ກຳປັ່ນລົບ ຂອງສະຫະລັດ ແລ່ນຜ່ານຊ່ອງແຄບໄຕ້ຫວັນ ອີກຄັ້ງນຶ່ງ

ພາບນີ້ໄດ້ມາຈາກກອງທັບເຮືອສະຫະລັດ ໃນວັນທີ 23 ຕຸລາ 2018 ສະແດງໃຫ້ເຫັນກຳປັ່ນພິຄາດບັນທຸກລູກສອນໄຟນຳວິຖີ ລຸ້ນອາຣເລ ເບີກ (Arleigh Burke) ທີ່ມີຊື່ວ່າ USS Curtis Wilbur ໃນຂະນະທີ່ເຂົ້າຮ່ວມໃນການຊ້ອມລົບ ຢູ່ໃນທະເລຟີລິບປິນ ໃນວັນທີ 28 ກຸມພາ 2018.

ກຳປັ່ນລົບຂອງສະຫະລັດ ໄດ້ແລ່ນຜ່ານເສັ້ນທາງທີ່ມີຄວາມຫຼໍ່ແຫຼມທາງທະເລອີກຄັ້ງນຶ່ງ ບ່ອນທີ່ເປັນເຂດແບ່ງແຍກໄຕ້ຫວັນ ອອກຈາກຈີນທີ່ເປັນປະເທດເພື່ອນບ້ານຍັກໃຫຍ່ຂອງຕົນ, ໃນຊ່ວງເວລາທີ່ມີຄວາມເຄັ່ງຕຶງເພີ້ມຂຶ້ນເລື້ອຍໆລະຫວ່າງໄທເປ ແລະປັກກິ່ງ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ກອງທັບເຮືອທີ 7 ຂອງສະຫະລັດ ໄດ້ກ່າວວ່າ ກຳປັ່ນພິຄາດບັນທຸກລູກໄຟນຳວິຖີ ລຸ້ນອາຣເລ ເບີກ (Arleigh Burke) ທີ່ມີຊື່ວ່າ USS Curtis Wilbur ໄດ້ທຳການ “ແລ່ນຜ່ານຊ່ອງແຄບໄຕ້ຫວັນ ຕາມປົກກະຕິ” ໃນວັນອັງຄານວານນີ້ ຊຶ່ງເປັນການສອດຄ່ອງກັບກົດໝາຍສາກົນ.

ກອງທັບເຮືອສະຫະລັດ ໄດ້ກ່າວວ່າ “ການແລ່ນຜ່ານຊ່ອງແຄບໄຕ້ຫວັນຂອງກຳປັ່ນນັ້ນ ສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍຂອງສະຫະລັດຕໍ່ການມີເສລີພາບແລະເປີດກວ້າງ ໃນອິນໂດ-ປາຊີຟິກ. ກອງທັບສະຫະລັດ ຈະສືບຕໍ່ສົ່ງເຮືອບິນ ກຳປັ່ນ ໃຫ້ແລ່ນຜ່ານ ແລະປະຕິບັດການຢູ່ທົ່ວທຸກແຫ່ງທີ່ກົດໝາຍສາກົນອະນຸຍາດໃຫ້.”

ກະຊວງປ້ອງກັນປະເທດຂອງໄຕ້ຫວັນ ໄດ້ກ່າວວ່າ ກຳປັ່ນລົບດັ່ງກ່າວ ໄດ້ແລ່ນຜ່ານຊ່ອງແຄບ ໂດຍມຸ່ງໜ້າໄປທາງທິດໃຕ້ ແລະ “ເປັນສະຖານະການທີ່ທຳມະດາ.”

ກອງທັບເຮືອສະຫະລັດໄດ້ ດຳເນີນການປະຕິບັດງານດັ່ງກ່າວ ໃນແຕ່ລະເດືອນຫຼື ປະມານນັ້ນ, ເຖິງແມ່ນວ່າ ຈີນຈະໂກດແຄ້ນ ຊຶ່ງພວກເຂົາໄດ້ກ່າວປະນາມການກະທຳດັ່ງກ່າວຢູ່ສະເໝີ ກໍຕາມ.

ສະຫະລັດ ຄືກັນກັບປະເທດທັງຫຼາຍ ບໍ່ໄດ້ມີສາຍສຳພັນທາງການທູດທີ່ເປັນທາງການກັບໄຕ້ຫວັນ ແຕ່ເປັນຕ່າງປະເທດໃຫ້ການສະໜັບສະໜຸນທີ່ສຳຄັນຍິ່ງຂອງໄຕ້ຫວັນ ແລະເປັນຜູ້ຂາຍອາວຸດລາຍໃຫຍ່ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