ເຮືອບິນລົບ ສຫລ ຍັງຄົງ ແນເປົ້າໝາຍໃສ່ ກຸ່ມກໍ່ການຮ້າຍ ລັດອິສລາມ ຢູ່ ໃນເວລານີ້

ປ້າຍໂຄສະໜາ ຂອງພວກນັກລົບ ລັດອິສລາມ ເຫັນໄດ້ ໃນລະຫວ່າາງ ການສູ້ລົບ ກັບ ກອງກຳລັງເພື່ອຊາທິປະໄຕຂອງຊີເຣຍ ຫຼື Syrian Democratic Forces ຢູ່ໃນເມືອງ ຣັກກາ ຂອງຊີເຣຍ, ວັນທີ 16 ສິງຫາ 2017.

ພວກນັກລົບຂອງກຸ່ມລັດອິສລາມໃນຊີເຣຍ ບໍ່ຄວນຄາດໝາຍວ່າ ຈະໄດ້ຮັບການບັນ
​ເທົາໃດໆຈາກການໂຈມຕີ ທາງອາກາດຂອງ ສະຫະລັດ ແລະກຸ່ມ​ແນວໂຮມ ໃນເວລານີ້.

ການຄ້ຳປະກັນ ຈາກທຳນຽບຫ້າແຈ ໃນວັນພະຫັດວານນີ້ ເປັນລາຍລະອຽດນຶ່ງ ທີ່ເປີດ
​ເຜີຍ​ໃຫ້​ຮູ້ ໂດຍບັນດາເຈົ້າໜ້າທີ່​ກະ​ຊວງປ້ອງກັນປະເທດ ພຽງນຶ່ງ ວັນຫຼັງຈາກ ປະທາ-
ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະກາດໄຊຊະນະ ໃນການຕໍ່ສູ້ຕ້ານກຸ່ມ
ກໍ່ການຮ້າຍລັດອິສລາມ ຫຼື IS ເຊິ່ງຕົນໄດ້ປະກາດຕົນ​ເອງວ່າ ​ເປັນຄາລີເຟຕ ແລະ
ປະທະນາທິບໍດີ ທຣຳ ໄດ້ປະກາດວ່າ ຈະ​ຖອນທະຫານສະຫະລັດ ຢູ່ໃນຊີເຣຍ ກັບຄືນ
ປະເທດ.

ການຕັດສິນໃຈດັ່ງກ່າວ ໄດ້ເຮັດໃຫ້ບັນດາເຈົ້າໜ້າທີ່ ໃນກະຊວງປ້ອງກັນປະເທດ ແລະ
ບັນດານັກການທູດ ພ້ອມດ້ວຍບັນດາສະມາຊິກສະພາຫຼາຍໆທ່ານ ຕື່ນຕົກໃຈ ເຊິ່ງມັນ
ໄດ້ເຮັດໃຫ້ບັນດາພັນທະມິດຂອງສະຫະລັດທີ່ຢູ່ໃນ​ຂົງເຂດ ເສຍຂວັນ ແລະມີຄຳຖາມ
ຫຼາຍຢ່າງວ່າ ແມ່ນຫຍັງຈະຕິດຕາມມາ.

ແຕ່ຢ່າງໜ້ອຍ ໃນເວລານີ້ ການໂຈມ​ຕີທາງອາກາດ ຕໍ່ກຸ່ມ IS ຈະຍັງດຳ​ເນີນ ຕໍ່ໄປເຖິງ
ແມ່ນວ່າ ຂອບເຂດ ແລະ ຄວາມຮຸນແຮງ ຂອງການໂຈມຕີທາງອາ ກາດດັ່ງ​ກ່າວ ຍັງບໍ່
ມີຄວາມຊັດເຈນເທື່ອ.

