ການາດາ ຈະເຂົ້າຮ່ວມ ການໂຈມຕີທາງອາກາດ ຕ້ານກຸ່ມລັດອິສລາມ

ນາຍົກລັດຖະມົນຕີການາດາ ທ່ານ Stephen Harper (ຂວາ) ຢຶນຢູ່ໃນສະພາ ຫລັງຈາກການລົງຄະແນນສຽງ ຮັບຜ່ານມະຕິ ອະນຸຍາດໃຫ້ເຂົ້າຮ່ວມ ໂຈມຕີທາງອາກາດ.

ສະຫະລັດ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ກັບການ​ຕັດສິນ​ໃຈ​ ຂອງ
ສະພາກາ​ນາ​ດາ ທີ່​ອະນຸຍາດ​ໃຫ້​ທຳ​ການ​ໂຈມ​ຕີ​ທາງ​ອາ
ກາດ ຕ້ານພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໃນອີຣັກ.

ມາດ​ຕະການທີ່ສະພາ​ກາ​ນາ​ດາໄດ້​ຮັບຮອງເອົາ​ ໃນ​ວັນ​ອັງ
ຄານ​ວານ​ນີ້ ແມ່ນ ​ ສະໜັບສະ​ໜູນ ​ໃຫ້​ທຳ​ການ​ໂຈມ​ຕີທາງ​
ອາກາດ ​ເປັນ​ເວລາ​ດົນ​ເຖິງຫົກ​ເດືອນ. ນອກ​ນັ້ນ​ ຍັງ​ຫ້າມ​
ການ​ໃຊ້​ກຳລັງ​ພາກ​ພື້ນ​ດິນ ​ໃນ​ການ​ປະ​ຕິບັດ​ງານສູ້​ລົບ​ໃດໆ.

ນາຍົກລັດຖະມົນຕີກາ​ນາ​ດາ ທ່ານ Stephen Harper
ກ່າວວ່າ ລັດຖະບານ​ຂອງ​ທ່ານບໍ່​ໄດ້​ຖື​ເບົາການ​ຕັດສິນ​ໃຈນີ້
​ແຕ່​ວ່າ ກຸ່ມ​ລັດ​ອິສລາມ​ແມ່ນ​ເປັນ​ໄພ​ຂົ່ມຂູ່​ຢ່າງ​ແທ້​ຈິງ.

ທ່ານ​ກ່າວ​ວ່າ ແນວ​ໂຮມທີ່​ນຳພາໂດຍສະຫະລັດນັ້ນ ຕ້ອງ​ປະຕິບັດ​ງານ​ເພື່ອ​ຢຸດ​ກຸ່​ມດັ່ງ
ກ່າວ ບໍ່​ໃຫ້​ແຜ່​ຂະຫຍາຍອອກ​ໄປ​ອີກ ​ແລະ​ຂັດຂວາງ​ບໍ່​ໃຫ້​ພວກ​ເຂົາ ສາມາດທຳ​ການ
​ໂຈມ​ຕີ ​ຢູ່​ນອກ​ຂົງ​ເຂດ​ໄດ້.

ພາບການຕໍ່ສູ້ຍາດເອົາ ເມືອງໂກບານີ, ວັນທີ 8 ຕຸລາ

ຖະແຫລ​ງການ​ສະບັບ​ນຶ່ງ​ຈາກທຳນຽບຂາວ ກ່າວວ່າ ສະຫະລັດ ຈະ​ປະຕິບັດ​ງານຮ່ວມ​
ກັບ​ບັນດາພາຄີ​ຂອງ​ຕົນ​ ເພື່​ອ “​ເສີມຂະ​ຫຍາ​ຍ​ແນວທາງການ​ປະຕິບັດ​ງານ​ຮອບດ້ານ
​ແລະ​ຍືນ​ຍົງ​ຂອງ​ພວກ​ເຮົາ ​ເພື່ອ​ສ້າງ​ຄວາມ​ເສື່ອມ​ເສຍ ​ແລະ ​ໃນ​ທີ່​ສຸດ​ ທຳລາຍ​ໃຫ້​ດັບ
​ສູນ” ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ນັ້ນ.

​ໃນ​ຂະນະ​ດຽວກັນ ທູດ​ພິ​ເສດສະຫະ​ປະຊາ​ຊາດ ສຳ​ຫລັບ​ຊີ​ເຣຍ​ ​ເຕືອນ​ວ່າ ພວກ​ນັກ​ລົບ
​ເຄີດ ທີ່ກຳລັງ​ປ້ອງ​ກັນ ເມືອງ Kobani ທາງ​ພາ​ກ​ເໜືອ​ຂອງ​ຊີ​ເຣຍ ທີ່​ມີ​ອີກ​ຊື່​ນຶ່ງ​ວ່າ Ayn
al-Arab ນັ້ນ ​ແມ່ນໃກ້​ຈະ​ບໍ່​ສາມາດຍັບ​ຍັ້ງ ພວກ​ຫົວ​ຮຸນ​ແຮງໄວ້ໄດ້​ແລ້ວ.

Your browser doesn’t support HTML5

ISLAMIC STATE SOTVO