ທ່ານໂອບາມາ ຈະໄປຢ້ຽມ ເຂດປະສົບ ຄວາມເສຍຫາຍ ຈາກໄຟປ່າ (ສະໄລດ໌)

  • ໄພສານ ວໍຣະຈັກ

ໄຟປ່າ ຈາກເຂດ Waldo Canyon ໄດ້ໄໝ້ລາມແລະທຳລາຍເຮືອນຊານ ໃນເມືອງ Colorado Springs ຫົວເມືອງໃຫຍ່ ອັນດັບສອງ ຂອງລັດໂຄໂລຣາໂດ (26 ມິຖຸນາ 2012)

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ອອກ​ປະກາດ ​ໃຫ້​ລັດ​ໂຄໂລຣາ​ໂດ​ໃນ
​ພາກ​ຕາ​ເວັນ​ຕົກ​ ຂອງ​ສະຫະລັດ ​ເປັນ​ເຂດ​ປະສົບ​ໄພພິບັດ ຊຶ່ງ​ໃນວັນ​ສຸກ​ມື້ນີ້ ທ່ານ​ຈະ​ເດີນ
ທາງ​ໄປ​ສຳ​ຫຼວດ​ເບິ່ງ​ຄວາມ​ເສຍ​ຫາຍຈາກ​ໄຟປ່າທີ່​ໄດ້ໄໝ້​ລາມ​ຢ່າງ​ຮຸນ​ແຮງ​ໃນ​ບໍລິ​ເວນ​ກວ້າງ
ທີ່​ໄດ້​ທຳລາຍ​ເຮືອນ​ຊານ​ໄປ​ແລ້ວ​ຫຼາຍ ຮ້ອຍ​ຫຼັງ​ແລະ​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ​ນຶ່ງ​ຄົນ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ມີ​ເຮືອນ 346 ຫຼັງ​ໄດ້​ຖືກ​ທຳລາຍ ນັບ​ແຕ່​ວັນ​ອັງຄານ​ແລ້ວນີ້ ​ເປັນຕົ້ນມາ
​ເວລາ​ໄຟ​ປ່າໃນ​ເຂດໜ້າຜາ Waldo Canyon ເລີ່​ມ​ໄໝ້​ລາມ​ແບບ​ບໍ່ສາມາດ​ຄວບ​ຄຸມ​ໄດ້ຊຶ່ງ​
ໄດ້​ບັງຄັບ​ໃຫ້​ມີ​ການ​ຍົກຍ້າຍ​ປະຊາຊົນ​ ປະມານ 36,000 ​ຄົນ ​ອອກ​ຈາກ​ເຮືອນ​ຊານ​ຂອງ​
ພວກ​ເຂົາ​ເຈົ້າ​ໃນເມືອງ Colorado Springs ຊຶ່ງ​ເປັນ​ຫົວ​ເມືອງ​ໃຫຍ່​ອັນ​ດັບ 2 ຂອງ​ລັດ​ໂຄ​
ໂລຣາ​ໂດ. ຜູ້​ບັນຊາ​ການ​ຕຳຫຼວດ ​ໃນເມືອງ​ດັ່ງກ່າວ​ແຈ້ງ​ໃຫ້​ພວກ​ນັກ​ຂ່າວ​ຊາບ​ ໃນ​ວັນ​ພະ
ຫັດ​ວານ​ນີ້ວ່າ​ໄດ້​ພົບ​ເຫັນ ຊາກສົບ​ຄົນຕາຍ​ຜູ້ນຶ່ງ​ໃນເຮືອນທີ່​ຖືກ​ໄຟ​ໄໝ້​ບ່ອນ​ທີ່​ມີ​ລາຍ​ງານ​
ວ່າ 2 ຄົນ​ໄດ້ຫາຍ​ສາບ​ສູນ​ໄປ​ນັ້ນ.

