ທໍານຽບຂາວ ກໍາລັງຄັດເລືອກຊື່ ຜູ້ທີ່ຈະເປັນ ປະທານທະນາຄານໂລກ ຄົນຕໍ່ໄປ (ເບິ່ງວີດີໂອ)

  • ທອງປານ ເທບວົງສາ

ທ່ານນາງ Susan Rice ທູດສະຫະລັດປະຈໍາ ສປຊ ມີລາຍງານວ່າ ເປັນຜູ້ນຶ່ງໃນຈໍານວນຜູ້ຖືກສະເໜີຊື່ ຮັບ ຕໍາແໜ່ງປະທານທະຫານໂລກຄົນຕໍ່ໄປ

ທ່ານ​ຈອນ ​ແຄຣີ ສະມາຊິກ​ສະພາ​ສູງ​ສະຫະລັດ ​ແລະ​ທ່ານ​ນາງ ຊູ​ຊານ ​ໄຣ້ຊ໌ ​ເອກ​ອັກຄະ
ລັດຖະທູດສະຫະລັດ​ ປະ​ຈໍາ​ອົງການ​ສະຫະ​ປະຊາ​ຊາດ ມີລາຍ​ງານ​ວ່າ​ອາດ​ຈະ​ຖືກສະ​ເໜີ​ຊື່
ໃຫ້​ເປັນ​ຫົວໜ້າ​ທະນາຄານ​ໂລກຄົນ​ຕໍ່ໄປ.

ທ່ານ Indra Nooyi ປະທານ​ແລະ​ຫົວໜ້າ​ບໍລິຫານ​ຜູ້​ຜະລິດ​ເຄຶ່ອງດື່ມ​ PepsiCo ກໍ​ມີ​ລາຍ
ງານ​ວ່າ ​ໄດ້​ມີ​ຊື່​ຢູ່​ໃນ​ບັນຊີ​ທີ່ຖືກ​ສະ​ເໜີຈໍານວນ​ບໍ່​ເທົ່າ​ໃດຄົນ​ທີ່​ລວບລວມ​ໂດຍ​ລັດຖະບານ
ທ່ານ​ໂອ​ບາ​ມ​າ​ເພື່ອເຂົ້າຮັບຕໍາ​ແໜ່​ງ​ແທນ​ປະທານ​ທະນາຄານ​ໂລກທ່ານ Robert Zoellick.
ທ່ານ Zoellick ຈະໄດ້​ອອກ​ຈາກ​ຕໍາ​ແໜ່​ງ​ເວລາ​ວາລະ​ໃນ​ການ​ຮັບ​ໜ້າທີ່​ຂອງ​ທ່ານ​ໝົດ​ອາຍຸ
ລົງ​ໃນ​ເດືອນ​ມິຖຸນາຕໍ່ໜ້າ​ນີ້.

ໂຄສົກ​ຂອງ​ທ່ານ ຈອນ ​ແຄຣີ ​ເວົ້າວ່າ ທ່ານ​ແຄຣີບໍ່​ໄດ້​ຖືກ​ທາ​ບທາມ​ກ່ຽວກັບ​ຕໍາ​ແໜ່​ງທະ
ນາ​ໂລກ​ດັ່ງກ່າວ​ນີ້​ແຕ່​ຢ່າງ​ໃດ ​ແລະ​ເວົ້າວ່າ​ບໍ່​ມີ​ຄວາມ​ສົນໃຈ.

ພາຍ​ໃຕ້​ຂໍ້​ຕົກລົງ​ທີ່​ບໍ່​ເປັນ​ທາງ​ການ​ຢ້ອນ​ຄືນ​ໄປ​ປາງ​ສົງຄາມ​ໂລກ​ຄັ້ງ​ທີ່​ສອງນັ້ນ ຕາມ​ປະ​ເພ
ນີ​ປະຕິບັດ​ກັນ​ມາ ສະ​ຫະລັດ​ຈະ​ເປັນ​ຜູ້ຖືກ​ເລືອກ​ເປັນປະ ທານ​ທະນາຄານ​ໂລກ ສ່ວນ​ພາກ
ພື້ນ​ຢູ​ໂຣບ​ແມ່ນ​ຖືກ​ເລືອກ​ໃຫ້​ເປັນ​ຜູ້ນໍາ​ກອງ​ທຶນ​ສາກົນ IMF. ​ແຕ່​ພວກ​ປະ​ເທດ​ເສດຖະກິດ
ທີ່​ກໍາລັງ​ຈະ​ເຣີນຂອງໂລກ​ໂດຍ​ສະ​ເພາະ​ກຸ່ມ​ປະ​ເທດ​ທີ່​ມີ​ຊື່​ຫຍໍ້​ວ່າ BRICS ຊຶ່ງ​ໝາຍ​ເຖິງປະ
ເທດ Brazil, Russia, India, China ​ແລະ​ອາ​ຟຣິກາ​ໃຕ້ ​ໄດ້​ພາກັນຮຽກຮ້ອງ​ໃຫ້​ມີ​ການ
ດໍາ​ເນີນ​ການ​ຄັດ​ເລືອກ​ທີ່​ເປີດ​ກວ້າງ​ກວ່າ​ເກົ່າ​ເພື່ອ​ບົ່ງຊື່ ຜູ້​ທີ່​ມີ​ຄຸນ​ນະ​ວຸດ​ທິສູງ​ຈາກ​ຫລາຍໆ
ປະ​ເທດ.

ພວກ​ເຈົ້າໜ້າ​ທີ່​ທະນາຄານ​ໂລກ​ກໍາລັງ​ລວບລວມ​ເອົາ​ຜູ້​ທີ່​ຈະ​ມາ​ຮັບ​ຕໍາ​ແໜ່​ງ​ແທນ​ທ່ານ
Zoellick ​ໄປ​ຈົນ​ເຖິງ​ວັນ​ທີ່ 23 ​ເດືອນ​ມີນາ​ນີ້.

http://www.voanews.com/templates/widgetDisplay.html?id=141196863&player=article