ຖະແຫລງການຮ່ວມລະຫວ່າງ ສະຫະລັດກັບ ສປປ ລາວ

  • ສິງ ບູຣົມມະວົງ

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ (ຂວາ) ຈັບມືກັບ ລັດຖະມົນຕີ ການຕ່າງປະເທດ ສປປ ລາວ ທ່ານທອງລຸນ ສີສຸລິດ (ຊ້າຍ) ລຸນຫລັງການພົບປະ ທີ່ກະຊວງ ຕ່າງປະເທດ ສະຫະລັດ ໃນກຸງວໍຊິງຕັນ (13 ກໍລະກົດ 2010)

ດັ່ງທີ່​ເຮົາ​ໄດ້​ລາຍ​ງານ​ໄປ​ແລ້ວ​ໃນ​ພາກ​ຂ່າວຮອບ​ໂລກ ທ່ານ​ດອກ​ເຕີ້ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ​ແລະ​ລັດຖະມົນຕີ​ການ​ຕ່າງ ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​​ເຂົ້າຢ້ຽມ​ຄຳນັບ​ແລະພົບ​ປະ​ສົນທະນາ​ກັບທ່ານ​ນາງ ຮິ​ລ​ເລີຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະ ລັດ ​ໃນ​ວັນ​ອັງຄານ​ວານ​ນີ້ໃນ​ໂອກາດ​ມາຢ້ຽມຢາມນະຄອນຫລວງ​ວໍ​ຊິງ​ຕັນ ຕາມ​ຄຳ​​ເຊື້ອເຊີນ​ຂອງ​ທ່ານ​ນາງຄລິນ​ຕັນ. ຫລັງ​ຈາກ​ພົບປະກັນ ທັງ​ສອງ​ຝ່າຍ​ກໍ​ໄດ້ອອກ​ຖະ​ແຫລ​ງ ການ​ຮ່ວມ​ສັ້ນໆສະບັບ​ນຶ່ງ.

ຖະ​ແຫລ​ງການ​ຮ່ວມ​ລະຫວ່າງ​ສະຫະລັດ ກັບ ສປປ ລາວ ​ໃນ​ໂອກາດ​ການ​ມາ​ຢ້ຽມຢາມ​ຂອງ​ຮອງ​ນາຍົກລັດຖະມົນຕີລາວ ມີ​ເນື້ອ​ໃນ​ດັ່ງ​ຕໍ່​ໄປ​ນີ້:
ໃນໂອກາດຄົບຮອບ 55 ປີ ​ແຫ່ງ​ສາຍ​ພົວພັນ​ທາງ​ການ​ທູດ​ສອງ​ຝ່າຍ​ນີ້ ທ່ານ​ນາງ Hillary Rodham Clinton ລັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ ແລະ​ທ່ານ ດຣ​ ທອງ​ລຸນ ສີ​ສຸ​ລິດ ຮອງນາຍົກລັດຖະມຸນຕີ​ແລະ​ລັດຖະມຸນຕີ​ການ​ຕ່າງປະ​ເທດ​ລາວ ​ໄດ້​ພົບ​ປະກັນ​ໃນ​ວັນ​ອັງຄານ​ວານ​ນີ້​ ເພື່ອ​ທຳ​ການ​ໂອ້ລົມ​ສົນທະນາ​ກັນ​ຢ່າງ​ຈິງ​ໃຈແລະ​ມີ​ໝາກຜົນ​ກ່ຽວ​ກັບ​ຜົນປະ​ໂຫຍ​ດຮ່ວມ​ກັນ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາເວັນ​ອອກສຽງ​ໃຕ້ ​ແລະ​ກ່ຽວ​ກັບ​ພາກສ່ວນ​ຕ່າງໆ​ຂອງ​ການ​ຮ່ວມ​ໄມ້ຮ່ວມ​ມືກັນລະຫວ່າງ ​ສອງ​ຝ່າຍ ​ທີ່​ນັບ​ມື້ນັບ​ຂະຫຍາຍ​ໂຕ​ກ້ວາງ​ອອກ​ນັ້ນ.
