​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການຕ່າງ​ປ​ະ​ເທດ ໄຄ​ຣ​ເຕັນ​ບ​ຣິງ ເດີນ​ທາງ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ລາວ

ແຜນ​ທີ່​ລາວ ແລະ​ຫວຽດ​ນາມ

ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ຮັບ​ຜິດ​ຊອບ​ກິດ​ຈະ​ການ​ເອ​ເຊຍ​ຕາ​ເວັນ​ອອກ​ແລະ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ເດີນ​ທາງ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ​ ສ​ປ​ປ ລາວ ອີງ​ຕາມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ.

ທ່ານ​ແດ​ນຽ​ລ ໄຄ​ຣ​ເຕັນ​ບ​ຣິງ (Daniel J. Kritenbrink) ເດີນ​ທາງ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ສ​ປ​ປ ລາວ ແຕ່​ວັນ​ທີ 9 ຫາ 14 ຕຸ​ລາ 2022. ການ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້ ຈະ​ໃຫ້​ການ​ຢືນ​ຢັນ​ອີກ​ຄັ້ງ​ນຶ່ງ​ເຖິງ​ຄວາມ​ໝັ້ນ​ໝາຍ​ຂອງ​ສະ​ຫະ​ລັດ ​ຕໍ່​ສອງ​ປະ​ເທດ​ພາ​ຄີ​ທີ່​ສຳ​ຄັນ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ​ຄວາມ​ສຳ​ຄັນ​ ​ໃນ​ການ​ເປັນ​ຈຸດ​ສູນ​ກາງ​ຂອງ​ອາ​ຊຽນ ກ່ອນກອງ​ປະ​ຊຸມ​ສຸດຍອດ​ທີ່​ພົວ​ພັນ​ກັບ​ສະ​ມາ​ຄົມ​ອາ​ຊຽນ ​ໃນ​ເດືອນ​ພະ​ຈິກ​ທີ່​ຈະ​ມາ​ເຖິງນີ້.

ທີ່​ນະ​ຄອນ​ຫຼວງ​ຮາ​ໂນ່ຍ ​ຖະ​ແຫຼງ​ຂ່າວ​ກ່າວ​ວ່າ ປະ​ເທດ​ຫວຽດ​ນາມ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການກະ​ຊວງ​ການຕ່າງ​ປະ​ເທດ​ໄຄ​ຣ​ເຕັນ​ບ​ຣິງ ຈະ​ພົບ​ປະ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ຫວຽດ​ນາມ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂອ​ກາດ​ທີ່​ຈະ​ຂະ​ຫຍາຍ​ການ​ເປັນ​ພາ​ຄີ​ແບບກວມ​ລວມ​ຮອບ​ດ້ານ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຫວຽດ​ນາມ. ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່​າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຍັງ​ຈະ​ໄດ້​ໂອ້​ລົມ​ກັບ​ພວກ​ນັກ​ສຶກ​ສາ ທີ່​ສະ​ຖາ​ບັນ​ການ​ທູດ​ຫວຽດ​ນາມ ແລະ​ພົບ​ປະ​ກັບ​ຄະ​ນະ​ສະ​ມາ​ຊິກ​ເກົ່າ​ຂອງ​ພວກ​ຜູ້​ນຳ​ຊາວ​ໜຸ່ມ ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.

ສ່ວນ​ຢູ່​ທີ່​ວຽງ​ຈັນ ສ​ປ​ປ ລາວ​ນັ້ນ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄຄ​ຣ​ເຕັນ​ບ​ຣິງ ແມ່ນ​ເປັນ​ຜູ້​ນຳ​ພາ​ກອງ​ປະ​ຊຸມ​ຮອບ​ດ້ານ​ສອງ​ຝ່າຍ​ສະ​ຫະ​ລັດ-ລາວ ເພື່ອ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ ແລະ​ຊຸກ​ຍູ້​ໃຫ້​ມີ​ການ​ພົວ​ພັນ​ແບບ​ລົງ​ເລິກ​ ກັບ​ ສ​ປ​ປ ລາວ ໃນ​ຖາ​ນະ​ເປັນ​ປະ​ທານ​ຮ່ວມ ພາ​ຄີ​ແມ່​ນ້ຳ​ຂອງ​ສະ​ຫະ​ລັດ ​ປະ​ຈຳ​ປີ 2022 ແລະ​ການ​ພົບ​ປະ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ລາວ. ນອກນັ້ນ ທ່​ານ​ຍັງ​ຈະ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ​ສາ​ກົນ ແລະ​ຈະ​ທຳ​ການ​ພົວ​ພັນ​ກັບ​ຄະ​ນະ​ສິດ​ເກົ່າ​ ຈາກ​ໂຄງ​ການ​ແລກ​ປ່ຽ​ນ​ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ.

Assistant Secretary of State for East Asian and Pacific Affairs Daniel J. Kritenbrink will travel to Vietnam and Laos October 9-14. The visits will reaffirm the U.S. commitment to two important partners in Southeast Asia and the importance of ASEAN centrality ahead of the ASEAN-related Summits in November.

In Hanoi, Vietnam, Assistant Secretary Kritenbrink will meet with senior Vietnamese officials, to discuss opportunities to expand the U.S.-Vietnam Comprehensive Partnership. The Assistant Secretary will speak with students at the Diplomatic Academy of Vietnam and meet with alumni of the Young Southeast Asian Leaders Initiative.

In Vientiane, Laos, Assistant Secretary Kritenbrink will lead the U.S.-Laos Comprehensive Bilateral Dialogue to discuss closer U.S.-Laos cooperation and forge a deeper connection with Laos as the 2022 Mekong-U.S. Partnership co-chair and in meetings with officials from the Lao Ministry of Foreign Affairs. He will also meet officials from the Mekong River Commission and will engage with alumni of Department of State exchange programs.