ບີພີ ຢຸດນໍ້າມັນຮົ່ວໄດ້ແລ້ວ

  • ສິງ ບູຣົມມະວົງ

ຊາວປະມົງ ທີ່ເມືອງ Biloxi ລັດ Mississipi ລໍຖ້າບໍລິສັດ BP ເອີ້ນ ວັນທີ 28 ກໍລະກົດ ປີ 2010

ບໍລິສັດ​ນໍ້າມັນ​ຍັກ​ໃຫຍ່ BP ກ່າວ​ວ່າ ວິທີ​ການ​ອຸດ​ຕັນ​ນໍ້າມັນທີ່​ຮົ່ວ​ໄຫລ​ຂຶ້ນ​ມາ​ຈາກ​ບໍ່​ນໍ້າມັນ​ໃນ​ພື້ນ​ອ່າວ​ເມັກ​ຊິ​ໂກ ຄັ້ງ​ຫລ້າ​ສຸດ​ຂອງ​ຕົນ​ໄດ້​ຮັບ​ຜົນສໍາ​ເລັດ.

ບໍລິ​ສັດ BP ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ຕອນ​ເຊົ້າ​ໆວັນ​ພຸດ​ມື້​ນີ້ 1 ມື້​ຫລັງ​ຈາກໄດ້​ເລີ້ມ​ທໍາ​ການອັດ​ບໍ່​ນໍ້າມັນ​ໄວ້​ຢ່າງ​ຖາວອນ. ການ​ດໍາ​ເນີນ​ການ​ດັ່ງກ່າວ​ແມ່ນ​ພັວພັນ​ກັບ​ການ​ປໍ້າ​ຂີ້​ຕົມ​ລົງ​ໄປ​ອຸດ​ຕັນບໍ່​ນໍ້າມັນ ແລະ​ໃນ​ທີ່​ສຸດ ກໍ​ຈະເອົາ​ຊີມັງອັດບໍ່​ໄວ້​ຢ່າງ​ຖາວອນ.

BP ກ່າວ​ວ່າ ຫລັງ​ຈາກ​ປໍ້າ​ຂີ້ຕົມ​ລົງໄປ​ອັດ​ບໍ່​ນໍ້າມັນ​ເປັນ​ເວລາ 8 ຊົ່ວ​ໂມງ​ແລ້ວ ຂີ້ຕົມກໍໄດ້​ຄວມຄຸມ​ຄວາມ​ກົດ​ດັນ​ຢູ່​ທາງ​ໃນ​ຂອງ​ບໍ່​ໄວ້​ໄດ້ ຊຶ່ງ​ເປັນ​ຜົນ​ຮັບ​ທີ່ຕົນຕ້ອງການ​ນັ້ນ. ບີ​ພີເວົ້າ​ຕື່ມ​ວ່າ ການ​ປໍ້າ​ຂີ້ຕົມ​ລົງ​ບໍ່ໄດ້​ຢຸດ​ໄປແລ້ວ ​ແລະ​ບັນດາ​ນັກຊ່ຽວຊານ​ກໍາລັງ​ຕິດຕາມ​ເບິ່ງ​ບໍ່​ນໍ້າມັນ​ຢູ່ ວ່າ​ຈະ​ຕ້ອງການ​ປໍ້າ​ຂີ້ຕົມ​ລົງໃສ່​ອີກ​ຫລື​ບໍ?

ບໍລິສັດ BP ກ່າວ​ວ່າ ຕົນ​ຈະ​ທໍາ​ງານ​ຮ່ວມ​ກັນ​ກັບ​ຫົວໜ້າ​ຮັບ​ມືກັບວິ​ກິດການນໍ້າມັນ​ຮົ່ວ​ຂອງ​ລັດຖະບານ ຄື​ນາຍ​ພົນເບ້ຍ​ບໍານານທະຫານ​ ຍາມ​ຝັ່ງ​ ທ່ານ Thad Allen ນັ້ນ ​ເພື່ອຕັດສິນ​ໃຈ​ວ່າ​ຈະສີດ​ດິນ​ຊິ​ມັງ ຕາມ​ຂີ້ຕົມ​ລົງ​ໄປ ໃນ​ທາງ​ດຽວ​ກັນ​ນັ້ນ​ຫລື​ບໍ ​ເພື່ອ​ອັດ​ບໍ່​ຢ່າງ​ເປັນ​ການ​ຖາວອນ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີນໍ້າມັນ​ຮົ່ວ​ໄຫລ​ຂຶ້ນ​ມາ​ຈາກ​ບໍ່​ 4 ລ້ານ 9 ​ແສນ​ຖັງ​ ຫລັງ​ຈາກບໍ່​ເລີ້ມ​ແຕກ​ຂຶ້ນ​ໃນ​ວັນ​ທີ 20 ເມສາ​ຜ່ານ​ມາ ເວລາ​ຖານເຈາະ ນໍ້າມັນ​ກາງ​ທະ​ເລ​ລະ​ເບີດ​ຂຶ້ນ ​
ໂດ​ຍ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ 11 ຄົນ​.