ນັກສະກີຂອງສະຫະລັດ ນາງ Shiffrin, ນາງ Svindal ຈາກປະເທດ Norway ຊະນະຫຼຽນ ຄຳໂອລິມປິກ

ນາງ Mikaela Shiffrin ສະຫຼອງຫຼຽນຄຳໂອລິມປິກ ໃນການ ແຂ່ງຂັນ slalom ທີ່ຍິ່ງໃຫຍ່ຂອງພວກແມ່ຍິງ ໃນການແຂ່ງຂັນ ກິລາໂອລິມປິກ ລະດູໜາວ 2018 ໃນເມືອງ Pyeongchang, ເກົາຫຼີໃຕ້, 15 ກຸມພາ 2018.

ນັກສະກີຊາວ​ອາ​ເມຣິກັນ ນາງ Mikaela Shiffrin ​ໄດ້​ຊະນະ​ຫຼຽນ​ຄຳ ​ໃນ​ການ​ແຂ່ງຂັນ
slalom ຂອງ​ພວກແມ່ຍິງ ​ໃນ​ວັນ​ພະຫັດ​ມື້​ນີ້ ໃນການ​ແຂ່ງຂັນ​ກິລາ​ໂອລິ​ມປິກ​ພຽງ​ຈາງ ​
ເກົາຫຼີ​ໃຕ້.

ນາງ Shiffrin ​ໄດ້​ຊະນະ​ນັກ​ແລ່ນ​ສະ​ກີ Ragnhild Mowinckel ຈາກ Norway
ປະມານ​ເກືອບ​ສ້ຽວ 4 ສ່ວນ ສິບ ຂອງ​ວິນາທີ ​ໃນ​ຮອບ​ສຸດ​ທ້າຍທີ່​ຂະນະຫຼຽນ​ຄຳ​ໂອ​ລິ​ມ
ປິກ ຕິດຕາມເບິ່ງນາງມາຕັ້ງແຕ່ໃນ​ການ​ແຂ່ງຂັນ slalom ຂອງການ​ແຂງ​ຂັນ​ໂອ​ລິ​ມປິກ
​ໃນ Sochi ປີ 2014. ນາງ Federica Brignone ຈາກ​ອີ​ຕາ​ລີ ​ໄດ້​ຊະນະ​ເປັນ​ທີ 3 ​
ໄດ້​ຮັບຫຼຽນ​ທອງ​ແດງ.

ການໃນ​ການ​ແຂ່ງຂັນ slalom ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ແມ່ຍິງ ​ໃນ​ວັນ​ພະຫັດ​ມື້​ນີ້ ​ແມ່ນ​ໄດ້
​ຊັກ​ຊ້າ​ລົງ ຫຼັງ​ຈາກ​ທີ່​ມີ​ລົມ​ແຮ​ງ ​ແລະ​ອາກາດ​ທີ່​ໜາວ​ເຢັນ​ໂພດ​ ບັງຄັບ​ໃຫ້​ເຈົ້າ​ໜ້າ​ທີ່ ​
ເລື່ອນ​ການ​ແຂ່ງຂັນ​ອອກ​ໄປ ​ໃສ່​ຕົ້ນ​ສັບປະດາ​ນີ້​.

​ໃນ​ບ່ອນ​ອື່ນໆ​ຂອງ​ການ​ແຂ່ງຂັນ​ຂອງ​ພູຫິມະ ທ້າ​ວ Aksel Lund Svindal ຈາກ​ປະ​ເທດ Norway ​ໄດ້ສ້າງ​ປະຫວັດ​ສາດ 2 ຄັ້ງ ທີ່​ຊະນະ​ຫຼຽນ​ຄຳ ຂອງ​ການ​ແຂ່ງຂັນປະເພດ​ຊາຍ
ລົງ​ພູ ຫຼື downhill ​ໄວ 35 ປີ ຊຶ່ງ​ລາວ​ເປັນຜູ້​ທີ່​ອາຍຸ​ສູງ​ທີ່ສຸດ ​ໃນ​ການ​ແຂ່ງຂັນ​ສະ​ກີ ​ແບບ
Alpine ​ໃນ​ຮອບ​ປະຫວັດສາດ​ຂອງ​ກິລາ​ລະດູ​ຫນາວ ລາວ​ແມ່ນ​ຊາວ Norway ຜູ້​ທຳ​ອິດ
ທີ່​ຊະນະ​ສະ​ກີ downhill. ທ້າວ Compatriot Kjetil Jensrud ​ໄດ້​ຊະນະ ຫຼຽນ​ເງິນ ​
ໃນ​ຂະນະ​ທີ່ ທ້າວ Beat Feuz ຈາກ Swiss ​ໄດ້​ຊະນະ​ເປັນ​ທີ 3.

ກິລາສະກີຂ້າມປະເທດ ນາງ ແຣັກຮາຍ ຮາກາ ໄດ້ຊະນະຫຼຽນຄຳ ປະເພດໄກ 10,000 ກມ ຕິດຕາມມາ ໂດຍນາງ ຊາລັອດ ເຄລາ ຈາກ ຊວີເດັນ ທີ່ໄດ້ຮັບຫຼຽນເງິນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ.