດ້​ໃຫ້ການ​ຢືນຢັນ​ວ່າ​ ນັບ​ແຕ່​ປີ 1990 ​ເປັນ​ຕົ້ນ​ມາ ລັດຖະບານສະຫະລັດ
​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ລາວ ຄິດ​ເປັນ​ມູນ​ຄ່າ​ຮວມຫຼາຍ​ກວ່າ 135 ລ້ານ​ໂດ​ລາ
​ເພື່ອ​ນຳ​ໃຊ້ ​ໃນ​ການ​ສຳ​ຫຼວດ ​ແລະ​ເກັບ​ກູ້​ລະ​ເບີດ​ UXO ຮວມ​ເຖິງ​ການ​ຊ່ອຍ​ເຫຼືອ​
ຜູ້​ທີ່​ໄດ້​ຮັບ​ເຄາະ​ຈາກ​ລະ​ເບີດ ການ​ໂຄສະນາ​ອົບຮົມ​ເພື່ອ​ການ​ລະວັງ​ໄພ​ອັນຕະລາຍ​
ຈາກ​ລະ​ເບີດ UXO ​ແລະ​ຫຼ້າ​ສຸດ ທາງ​ການສະຫະລັດ ຍັງ​ໄດ້​ສົ່ງ​ມອບ​ຍານພາຫະນະ ”
15 ຄັນ ພ້ອມ​ດ້ວຍ​ອຸບປະກອນ ທີ່​ໃຊ້​ໃນ​ການ​ສຳ​ຫຼວດ ​ແລະ​ເກັບ​ກູ້ລະ​ເບີດ​ UXO
ຈຳນວນ 150 ຊຸດ​ອີກ​ດ້ວຍ.

ທາງ​ການ​ລາວ​ໄດ້​ເລີ້ມ​ການ​ສຳ​ຫຼວດ​ແລະ​ເກັບ​ກູ້ UXO ນັບ​ແຕ່​ປີ 1997 ​ເປັນ​ຕົ້ນ​ມາ
​ແລະ​ມາ​ຮອດ​ປັດຈຸບັນ​ສາມາດ​ເກັບ​ກູ້ UXO ​ໄດ້​ໃນ​ພື້ນ​ທີ່ 380 ກິ​ໂລ​ແມັດ​ມົນທົນ
​ແລະ​ໄດ້​ທຳລາຍ UXO ​ໄປ​ຫຼາຍ​ກວ່າ 1 ລ້ານ 4 ​ແສນ 8 ໝື່ນ ໜ່ວຍ ຊຶ່ງ​ຄຶດ​ວ່າ​
ເປັນພຽງ 1.85 ​ເປີ​ເຊັນ ​ເທົ່າ​ນັ້ນ ຂອງ​ຈຳນວນ​ລະ​ເບີດ UXO ​ ທັງ​ໝົດ​ທີ່​ຕົກ​ຄ້າງ​
ໃນ​ລາວ.

ຍິ່ງ​ໄປ​ກວ່າ​ນັ້ນ ດ້ວຍ​ຂໍ້​ຈຳກັດ​ທາງ​ດ້ານ​ງົບປະມານ​ແລະ​ສ່ວນ​ໃຫຍ່ ກໍ​ຈະ​ຕ້ອງ​ເພິ່ງ
​ພາ​ການ​ຊ່ອຍ​ເຫຼືອ ຈາກ​ຕ່າງປະ​ເທດ​ເປັນ​ດ້ານ​ຫຼັກ​ດ້ວຍ​ນັ້ນ ຍັງ​ໄດ້​ເປັນ​ຜົນ​ເຮັດ​ໃຫ້
​ຕ້ອງ​ມີ​ການ​ເລືອກ​ພື້ນທີ່ ທີ່​ມີ​ຄວາມ​ຈຳ​ເປັນ​ເຮັ່ງ​ດ່ວນ​ທີ່​ສຸດ ສຳລັບ​ດຳ​ເນີນ​ການ​ໂຄສະນາ
​ເຜີຍ​ແຜ່ ​ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ ​ໃຫ້​ກັບ​ປະຊາຊົນ​ກ່ຽວ​ກັບ ການ​ລະວັງ​ໄພ​ອັນຕະລາຍ​
ຈາກ​ລະ​ເບີດ UXO ໂດຍ​ໃນ​ຕະຫຼອດ​ປີ 2018 ກໍ​ໄດ້​ເລືອກ​ເອົາ​ສະ​ເພາະ​ແຂວງຄຳ​ມ່ວນ
ສາລະ​ວັນ ຈຳປາ​ສັກ ​ເຊ​ກອງ ​ແລະ​ນະຄອນຫຼວງ​ວຽງ​ຈັນ ​ເປັນ​ເຂດ​ທີ່​ຈະ​ຕ້ອງ​ມີ​ການ​
ໂຄສະນາ ຢ່າງ​ກວ້າງ​ຂວາງ​ທີ່​ສຸດ ​ໂດຍ​ຈະ​ເນັ້ນ​ໜັກ​ການ​ໂຄສະນາ​ຜ່ານ​ສື່​ວິທະຍຸ​ເປັນ​ສຳຄັນ.