ກຳປັ່ນ ບັນທຸກເຮືອບິນ USS Carl Vinson ຢ້ຽມຢາມຫວຽດນາມ ໂດຍມີໝໍປົວແຂ້ວ ແລະ ທຸກຢ່າງໄປພ້ອມ

ຊາວອາເມຣິກັນ ເຊື້ອສາຍຫວຽດນາມ ທ່ານຮຽນ ທຣິນ ຢູ່ເທິງກຳປັ່ນ ບັນທຸກເຮືອບິນ USS Carl Vinson.

ທ່ານ​ດານຽລ ກຣິ​ເຕີນ​ບຣິງຄ໌ ​ເອກ​ອັກຄະ​ລັດຖະທູດ ​ສະຫະລັດ ປະຈຳ​ຫວຽດນາມ ​ໄດ້​
ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ຢ້ຽມຢາມ​ຫວຽດນາມ​ໂດຍ​ກຳປັ່ນ​ບັນ
ທຸກ​ເຮືອບິນ USS Carl Vinson “​ເປັນ​ຂີດ​ໝາຍ ທີ່​ສຳຄັນຢ່າງຍິ່ງ​ ​ໃນ​ຄວາມ​ສຳພັນ​ສອງຝ່າຍຂອງພວກ​ເຮົາ​ແລະ​ສະ​ແດງໃຫ້ເຫັນເຖິງ​ການ​ສະໜັບ​ສະ​ໜູນ​ຂອງ​ສະຫະລັດ
​ເພື່ອ​ໃຫ້​ຫວຽດນາມ​ ມີຄວາມເຂັ້ມ​ແຂງ ອຸດົມ​ຮັ່ງມີແລະ ​ເປັນ​ເອກ​ກະລາດ​.”

ສຳລັບ​ພັນໂທ ​ຮຽນ ທຣິນ ຈາກ​ຮາ​ໂນ່ຍ ​ທີ່ໄດ້​ຍົກຍ້າຍໄປ​ຢູ່ໄຊ​ງ່ອນ ຫລັງ​ຈາກ​ກຳລັງ
ຄອມ​ມິ​ວນິສ​ໄດ້​ຊະນະ ກອງທັບອານານິຄົມ​ ຂອງ​ຝຣັ່ງ​ໃນ​ປີ 1954 ​ແລະ​ປະ​ເທດ​ດັ່ງ
ກ່າວໄດ້​ແບ່ງ​ແຍກອອກຈາກກັນ.

ຄອບ​ຄົວ​ຂອງ​ທ່ານ​ທຣິນ ​ໄດ້​ຫລົບໜີ​ອີກ​ເທື່ອ​ນຶ່ງຫຼັງຈາກກຳລັງ​ຫວຽດນາມ​ເໜືອ ເຂົ້າ
ຄວບ​ຄຸມ​ໄຊ​ງ່ອນ ​ໃນ​ເດືອນ​ເມສາ 1975 ​ໃນ​ຂະນະ​ທີ່​ສະຫະລັດ​ຖອນໂຕ ອອກ​ຈາກ​
ອັນ​ທີ່​ຮາ​ໂນ່ຍຮ້ອງ​ວ່າ “ສົງຄາມ​ຕ້ານ​ອາ​ເມຣິກັນ ​ເພື່ອປົກປັກ​ຮັກສາ​ປະ​ເທດຊາດ.”

ພໍ່ຂອງ​ທ່ານ​ທຣິນ ​ເປັນ​ພັນ​ໂທ​ຢູ່​ໃນ​ກອງ​ທັບ​ສາທາລະນະ​ລັດ​ຫວຽດນາມ ​ທີ່​ເປັນຜູ້ບັງ
ຄັບກອງພັນຢູ່​ໄຊ​ງ່ອນ ​ໄດ້ເອົາ​ຄອບຄົວ​ແປດ​ຄົນ​ລົງເຮຶຶອຫາ​ປາ ທີ່​ສາມາດບັນທຸກລູກ
​ເຮືອ​ໄດ້ 20 ຄົນ. ພ້ອມ​ດ້ວຍບຸກຄົນອື່ນໆ​ອີກ 180 ຄົນ ​ເຮືອລຳນີ້ ໄດ້ມຸ່ງໜ້າສູ່ທະ​ເລ​
ຈີນ​ໃຕ້ ​ໄປ​ຫາ​ສິງ​ກະໂປ.

ກຳປັ່ນ​ບັນ ທຸກ​ເຮືອບິນ USS Carl Vinson ຈອດຢູ່ທ່າເຮືອຕຽນຊາ ໃນເມືອງດານັງ ຫວຽດນາມ ທີ 5 ມີນາ 2018.

ທ່ານ​ທຣິນ ກ່າວ​ວ່າແຕ່​ວ່າ “ປະ​ເທດເກາະດັ່ງກ່າວ​ບໍ່​ຮັບ​ເອົາ​ອົບ​ພະ​ຍົບ​ໃນ​ເວລາ​ນັ້ນ ​ແລະ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ຕ້ອງມຸ່ງໜ້າອອກ​ສູ່​ທະ​ເລຄືນ.”

ກອງທັບ​ເຮືອສະຫະລັດ ໄດ້​ກູ້​ໄພ​ເອົາ​ທ້າວ​ທຣິນ ອາຍຸ 2 ປີ ຄອບຄົວ​ຂອງ​ລາວ ​ແລະ “ອົບ​ພະ​ຍົບທາງ​ເຮືອ” ​ຄົນ​ອື່ນໆ ທີ່​ທ່ານ​ທຣິນ​ ໄດ້ກ່າວ​ເພີ້​ມ​ອີກ​ວ່າ ຄອບຄົວ​ຂອງ​ທ່ານ ​ໄດ້ໄປ​ຕັ້ງ​ຖິ່ນ​ຖານ​ໃນ​ເມືອງ​ແລນ​ຊິງ ລັດ​ມີ​ຊິ​ແກນ ​ແລະ​ໄດ້​ບັນລຸ “ຄວາມໄຝ່​ຝັນ​ຂອງ​ອາ​ເມຣິກັນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