ພາຍຸ ລະດູໜາວ ທີ່ບໍ່ຄ່ອຍເຫັນ ເຮັດໃຫ້ ພາກໃຕ້ ສຫລ ເປັນອຳມະພາດ (ວີດີໂອ)

Your browser doesn’t support HTML5

ຄວາມສັບສົນວຸ້ນວາຍທີ່ຖະໜົນຫົນທາງປົກຄຸມດ້ວຍນ້ຳກ້ອນໃນ
ພາກໃຕ້ ຂອງສະຫະລັດ ທີ່ເກີດຂຶ້ນໃນວັນພຸດວານນີ້ ຍ້ອນຫິມະ
ຕົກຜິດທຳມະດາແລະເກີດພາຍຸນ້ຳກ້ອນໄດ້ບັງຄັບໃຫ້ພວກເດັກ
ນ້ອຍຫລາຍພັນຄົນ ຕ້ອງພັກແຮມຄືນ ຢູ່ໃນໂຮງຮຽນແຫ່ງຕ່າງໆ ແລະໃຫ້ພວກຂັບຍານພາຫະນະຫຼາຍພັນຄົນຕົກຄ້າງຢູ່ຕາມຖະ
ໜົນຫົນທາງສາຍຕ່າງໆ.

ພາຍຸດັ່ງກ່າວຊຶ່ງໄດ້ເຮັດຜູ້ຄົນເສຍຊີວິດໄປແລ້ວຢ່າງໜ້ອຍ 7 ຄົນ ໃນວັນອັງຄານມື້ກ່ອນນີ້ໄດ້ປະທະຂົງເຂດທີ່ປະຊາຊົນໃນຈຳນວນ
ປະມານ 60 ລ້ານຄົນອາໄສຢູ່ ຊຶ່ງສ່ວນໃຫຍ່ ບໍ່ລຶ້ງກັບສະພາບດິນ ຟ້າອາກາດທີ່ເປັນນ້ຳກ້ອນແລະຫິມະເລີ້ມແຕ່ລັດ Texas ໄປຮອດລັດ Georgia ແລະເຂົ້າ ໄປໃນລັດ Carolina ເໜືອແລະລັດ Carolina ໃຕ້.

ທີ່ນະຄອນ Atlanta ລັດ Georgia ພວກຂັບຍວດຍານພາຫະນະຍັງຄ້າງຢູ່ໃນລົດຂອງເຂົາ
ເຈົ້າ ໃນຖະໜົນຫຼວງສາຍຕ່າງໆທີ່ປົກຄຸມດ້ວຍນ້ຳກ້ອນໃນວັນພຸດວານນີ້ ຊຶ່ງບາງຄົນໄດ້ໃຊ້
ເວລາເຖິງ 18 ຊົ່ວໂມງຢູ່ໃນຖະໜົນ. ລາຍງານແຈ້ງໃຫ້ຊາບວ່າ ໄດ້ເກີດອຸບັດເຫດ ໃນທ້ອງ ຖະໜົນປະມານ 800 ກໍລະນີຢູ່ໃນເມືອງດັ່ງກ່າວແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບສາຫັດຈັກຄົນ.

ປະຊາຊົນຢ່າງໜ້ອຍ 5 ຄົນເສຍຊີວິດ ໃນລັດ Alabama ແລະ 2 ຄົນໃນລັດ Georgia ຊຶ່ງ ເກີດຂຶ້ນເນື່ອງຈາກສະພາບດິນຟ້າອາກາດດັ່ງກ່າວ.

ພວກສາຍການບິນໄດ້ລົບລ້າງຖ້ຽວບິນຫຼາຍພັນຖ້ຽວ ຊຶ່ງປະມານ 1 ພັນຖ້ຽວແມ່ນໄດ້ຖືກລົບ ລ້າງໄປໃນຕອນບ່າຍວັນພຸດວານນີ້ ທີ່ສະໜາມບິນລະຫວ່າງຊາດ Hartsfield-Jackson ທີ່ເປັນສະໜາມບິນທີ່ມີເຮືອບິນຂຶ້ນລົງຫຼາຍທີ່ສຸດຂອງໂລກ ໃນນະຄອນ Atlanta ນັ້ນ.

ໃນທິດເໜືອຂອງນະຄອນ Atlanta ນັ້ນ ແມ່ຍິງຄົນນຶ່ງແລະສາມີຂອງນາງຈຳເປັນຕ້ອງຄອດ
ລູກ ທີ່ເປັນຜູ້ຍິງ ຢູ່ແຄມຖະໜົນຫຼວງເລກທີ 285 ທີ່ໄດ້ຮັບການຊ່ອຍເຫຼືອຈາກເຈົ້າໜ້າທີ່ຕຳ ຫຼວດຄົນນຶ່ງ ຊຶ່ງໄດ້ເດີນທາງໄປຮອດ ໃນເວລາຕົງພໍດີ. ມີລາຍງານວ່າ ພວກພໍ່ແມ່ແລະເດັກ ເກີດໃໝ່ມີສຸຂະພາບດີ.

ພວກພະຍາກອນອາກາດທຳນາຍວ່າ ສະພາບດິນຟ້າອາກາດ ຈະດີຂຶ້ນແດ່ໜ້ອຍນຶ່ງ ຊຶ່ງອຸນ ຫະພູມຈະອຸ່ນຂຶ້ນກາຍຂີດເປັນນ້ຳກ້ອນ ກ່ອນຈະເຢັນລົງຄືນອີກ ຫລຸດຂີດເປັນນ້ຳກ້ອນ ໃນ ທົ່ວພາກຕາເວັນອອກສຽງໃຕ້ ໃນຕອນເຊົ້າວັນພະຫັດມື້ນີ້.

Your browser doesn’t support HTML5

US Weather