ສະຫະລັດ ກຳລັງສັງເກດການເລືອກຕັ້ງ ໃນ ມຽນມາ ຢ່າງໃກ້ຊິດ

ຜູ້ນຳຝ່າຍຄ້ານ ທ່ານນາງ Aung San Suu Kyi ຖະແຫລງຕໍ່ ກອງປະຊຸມບັນດານັກຂ່າວ ທີ່ບ້ານພັກຂອງ ທ່ານນາງ.

ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່ ສະຫະລັດ​ຄົນ​ໜຶ່ງ ​ໃຫ້​ຮອງ​ຮອຍ​ການ​
ເລືອກ​ຕັ້ງ​ທີ່ຈະ​ມີ​ຂື້ນ​ຢູ່​ໃນມຽນມາ ທີ່​ອາ​ດຈະ​ນຳໄປ​ສູ່​ການ​ເຂົ້​າ
ຮ່ວມ​ຫລາຍ​ຂື້ນ ບັນດາ​ນັກວິ​ເຄາະ​ອ້າງ​ວ່າ ທະຫານ​ຍັງ​ມີ​ອຳ
ນາດ​ຫລາຍ​ຢູ່. ​ໂຄສົກ​ກະຊວງຕ່າງປະ​ເທດ ສະຫະລັດ ຄົນ​ໜຶ່ງ
​ໃນ​ວັນ​ພະຫັດ​ວານ​ນີ້​ກ່າວວ່າ ບັນດາ​ເຈົ້າ​ໜ້າ​ທີ່​ສຳຄັນ ກຳລັງ
ເບິ່ງ​ຢ່າງ​ໃກ້ຊິດ​ຂອງ​ການ​ເລືອກ​ຕັ້ງ​ຢູ່​ໃນ​ປະ​ເທດ​ ໃນ​ວັນ​ອາທິດ
​ຈະ​ມາ​ເຖິງ​ ທີ່​ເບິ່ງຮອງ​ຮອຍ​ຂອງຄວາ​ມຄືບ​ໜ້າ ຈາກ​ພະເດັດ
​ການ​ທະຫານ ມາສູ່​ປ​ະຊາ​ທິປະ​ໄຕ.

​ໂຄສົກ ທ່ານ John Kerby ກ່າວ​ວ່າ ​ເອກ​ອັກຄະ​ລັດທະທູດ
ສະຫະລັດ ທ່ານ Derek Mitchell ພະນັກງານ​ສະຖານທູດ
ຮອງ​ຜູ້​ປົກຄອງ​ອົງການ USIAD ທ່ານ Jonathan Stiversແລະ​ບັນ​ດາ​ພະນັກງານ
​ສະພາ ຈະ​ພາກັນ​ສັງ​ເກດ​ການ​ ຕະຫລອດ​ການ​ເລືອກ​ຕັ້ງ.

ບັນດາຜູ້ສະໜັບສະໜູນ ທະຫານ ທີ່ໜູນຫລັງໂດຍ ສະຫະພັນນໍ້າໜຶ່ງໃຈດຽວ ແລະພັກພັດທະນາ (USDP) ພາກັນຟ້ອນ

ທ່ານ Kirby ກ່າວ​ລາຍ​ງານ​ຢູ່ ນະຄອນຫລວງ ວໍ​ຊິງ​ຕັນ ວ່າ “ສະຫະລັດ ​ໄດ້​ຊ່ວຍເຝິກ​ຫັດ​
ການ​ສັງ​ເກດ​ການ​ເລືອກ​ຕັ້ງ ​ແລະ​ສະໜັບສະໜູນ ບັນດາປະຊາ​ຄົມ​ພົນລະ​ເຮືອນຢູ່​ທີ່​ນັ້ນ ທີ່​ມີ 5,000 ຄົນທີ່​ເປັນ​ເອກ​ກະລາດ ຜູ້​ແນະນຳ​ທີ່​ບໍ່​ເຂົ້າ ຂ້າງພັກ​ຝາຍ ​ແລະ​ດຳ​ເນີນ​ຮຽກ
ຮ້ອງ​ໃຫ້​ລັດຖະບານ​ມຽນມາ ອະນຸ​ຍາດ​ໃຫ້​ບັນດາ​ຜູ້​ສັງ​ເກດ​ການ​ເຂົ້າ​ໄປ​ກ່ອນ​ໜ້າ ຢູ່
ບ່ອນ​ປ່ອນ​ບັດ​ທີ່ຢູ່​ໃນ​ຄ້າຍ​ທະຫານ.”

ບັນຫາ​ໜຶ່ງທີ່​ປະ​ເຊີນ​ ໜ້າອັນ​ສຳຄັນກໍ​ຄື ການ​ປະຕິບັດ​ງານ​ເລືອກ​ຕັ້ງ ​ທີ່​ລົ້ມ​ແຫລວຂອງ
ຄະນະ​ກຳມະການ​ເລືອກ​ຕັ້ງ​ມຽນມາ ປະຕິບັດເສັດ​ສິ້ນ​ລາຍ​ຊື່​ຜູ້ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ
ພຽງ​ແຕ່​ບໍ່​ເທົ່່າ​ໃດ​ມື້ກ່ອນ​ການ​ເລືອກ​ຕັ້ງ.