ທີມງານສະຫະລັດ ຍັງສືບຕໍ່ຊອກຫາຜູ້ເຄາະຮ້າຍ ຈາກເຫດການພາຍຸ ພັດຖະຫຼົ່ມ

Your browser doesn’t support HTML5

ທີມງານສະຫະລັດ ຍັງຄົງຊອກຫາຜູ້ເຄາະຮ້າຍທີ່ອາດຈະເປັນໄປໄດ້ວ່າ ຍັງມີຊີວິດ ສອງມື້ຫຼັງຈາກພາຍຸທໍເນໂດ ທີ່ມີກຳລັງແຮງຫົວນຶ່ງ ໄດ້ພັດຖະຫຼົ່ມເມືອງນ້ອຍໆ Greenfield ຂອງລັດ ໄອໂອວາ (Iowa), ເຊິ່ງໄດ້ເຮັດໃຫ້ປະຊາຊົນຫຼາຍຄົນເສຍຊີວິດ, ໄດ້ຮັບບາດເຈັບຢ່າງນ້ອຍ ສິບຄົນ ແລະເຮືອນຫຼາຍຫຼັງຖືກທໍາລາຍ.