ທີມບານສົ່ງແມ່ຍິງ ສະຫະລັດ ຊະນະແຊັມໂລກ

ທີມບານສົ່ງແມ່ຍິງ ອາເມຣິກັນ ສະເຫຼີມສະຫຼອງຕຳແໜ່ງແຊ້ມ ຫລັງຈາກເອົາຊະນະທີມຈີນ ທີ່ນະຄອນ Milan, ອີຕາລີ, ວັນທີ 12 ຕຸລາ 2014.

ທີ​ມກີລາ​ບານ​ສົ່ງແມ່​ຍິງ​ຂອງ​ສະຫະລັດ ​ໄດ້​ຄອງ​ຕຳ​ແໜ່​ງ​
ແຊ້ມ​ໂລກ​ເປັນຄັ້ງ​ທຳ​ອິດໃນ​ປະຫວັດສາດ ​ໂດຍເອົາຊະນະ
​ທີ​ມຈີນ ​ໃນ​ການ​ແຂ່ງຂັນ​ຮອບ​ຊະນະ​ເລີດ​ ໃນ​ວັນ​ອາທິດ
​ວານ​ນີ້ ​ທີ່​ນະຄອນ Milan ອີ​ຕາ​ລີ ​ໂດຍ​ຊະນະ 3 sets ​ແລະ
ເສຍ set ນຶ່ງ.

​ແຊມ​ໂລກ​ເກົ່າ ຄື​ທີ​ມ Brazil ​ໄດ້​ຮັບ​ຫຼຽນ​ທອງ​ແດງ ໂດຍ​ໄດ້
ຊະນະ​ທີ​ມອີ​ຕາ​ລີ​ ປະ​ເທດ​ເຈົ້າພາບ ​3 ຕໍ່ 2 ​ໃນ​ທັງ​ໝົດ 5 sets.

​ກ່ອນ​ຈະໄປເຖິງ​ການ​ແຂ່ງຂັນ​ບັ້ນ​ຊະນະ​ເລີດນັ້ນ ທີ​ມ​ແມ່ຍິງ
​ສະຫະລັດ ​ໄດ້​ຊະນະ​ທີ​ມບຣາຊີ​ລ ຢ່າງ​ບໍ່​ຄາດ​ຝັນ​ໃນ​ວັນ​ເສົາ​
ມື້ກ່ອນ​ນີ້ ​ໂດຍ​ຊະນະ​ທັງໝົດ​ເລີຍ. ທີ​ມບຣາຊີ​ລ ​ໄດ້​ຊະນະ​ທີ​ມສະຫະລັດ ​ໃນ​ການ​ແຂ່ງຂັນຍາດ​ເອົາ​ຫຼຽນ​ຄຳ​ ຢູ່​ກີລາ​ໂອ​ລິ​ມປິກ​ເທື່ອ​ແລ້ວ​ນີ້ຊຶ່ງ​ເວລານັ້ນທີ​ມສະຫະ ລັດ​ຈັດ​ຢູ່​ໃນ​ອັນ​ດັບ​ນຶ່ງ​.

ທີ​ມອາ​ເມຣິກັນ ​ໄດ້​ຮັບ​ການ​ເຝິກ​ແອບ​ໂດຍ​ທ່ານ Karch Kiraly ​ໄວ 53 ປີ ທີ່ຖືກ​ອົງການ​ກີລາ​ບານ​ສົ່ງ​ໂລກຈັດວ່າ​ ເປັນ​ນັກກີລາ​ບານ​ສົ່ງ​ທີ່ເກັ່ງ​ທີ່​ສຸດ​ໃນ​ສັດຕະວັດ​ທີ 20. ທ່ານ​ເປັນ​ຄົນ​ດຽວ​ເທົ່າ​ນັ້ນ ທີ່​ໄດ້​ຮັບ ຫຼຽນ​ຄຳໂອ​ລິ​ມປິກ​ ​ໃນ​ກີລາ​ບານ​ສົ່ງ​ທັງ​ສອງ​ປະ​ເພດ ຄືບານ​ສົ່ງ​ຊາຍ​ຫາດ ແລະ​ໃນ​ອາຄານ. ບັດນີ້ ທ່ານຍັງ​ໄດ້​ເປັນ​ແຊ້ມ ຫົວໜ້າ​ຄູ​ເຝິກ​ຂອງໂລກອີກ​.

ທ່ານ Karch Kiraly ກ່າວ​ວ່າ ທີ​ມບານ​ສົ່ງ​ແມ່ຍິງ​ສະ​ລັດ ​ໄປ​ແຂ່ງ​ຢູ່ ມີ​ລັງ ​ເພື່ອ​ “ສ້າງ​ປະຫວັດສາດ” ​ແລະ​ໄດ້​ກໍ​ໄດ້​ເຮັດ​ເຊັ່ນ​ນັ້ນ​ແທ້.