ການ​ປະກາດ​ທີ່​ວ່າ​ນີ້ຂອງ​ທ່ານ​ໂອ​ບາ​ມາ ​ເຮັດ​ໃຫ້​ປະຊາຊົນ ​ທີ່​ໄດ້​ຮັບ​ຜົນ​ກະທົບຈາກ​ໄຟ​
ປ່າໃນ​ເຂດ Waldo Canyon ​ແລະ​ໄຟ​ປ່າ​ຂະໜາດ​ແຮງ​ໃນ​ເຂດ​ພາກເໜືອ​ຂອງ​ລັດ​ໂຄ​ໂລ
ຣາ​ໂດ ທີ່​ໄດ້​ທຳລາຍ​ເຮືອນ​ຊານ​ຂອງ​ປະຊາຊົນ 257 ຫຼັງ ​ແລະ​ເຮັດ​ໃຫ້​ແມ່ຍິງ​ຄົນ​ນຶ່ງ​ເສຍ​
ຊີວິດ ​ໃນຕົ້ນ​ເດືອນ​ນີ້ ສາມາດ​ຂໍ​ການ​ຊ່ອຍ​ເຫຼືອ ຈາກກອງ​ທຶນ​ຄຸ້ມ​ຄອງ​ໄພພິບັດ​ຂອງ​ລັດ
ຖະບານ​ກາງ​ໄດ້.

​ໄຟ​ປ່າ​ໃນ​ເຂດ Waldo Canyon ​ເລີ່​ມ​ຂຶ້ນ​ ໃນ​ມື້ວັນ​ເສົາ​ແລ້ວ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​
ຊາດ Pike ​ແລະ​ໄໝ້​ລາມ​ໃນ​ບໍລິ​ເວນ 6,000 ​ເຮັກຕາ​ກວ່າໆ ​ແລະ​ໃນ​ຕອນ​ນຶ່ງ​ນັ້ນ ​ໄດ້​
ຂົ່ມຂູ່ຕໍ່​ໂຮງຮຽນ​ນາຍຮ້ອຍ ກອງທັບ​ອາກາດສະຫະລັດ. ສະພາບ​ອາກາດຮ້ອນ​ເອົ້າ ທີ່​
ເຮັດ​ໃຫ້​ອຸນຫະພູມ​ຖີບ​ໂຕ​ສູງ​ຂຶ້ນກາຍ 37 ອົງສາ​ແຊ​ລຊຽສ​ແລະ​ລົມ​ແຮງ​ເປັນ​ເ​ວລາຫຼາຍ
ມື້ໄດ້​ຊ່ອຍ​ເຮັດ​ໃຫ້​ໄຟ​ປ່າ​ໄໝ້​ລາມ​ອອກ​ໄປ. ​ໄຟ​ປ່າ​ດັ່ງກ່າວ​ສາມາດ​ຄວບ​ຄຸມ​ໄ​ດ້​ແລ້ວ 15%
ທັງ​ນີ້ກໍ​ຍ້ອນ​ອຸນຫະພູມ​ທີ່​ຄ່ອຍ​ເຢັນ​ລົງ​ ແລະມີ​ລົມ​ພັດບໍ່ແຮງຊຶ່ງ​ໄດ້​ຊ່ອຍ​ໃນ​ການ​ດຳ​ເນີນ​
ຄວາມ​ພະຍາຍາມ​ຂອງ ພວກ​ມອດ​ໄຟ.

ສາ​ເຫດ​ຂອງ​ໄຟ​ປ່າທີີ່​ວ່າ​ນີ້​ແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຮູ້​ກັນ​ເທື່ອ. ອົງການ​ສັນຕິ​ບານ​ກາງ​ FBI
ຂອງ​ສະຫະລັດ ພວມ​ທຳ​ການ​ສືບສວນ​ຢູ່​ວ່າມີ​ການ​ກະທຳ​ຜິດ​ທາງອາຍາ​ພົວພັນ​ຫຼືບໍ່.