ນາຍຄູສອນພາສາຊາວອາເມຣິກັນຄົນນຶ່ງ ຖືກຍິງຕາຍຢູ່ ປະເທດເຢເມນ.
ພວກເຈົ້າໜ້າທີ່ຮັກສາຄວາມປອດໄພກ່າວວ່າ ຄົນຮ້າຍຜູ້ນຶ່ງໃນສອງຄົນທີ່ຂີ່ລົດຈັກຊ້ອນ
ກັນໄປ ໄດ້ຍິງນາຍຄູດັ່ງກ່າວໃນລົດຂອງຜູ້ກ່ຽວໃນວັນອາທິດມື້ນີ້ ທີ່ເມືອງ Taez. ພວກ
ມືປືນຫລົບໜີໄປໄດ້. ເຈົ້າໜ້າທີ່ກ່າວອີກວ່າ ຜູ້ເຄາະຮ້າຍ ເປັນຮອງຜູ້ອໍານວຍການໂຮງ
ຮຽນສອນພາສາແຫ່ງນຶ່ງຢູ່ໃນປະເທດເຢເມນ ທີ່ຊື່ວ່າ ສະຖາບັນ ສວີດີຊ.
ບໍ່ມີຝ່າຍໃດອ້າງເອົາຄວາມຮັບຜິດຊອບຕໍ່ເຫດການໂຈມຕີນີ້ ແຕ່ພວກເຈົ້າ ໜ້າທີ່ທ້ອງຖິ່ນ
ກ່າວວ່າ ເບິ່ງຄືວ່າມັນເປັນຜົນງານຂອງກຸ່ມ ອາລ ຄາອີດາ.
ການຍິງສັງຫານນີ້ແມ່ນມີຂຶ້ນສາມມື້ຫລັງຈາກນາຍຄູສອນພາສາຍິງຊາວສວີສຄົນນຶ່ງ ຖືກ
ລັກພາຕົວໄປຢູ່ໃນເມືອງທ່າ Hodeida ປະເທດເຢເມນ ຊຶ່ງຍັງບໍ່ເປັນທີ່ແຈ້ງຂາວເທື່ອວ່າ
ໃຜເປັນຜູ້ລັກພາຕົວແມ່ຍິງຄົນໄປນີ້ແລະ ກໍບໍ່ມີວັດຖຸປະສົງທີ່ຊັດເຈນ.
ປະເທດເຢເມນໄດ້ຕົກຢູ່ໃນຄວາມວຸ້ນວາຍມານັບຕັ້ງແຕ່ປີຜ່ານມາ ເວລາເກີດການປະທ້ວງ
ຫລາຍໆບັ້ນ ທີ່ໄດ້ບີບບັງຄັບໃຫ້ທ່ານ Ali Abdullah Saleh ຕ້ອງລາອອກຈາກຕໍາ
ແໜ່ງປະທານາທິບໍດີໄປ ໃນທີ່ສຸດນັ້ນ. ກຸ່ມຫົວຮຸນແຮງອາລ ຄາດີດາ ໄດ້ສວຍໂອກາດ
ໃນສະຖານະການດັ່ງກ່າວເຂົ້າຍຶດເອົາຫລາຍຕົວເມືອງ.
ໃນອີກເຫດການນຶ່ງທີ່ເກີດຂື້ນໃນວັນອາທິດມື້ນີ້ ກໍາລັງທະຫານເຢເມນໄດ້ ຍິງລູກສອນໄຟ
ໃສ່ສອງຕົວເມືອງຂອງພວກກຸ່ມຫົວຮຸນແຮງອີສລາມ ທີ່ ຄວບຄຸມໂດຍອາລຄາອີດານັ້ນ.
ເວລານີ້ຍັງບໍ່ເປັນທີ່ແຈ້ງຂາວວ່າ ມີຜູ້ບາດເຈັບລົ້ມຕາຍຫລືບໍ່ ຈາກເຫດ ການໂຈມຕີ ເມືອງ
Zinjubar ແລະ ເມືອງ Jaar ນັ້ນ.
http://www.voanews.com/templates/widgetDisplay.html?id=143100216&player=article