ສະຫະລັດ​ແລະ​ລາວ​ສືບ​ຕໍ່​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ທີ່ມີມາ​ຢາງ​ດົນ​ນານ​ໃນ​ການ​ຊອກ​ຄົ້ນ​ຫາ​ຊາວ​ອະ​ເມຣິກັນ​ ທີ່ຫາຍ​ສາບ​ສູນ​ໄປ​ຕັ້ງ​ແຕ່​ປາງ​ສົງ ຄາມ​ອິນ​ໂດ​ຈີນ ​ແລະ​ການ​ເກັບ​ກູ້​ລະ​ເບີດ​ທີ່ຍັງບໍ່​ທັນ​ແຕກ​ທີ່ຫລົງ​ເຫລືອ​ມາ​ຕັ້ງ​ແຕ່​ປາງ​ສົງຄາມ ​ແລະ​ການ​ຕໍ່ສູ້​ຕ້ານການ​ຕິດ​ຢາ​ເສບ​ຕິດ​ແລະ ການ​ລັກລອບ​ຄ້າ​ຢາ​ເສບ​ຕິດ​ທີ່ຜິດ​ກົດໝາຍ​. ໂດຍ​ຫລ້າ​ສຸດ​ນັ້ນ ທັງ ສອງ​ປະ​ເທດ​ໄດ້​ດຳ​ເນີນ​ງານ​ຮ່ວມ​ກັນ​ຢ່າງ​ໃກ້ຊິດ​ ​ເພື່ອ​ປ້ອງ​ກັນ​ການ​ໂຜ່​ໂຕຂຶ້ນ​ມາ​ຂອງ​ໂຣກລະບາດຕ່າງໆ ​ແລະ​ສືບ​ຕໍ່ເສີມຂະຫຍາຍການ​ຮ່ວມ ມື​ລະຫວ່າງ​ທະຫານ​ແລະ​ທະຫານ​ຂຶ້ນ​ເທື່ອ​ລະ​ກ້າວ ລຸນຫລັງ​ໄດ້ມີ​ການ​ ແລກປ່ຽນ​ອຸປະທູດ​ທະຫານ​ກັນ. ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຄລິນ ​ຕັນ ​ແລະ​ຮອງ​ນາຍົກລັດຖະມຸນຕີທອງລຸນ ​ໄດ້​ສະ​ແດງຄວາມ​ຍິນ​ດີນຳ ​ການ​ລົງ​ນາມໃນຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ທາງ​ອາກາດລະຫວ່າງ​ ລັດຖະບານ​ສະຫະລັດ​ອະ​ເມຣິກາ​ ແລະ​ລັດຖະບານສາທາລະນະລັດ​ປະ ຊາທິປະ​ໄຕ​ປະຊາຊົນລາວ ທ່ີ​ຈະອຳນວຍ​ໃຫ້​ມີ​ການ​ແລກປ່ຽນໃນ​ດ້ານ ການຄ້າ​ ແລະ​ການທ່ອງທ່ຽວ​ລະຫວ່າງ​ກັນຫລາຍ​ຂຶ້ນ. ນອກ​ນັ້ນ​ ພວກ​ທ່ານ​ທັງ​ສອງຍັງ​ໄດ້​ໂອ້​ລົມ​ສົນທະ​ນາ​ກັນ​ເລື້ອງ​ໂອກາດ​ຕ່າງໆ ​ເພື່ອ​ຂະ ຫຍາຍ​ບົດບາດ​ຂອງ​ອົງການ​ພັດທະນາ​ລະຫວ່າງ​ຊາດ​ຂອງ​ສະຫະລັດ​ຂຶ້ນ​ຢູ່​ໃນ​ ສປປ ລາວ​ ນັ້ນ.
ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຄລິນ​ຕັນ​ແລະ​ຮອງ​ນາຍົກລັດຖະມຸນຕີ ທອງ​ລຸນ​ຕ່າງກໍ​ໄດ້ກ່າວ​ເນ້ນວ່າ ການ​ແລກປ່ຽນ​ແລະ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ທີ່ເພີ່ມ​ທະວີ​ຂື້ນນັບ​ມື້ ​ລະຫວ່າງ​ສະຫະລັດ​ອະ​ເມຣິກາ​ແລະ​ສປປ ລາວ ນັ້ນ ກຳລັງ​ສ້າງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທັງ​ສອງ​ຝ່າຍ ​ແລະ​ສາຍ​ພົວພັນ​ໃນ​ທາງ​ເສີມ​ສ້າງ​ ທີ່ຊ່ວຍນຳ​ມາ​ຊຶ່ງ​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ການ​ຮ່ວມ​ມື​ກັນ​ ສຳລັບ​ການ​ພັດທະນາ​ຢູ່ໃນ​ຂົງ​ເຂດ​ ກໍ​ຄື​ຢູ່ໃນໂລກ.
