ສະຫະລັດດຳເນີນການ ກ່ຽວກັບ 'ການຕອບໂຕ້ຢ່າງຮອບດ້ານ' ຕໍ່ອີຣ່ານ ແລະຮຽກຮ້ອງໃຫ້ ອິສຣາແອລ ໃຊ້ຄວາມອົດກັ້ນ

ທະຫານອິສຣາແອລຄົນນຶ່ງ ຢືນຢູ່ຂ້າງໆລູກສອນໄຟຂີປະນາວຸດຂອງອີຣ່ານ ທີ່ຕົກຢູ່ໃນອິສຣາແອລ ໃນທ້າຍອາທິດທີ່ຜ່ານມາ, ໃນລະຫວ່າງການຢ້ຽມຢາມຂອງສື່ມວນຊົນ ຢູ່ທີ່ຖານທັບທະຫານ ຈູລີສ (Julis) ໃກ້ກັບເມືອງ ເຄີຢັດ ມາລາຊີ (Kiryat Malachi) ທາງພາກໃຕ້ຂອງອິສຣາແອລ ໃນວັນທີ 16 ເມສາ 2024.

ສະຫະລັດກ່າວວ່າ ຕົນກຳລັງເຮັດວຽກກັບບັນດາພັນທະມິດ ໃນການຕອບໂຕ້ແບບປະສານງານຕໍ່ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແລະລູກສອນໄຟຂອງອີຣ່ານ ໃສ່ດິນແດນ ອິສຣາແອລ ໃນທ້າຍອາທິດທີ່ຜ່ານມາ. ພ້ອມ​ກັນ​ນັ້ນ, ຍັງ​ສືບ​ຕໍ່​ຮຽກຮ້ອງ​ໃຫ້ ອິສຣາ​ແອລ ​ໃຊ້​ຄວາມ​ອົດ​ກັ້ນ ​ແລະ ຫຼີກລ້ຽງ​ການກໍ່ໃຫ້ເກີດຄວາມຂັດແຍ້ງ​ໃນລະດັບ​ພາກ​ພື້ນ ​ໃນວົງ​ກວ້າງຂຶ້ນ.

ປະທານາທິບໍດີ ໂຈ ໄບເດັນ ກຳລັງ "ປະສານງານກັບພັນທະມິດ ແລະຄູ່ຮ່ວມງານ, ລວມທັງກຸ່ມຂອງເຈັດປະເທດ, ແລະກັບບັນດາຜູ້ນຳຂອງສອງພັກການເມືອງໃນສະພາ, ກ່ຽວກັບການຕອບໂຕ້ຢ່າງຮອບຄອບ," ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ເຈັກ ຊຸລລີວານ (Jake Sullivan) ກ່າວໃນຖະແຫຼງການສະບັບນຶ່ງ.

ທ່ານ ຊຸລລີວານ ກ່າວ​ວ່າ ສະຫະລັດ ​ຈະ​ວາງ​ມາດ​ຕະການ​ລົງ​ໂທດ​ໃໝ່​ໃສ່​ອີຣ່ານ​ ໃນ​ຊຸມ​ມື້​ຕໍ່ໜ້າ ​ເຊິ່ງລວມທັງ​ໂຄງການ​ລູກ​ສອນ​ໄຟ ​ແລະໂດ​ຣນ​ ​ແລະ​ຕໍ່​ບັນດາ​ອົງການ​ທີ່​ສະໜັບສະໜູນ​ກອງກຳລັງ​ພິທັກປະຕິວັດ​ອິສ​ລາມ ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດຂອງ​ອີຣ່ານ.

ທ່ານກ່າວຕື່ມວ່າ ສະຫະລັດ ຈະຊຸກຍູ້ການເຊື່ອມໂຍງລະບົບປ້ອງກັນໄພທາງອາກາດ ແລະລູກສອນໄຟ ແລະລະບົບເຕືອນໄພລ່ວງໜ້າ ໃນທົ່ວເຂດຕາເວັນອອກກາງ.

ບັນດາ​ຜູ້​ຊ່ວຍ​ຂອງ​ທ່ານ ໄບເດັນ ​ໄດ້​ຮຽກຮ້ອງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ ໃຫ້​ຫລຸດ​ຜ່ອນ​ຄວາມ​ຮຸນ​ແຮງ. ໂຄສົກຂອງທຳນຽບຂາວ ທ່ານ ຈອນ ເຄິີບີ ກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານວານນີ້ວ່າ ປະທານາທິບໍດີ “ບໍ່ຕ້ອງການເຫັນສົງຄາມກັບອີຣ່ານ.

ທ່ານ ເນຕັນຢາຮູ ​ໄດ້​ປະຕິຍານ​ວ່າ​ ຈະ​ຕອບ​ໂຕ້​ຄືນ, ​ແຕ່​ເຈົ້າ​ໜ້າ​ທີ່​ອິສຣາ​ແອ​ລ ບໍ່​ໄດ້ບອກ​ວ່າ ​ພວກເຂົາ ​ຈະ​ໂຈມ​ຕີ​ແບບໃດ ຫຼື​ເວລາ​ໃດ.

"ພວກເຮົາຈະເລືອກການຕອບໂຕ້ຂອງພວກເຮົາຕາມຄວາມເຫມາະສົມ," ພົນໂທ ເຮີຊີ ຮາເລວີ (Herzi Halevi), ຫົວຫນ້າກອງທະຫານຂອງອິສຣາແອລກ່າວ.

ການ​ໂຈມ​ຕີ​ໂດຍ​ກົງ​ຂອງອິສຣາແອລ ໃສ່​ດິນ​ແດນ​ຂອງ​ອີ​ຣ່ານ ຈະ​ເຮັດໃຫ້ມີການແຜ່ລາມອອກຂອງຄວາມ​ຮຸນ​ແຮງອີກຄັ້ງນຶ່ງ, ​ໂດຍ ເຕຫະຣ່ານ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢູ່ແລ້ວວ່າ ຈະ​ຕອບ​ໂຕ້ຢ່າງຮຸນ​ແຮງ​ຂຶ້ນກວ່າ​ເກົ່າ ຕໍ່ການຕອບໂຕ້ຄືນໃດໆ.

ອ່ານຂ່າວນີ້ເປັນພາສາອັງກິດ