ທ້າວ Manning ພົ້ນຂໍ້ຫາ ຊ່ວຍສັດຕູ ໂດຍທາງອ້ອມ (ວີດິໂອ)

ພົນທະຫານ Bradley Manning ຖືກນໍາຕົວອອກຈາກຫ້ອງສານໃນຄ້າຍ Fort Meade, ລັດ Maryland ລຸນຫລັງໄດ້ຮັບຄໍາຕັດສິນ ໂດຍສານທະຫານໃນວັນທີ 30 ກໍລະກົດ 2013.

ສານທະຫານສະຫະລັດພົບ​ເຫັນວ່າ ພົນທະຫານຄົນນຶ່ງທີ່ຖືກ
ກ່າວຫາວ່າ​ເປີດເຜີຍຄວາມລັບຂອງສະຫະລັດໃຫ້​ແກ່ເວັບໄຊ
Wikileaks ນັ້ນ ບໍ່ມີຄວາມຜິດ ໃນຖານຊ່ວຍສັດຕູ ໂດຍທາງ
ອ້ອມ ຊຶ່ງເປັນຂໍ້ກ່າວຫາທີ່ສາມາດເຮັດໃຫ້ຜູ້ກ່ຽວຖືກຈໍາຄຸກຕະ
ຫລອດຊີວິດໄດ້.

ແຕ່ຢ່າງໃດກໍຕາມ ໃນວັນອັງຄານວານນີ້ ສານຢູ່ທີ່​ຄ້າຍ Fort
Meade ລັດ Maryland ໄດ້ຕັດສິນວ່າ ພົນທະຫານ Manning
ທີ່ມາຈາກລັດ Oklahoma ມີຄວາມຜິດ ໃນຂໍ້ຫາຖານເບົາກວ່າ
ຫລາຍກະທົງ ຊຶ່ງລວມທັງການລັກລອບຊັບສິນຂອງສ່ວນລວມ,
ການຈາລະກໍາ ແລະການສໍ້ໂກງ​ໂດຍການໃຊ້ຄອມພີວເຕີ. ການລົງໂທດສໍາລັບການກໍ່
ອາດຊະຍາກໍາເຫລົ່ານີ້ ສາມາດເຮັດໃຫ້ມີການຈໍາຄຸກ ທີ່ລວມເຂົ້າກັນເປັນ​ເວລາ​ດົນກວ່າ 100 ປີ.

ພົນທະຫານ Manning ຖືກກ່າວຫາວ່າ ມີຄວາມຜິດທາງອາຍາ ທັງໝົດ 21 ກະທົງ ທີ່
ກ່ຽວພັນກັບການເປີດເຜີຍເອກະສານຂອງສະຫະລັດຫລາຍກວ່າ 7 ແສນສະບັບ ໃຫ້ແກ່
ເວັບໄຊ ທີ່ຕໍ່ຕ້ານການສືບລັບຊາບ. ເອກະສານເຫລົ່ານັ້ນ ລວມທັງໂທລະເລກທາງການ
ທູດ ແລະລາຍງານລັບດ້ານການທະຫານ ຈາກສົງຄາມໃນອີຣັກ ແລະອັຟການິສຖານ.

ສ່ວນພົນທະຫານ Manning ກໍໄດ້ຍອມຮັບຜິດຕໍ່ຂໍ້ຫາທີ່ມີ​ຄວາມ​ຜິດ​ເບົາກວ່າ ໃນຫລາຍໆ
ກະທົງແລ້ວ. ​

ເບິ່ງວີດິໂອກ່ຽວກັບເລື້ອງນີ້:

http://www.voanews.com/flashembed.aspx?t=vid&id=1713445&w=640&h=429&skin=embeded