ໃນ​ຂະນະ​ທີ່ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈຂອງ​ທ່ານ​ຕໍ່​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ ທີ່​ທາງ​ສະຫະລັດ​ໄດ້​ມອບ​ໃຫ້​ທ່ານ​ພ້ອມ​ດ້ວຍ ຄະນະ​ຂອງ​ທ່ານ​ນັ້ນ ຮອງ​ນາຍົກລັດຖະມຸນຕີ​ລາວ​ໄດ້​ເຊື້ອ​ເຊີນ​ລັດຖະ ມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ ໄປ​ຢ້ຽມຢາມ​ ສປປ ລາວ ໃນ​ເວລາ​ໃດ​ທ່ີ​ທ່ານ​ນາງ​ສະດວກ​ນັ້ນ.
ຫລັງ​ຈາກ​ນັ້ນ ສະຫະລັດ​ແລະ​ລາວ​ກໍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຂົນສົ່ງ​ທາງ​ອາກາດ​ຢ່າງຮອບດ້ານ​ ຢູ່​ທ່ີ​ກະຊວງ​ການ​ຕ່າງປະ​ເທດ ​ເພື່ອເສີມຂະຫຍາຍແລະ​ເປີດ​ກ້ວາງສາຍ​ພົວພັນ​ທາງ​ດ້ານ​ການບິນ​ພົນ ລະ​ເຮືອນທ່ີ​ເສຣີລະຫວ່າງ​ກັນ. ທ່ານ Jose W. Fernandez ລັດ ຖະມຸນຕີ​ຊ່ອຍ​ວ່າການ​ກະ ຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ ວ່າ​ດ້ວຍ​ກິດຈະການດ້ານ​ເສດຖະກິດ ພະລັງງານ​ແລະ​ທຸລະ​ກິດ ເປັນ​ຜູ້​ລົງ​ນາມ​ໃນ​ຂໍ້​ຕົກລົງຕ່າງ​ໜ້າສະຫະ ລັດ ​ແລະ​ທ່ານ​ແສງ ​ສຸຂະ​ທິວົງ​ ​ເອກ​ອັກ ຄະ​ລັດຖະທູດ​ລາວ​ປະຈຳ​ສະຫະລັດ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ໃນ​ນາມ ສປປ ລາວ​ ພາຍໃຕ້​ການ​ເປັນ​ສັກຂີ​ພິຍານ​ຂອງ​ ທ່ານ​ທອງ​ລຸນ​ ສີ​ສຸ​ລິດ ຮອງ​ນາຍົກລັດຖະມຸນຕີ ​ແລະ​ລັດຖະມຸນຕີຕ່າງປະ​ເທດລາວ.
ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ທາງ​ອາກາດ ຫລື Open Skies Agreement ລະຫວ່າງ​ສະຫະລັດ​ແລະ​ ສປປ ລາວ ​ແມ່ນ​ເປັນ​ໂຕແບບຂອງ​ວີ​ທີ​ການ​ເຂົ້າ​ຫາສາຍ​ພົວພັນ​ທາງ​ການບິນ​ລະຫວ່າງ​ກັນ ທີ່ອີງ ໃສ່​ຕະຫລາດ​. ຂໍ້​ຕົກລົງ​ທີ່​ວ່າ​ນີ້​ຈະ​ສົ່ງເສີມ​ການ​ເຊື່ອ​ມ​ໂຍງດ້ານ​ການ​ຄ້າ​ ແລະ​ການທ່ອງທ່ຽວກັບ​ລາວ ​ແລະ​ອຳນວຍ​ໂອກາດ​ໃໝ່​ໆທາງ​ດ້ານ​ການ​ຄ້າ​ໃຫ້​ແກ່ສາຍ​ການບິນ​ຂອງ​ສະຫະລັດ​ແລະ​ລາວ ​ແລະ​ປະຊາຊົນຜູ້ເດີນ ທາງ​ ​ໃນ​ຂະນະ​ດຽວ​ກັນ​ກໍຮັກສາ​ໄວ້​ແຫ່ງ​ຄວາມ​ໝັ້ນໝາຍ​ຂອງ​ພວກ​ເຮົາ​ຕໍ່ຄວາມ​ປອດ​ໄພ​ແລະ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການບິນ.
ກ່ອນ​ໜ້າ​ນີ້ ສະຫະລັດ​ໄດ້ເຊັນຂໍ້​ຕົກລົງ​ດ້ານ​ການບິນ​ໃນ​ທຳນອງ​ດຽວ​ກັນນີ້ ກັບ​ເກືອບ 100 ປະ​ເທດ ມາ​ກ່ອນ​ແລ້ວ.