ສຫລ ເຕືອນ ກ່ຽວກັບ ໄພຂົ່ມຂູ່ ຈາກກຸ່ມ ອາລກາອີດາ ໃນ ອີຣັກ (ສະໄລດ໌/ວີດີໂອ)

ລັດຖະມົນຕີ ການຕ່າງປະເທດ ສຫລ ທ່ານ John Kerry

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ John
Kerry ເຕືອນໃນວັນພະຫັດວານນີ້ ກ່ຽວກັບຄວາມຮຸນແຮງ ທີ່
ເພີ້ມທະວີຂຶ້ນແລະໄພຂົ່ມຂູ່ທີ່ຄາດຄະເນລ່ວງໜ້າບໍ່ໄດ້ຢູ່ໃນອີ
ຣັກຈາກກຸ່ມກໍ່ການຮ້າຍອາລກາອີດາໃນຂະນະທີ່ສົງຄາມກາງ
ເມືອງຍັງດຳເນີນຢູ່ຕໍ່ມາໃນຊີເຣຍ ຊຶ່ງເປັນປະເທດເພື່ອນບ້ານ.

ທ່ານ Kerry ໄດ້ໃຫ້ຄວາມເຫັນດັ່ງກ່າວ ທີ່ກຸງວໍຊິງຕັນ ໂດຍມີ ລັດຖະມົນຕີການຕ່າງປະເທດອີຣັກ ທ່ານ Hoshyar Zebari
ຢືນຄຽງຂ້າງໃນຂະນະທີ່ການໂຈມຕີດ້ວຍລະເບີດລົດຈຳນວນ
ນຶ່ງພວມເກີດຂຶ້ນຢູ່ທີ່ນະຄອນຫຼວງຂອງອີຣັກເຮັດໃຫ້ມີຜູ້ເສຍຊີ
ວິດຢ່າງໜ້ອຍ 33 ຄົນ ແລະໄດ້ຮັບບາດເຈັບອີກຫຼາຍສິບຄົນ.

Your browser doesn’t support HTML5

ວີດີໂອ - ອີຣັກ



ທ່ານ Kerry ໄດ້ປະນາມໃນອັນທີ່ທ່ານເອີ້ນວ່າ ການໂຈມຕີທີ່ໜ້າຢ້ານກົວຊຶ່ງໄດ້ມີມາເປັນ
ລຳດັບຂອງກຸ່ມກໍ່ການຮ້າຍອາລກາອີດາຮວມທັງການໂຈມຕີເມື່ອບໍ່ດົນມານີ້ຊຶ່ງໄດ້ສັງຫານ
70 ກວ່າຄົນ ທີ່ໄປເຕົ້າໂຮມກັນໃນໂອກາດວັນພັກບຸນ Eid al-Fitr.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີວາງລະເບີດໃນມື້ວັນພະຫັດ ວານນີ້ເທື່ອ ແຕ່ເຈົ້າໜ້າທີ່ອີຣັກ ໄດ້ຖິ້ມໂທດໃສ່ພວກຫົວຮຸນແຮງອາລກາອີດາ ທີ່ມີຄວາມ ຄຽດແຄ້ນແລະມີຄຳສັ່ງທາງສາສະໜາເປັນສິ່ງຊັກຈູງ. ນອກນັ້ນຖະແຫຼງຂ່າວຂອງເຈົ້າໜ້າ ທີ່ອີຣັກຍັງເວົ້າວ່າ ຖະໜົນຫົນທາງໃນອີຣັກໄດ້ກາຍເປັນສະໜາມລົບໄປແລ້ວ.

ການໂຈມຕີ ດ້ວຍລະເບີດລົດ ຢູ່ອີຣັກ