ເກົາຫລີເໜືອໄດ້ເປີດປະຊຸມທາງການເມືອງທີ່ໃຫຍ່ທີ່ສຸດໃນຮອບ 36 ປີ ໃນຂະນະທີ່ກອງ ປະຊຸມໃຫຍ່ພັກແຮງງານຄັ້ງທີ 7 ເລີ້ມຂຶ້ນໃນວັນສຸກມື້ນີ້.
ແຕ່ແນວໃດກໍຕາມ ພວກນັກຂ່າວຕ່າງປະເທດ ທີ່ເດີນທາງໄປຍັງນະຄອນຫຼວງພຽງຢາງ ເພື່ອເອົາຂ່າວກ່ຽວກັບເລື້ອງ ຍັງບໍ່ທັນໄດ້ຮັບອະນຸຍາດໃຫ້ເຂົ້າໄປຂ້າງໃນເທື່ອ.
ສະຫະລັດ ໄດ້ປຶກສາຫາລືຢ່າງໃກ້ຊິດກັບບັນດາປະເທດພັນທະມິດຂອງຕົນໃນເອເຊຍ ເພື່ອຕິດຕາມເບິ່ງສະຖານະການໃນແຫລມເກົາຫລີ ໃນລະຫວ່າງກອງປະ ຊຸມລະດັບສູງ ຂອງພວກຜູ້ຕາງໜ້າພັກ ຊຶ່ງຄາດວ່າຈະເປັນຜົນພາໃຫ້ໃຫ້ມີການສັບປ່ຽນເຈົ້າໜ້າທີ່ຂັ້ນ ສູງບາງຄົນ.
ຄ່ົນຍ່າງຜ່ານປ່ອນເອ້ດອກໄມ້ ແລະປ້າຍທີ່ກ່າວວ່າ "ກອງປະຊຸມໃຫຍ່ພັກແຮງງານເກົາຫລີຄັ້ງທີ 7 " ວັນທີ 5 ພືດສະພາ, 2016.
ນອກນັ້ນ ວໍຊິງຕັນຍັງຄາດວ່າ ລັດຖະບານທີ່ໂດດດ່ຽວຂອງເກົາຫຼີເໜືອອາດຈະໃຊ້ໂອ ກາດນີ້ ຍິງລູກສອນໄຟແລະທົດລອງອາວຸດນິວເຄລຍ.
ທ່ານ Mark Toner ໂຄສົກກະຊວງຕ່າງປະເທດສະຫະລັດກ່າວໃນວັນພະຫັດວານນີ້ວ່າ ພວກເຮົາຈະສືບຕໍ່ຊອກຫາຊ່ອງທາງທີ່ພວກເຮົາສາມາດນຳໃຊ້ ແລະເພີ້ມຄວາມກົນດັນ ຕໍ່ພວກເຂົາ ຊຶ່ງໃນຂະນະດຽວກັນ ພວກເຮົາກໍຄ້ຳປະກັນວ່າ ຄວາມໝັ້ນຄົງແມ່ນໄດ້ມີການຮັກສາໄວ້ແບບບໍ່ມີການຢ່ອນຍານ.
ບັນດານັກຂ່າວຕ່າງປະເທດ ພາກັນຖ່າຍຮູບຢູ່ນອກສູນວັດທະນາທຳ ທີ 25 ເມສາ 2016.
ໃນໄລຍະສອງສາມເດືອນຜ່ານມານີ້ ພຽງຢາງໄດ້ທຳການທົດລອງລູກສອນໄຟ ຈຳນວນ ນຶ່ງ ພ້ອມໆກັບອາວຸດນິວເຄລຍໃນເດືອນມັງກອນຜ່ານມາ. ທ່ານ Toner ກ່າວວ່າ ສະຫະ ລັດ ຈະມີຄວາມຍິນດີກ່ຽວກັບຮ່ອງຮອຍໃດໆກໍຕາມໃນການຫລຸດຜ່ອນຄວາມເຄັ່ງຕຶງ ຂອງອຳນາດການປົກຄອງເກົາຫຼີເໜືອ.
ຜູ້ອຳນວຍການສືບລັບແຫ່ງຊາດຂອງສະຫະລັດ ທ່ານ James Clapper ໄດ້ເດີນທາງໄປເຖິງນະຄອນຫຼວງໂຊລໃນຕົ້ນອາທິດນີ້.
ທ່ານ Clapper ໄດ້ພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດເກົາຫລີໃຕ້ ທ່ານ Han Min Koo ແລະໄດ້ປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງ ອີງຕາມລາຍງານຂອງ ອົງການຂ່າວຢອນຮັບຂອງເກົາຫຼີໃຕ້. ນອກນັ້ນຍັງມີການປຶກ ຫາລືກ່ຽວກັບຄວາມເປັນໄປ ໄດ້ ໃນການທົດລອງນິວເຄລຍຄັ້ງໃໝ່ ຂອງເກົາຫລີເໜືອນຳດ້ວຍ.
Your browser doesn’t support HTML5
US Nokor