“ຕາມໃດທີ່ມີທະຫານສະຫະລັດຢູ່ພາກພື້ນດິນ ພວກເຮົາຈະທຳການໂຈມຕີທາງ
ອາກາດ ແລະ ດ້ວຍປືນໃຫຍ່ ເພື່ອສະໜັບສະໜຸນ ກອງກຳລັງຂອງພວກເຮົາ”

ເຈົ້າໜ້າທີ່ ກະຊວງປ້ອງກັນປະເທດ ທ່ານນຶ່ງ ໄດ້ກ່າວ​ຕໍ່ວີໂອເອ ເຊິ່ງຜູ້ກ່ຽວ ໄດ້ປະຕິ
ເສດ ທີ່ຈະໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບວ່າ ການໂຈມຕີທາງອາກາດ ໃດໆທີ່ໄດ້
ປະຕິບັດການໄປນັ້ນ ເປັນການສະໜັບສະໜຸນບັນດາພາຄີ ເຊັ່ນວ່າ ກຳລັງເພື່ອປະຊາ
ທິປະໄຕ ໃນຊີເຣຍ ຫຼື SDF ຫຼືບໍ່.

ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວອີກວ່າ “ພວກເຮົາຈະບໍ່ໃຫ້​ການຄາດຄະເນ​ ກ່ຽວ​ກັບ
ປະຕິບັດການ ໃນອະນາຄົດ.”

ເມື່ອ​ສອງ​ສາມ​ອາ​ທິດ​ຜ່ານ​ມານີ້ ກຸ່ມ​ແນວ​ໂຮມ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະລັດ ໄດ້
​ເພີ້ມ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂຶ້ນ​ເປັນ ເກືອບ​ສາມ​ເທົ່າ ຕໍ່​ທີ່​ຕັ້ງ​ຂອງ​ກຸ່ມລັດ​ອິ​ສ​ລາມ
ແລະ​ອ້ອມ​ແອ້ມ​ເມືອງ​ຮາ​ຈິນ ບ່ອນ​ທີ່​ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິ​ສລາມ​ເກືອບ 2,000
ຄົນ ໄດ້​ຕ້ານ​ຢັນ​ຢູ່​ທີ່​ໝັ້ນ​ສຳ​ຄັນ​ແຫ່ງ​ສຸດ​ທ້າຍ ຂອງ​ກຸ່ມ​ດັ່ງກ່າວ.

ການ​ໂຈມ​ຕີ​ທາງ​ອາ​ກາດ​ໄດ້​ອຳ​ນວຍ​ໃຫ້​ກຳ​ລັງ​ປ​ະ​ຊາ​ທິ​ປະ​ໄຕ​ໃນ​ຊີ​ເຣຍຫຼື SDF ຊຶ່ງ​
ເປັນ​ກອງ​ກຳ​ລັງ​ປະ​ສົມ​ລະ​ຫວ່າງ​ຊາວ​ເຄີດ ແລະ ​ອາ​ຣັບ ສາ​ມາດ​ບຸກ​ເຂົ້າ​ໄປໃນ​ເມືອງ​
ຮາ​ຈິນ ຫຼັງ​ຈາກ​ໄດ້​ມີ​ການ​ສູ້​ລົບ​ກັນ​ເປັນ​ເວ​ລາ​ຫຼາຍໆ​ອາ​ທິດ ໃນ​ຂະ​ນະທີ່ ພວກ​ເຈົ້າໜ້າ
​ທີ່​ສະ​ຫະ​ລັດ​ແລະ​ຜູ້​ນຳ​ຂອງ SDF ເຕືອນ​ວ່າ ​ອາດ​ຈະ​ໃຊ້​ເວ​ລາ ຫຼາຍໆ​ເດືອນ​ກ່ອນ​ທີ່​
ຂົງ​ເຂດ​ດັ່ງ​ກ່າວ​ທັງ​ໝົດ ຈະ​ຖືກ​ປົດ​ປ່ອຍ​ຈາກ​ການ​ຄວບ​ຄຸມ ຂອງ​ກຸ່ມ​ລັດ​ອິ​ສ​ລາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