ສະຫະລັດແລະຫວຽດນາມ ເຝິກແອບທາງທະເລ ຮ່ວມກັນ

  • ສິງ

ເຮືອພິຄາດນໍາວິຖີ USS John S. McCain ກໍາລັງເຄື່ອນເຂົ້າທຽບທ່າເມືອງດນັງ ຂອງຫວຽດນາມ ເພື່ອປະກອບສ່ວນໃນການເຝິກແອບທາງທະເລ ກັບກອງທັບເຮືອ ຫວຽດນາມ ເປັນເວລາ 5 ມື້. (U.S. Navy photo by Mass Communication Specialist 2nd Class Jessica Bidwell/Released)

ເຮືອ​ພິຄາດ​​ຕິດ​ຈະ​ຫລວດ​ນໍາ​ວິຖີ USS John S. McCain ຂອງ​ສະຫະລັດ ໄດ້​ເຂົ້າຈອດ ທຽບທ່າ​ເຮື​ອ​ເມືອງດານັງ ​ໃນ​ພາກກາງຂອງ​ຫວຽດນາມ​ ​ເມື່ອ​ວັນ​ອັງຄານ​ທີ 10 ສິງຫາ ຜ່ານ​ມາ​ນີ້ ​​ໃນ​ການ​ຢ້ຽມຢາມ​ທີ່​ເປັນ​ຂີດ​ໝາຍ​ຄົບຮອບ 15 ປີ​ແຫ່ງ​ການ​ຜູກ​ສາຍ​ພົວພັນ​ຂັ້ນ​ປົກກະຕິກັນ​ ລະຫວ່າງ​ສະຫະລັດ​ແລະ​ຫວຽດນາມ. ການ​ຢ້ຽມຢາມ​ຂອງ​ເຮືອລົບ​ອະ​ເມຣິກາ​ຄັ້ງ​ນີ້​ ມີ​ຂຶ້ນທ່າມກາງ​ຄວາມ​​ເຄັ່ງ​ຕຶງ​ທີ່​ກໍ​າລັງ​ເພີ່ມ​ທະວີ​ຂຶ້ນ ລະຫວ່າງ​ຫວຽດນາມ​ກັບ​ຈີນ ກ່ຽວ​ກັບ​ບັນຫາ​ຂັດ​ແຍ່ງ​ກັນ​ເລື້ອງ​ເຂດ​ນໍ້າ​ແດນ​ດິນ​ ໃນ​ທະ​ເລ​ຈີນ​ໃຕ້​ນັ້ນ.

ຄະນະຜູ້​ບັນຊາ​ການ​ ພ້ອມ​ດ້ວຍ​ລູກ​ເຮືອ 290 ຄົນຂອງ ​ເຮືອ​ພິຄາດ USS John S. McCain ​ໄດ້​ຮັບ​ການ​ ຕ້ອນຮັບ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ທ້ອງ​ຖິ່ນ​ ແລະ​ພວກ​ນາຍທະຫານ​ກອງທັບ​ເຮືອປະ​ຈໍາ​ເຂດ ​ທີ່​ທ່າ​ເຮືອ​ເມືອງ​ດາ​ນັງ. ຜູ້​ບັງຄັບການເຮືອ​ ຄື​ພັນ​ເຮືອໂທ Jeffrey Kim ​ໄດ້​ບັນ​ລະ​ຍາຍ​ເຖິງ​ການ​ປ່ຽນ​ແປງ​ໃນສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ດັ່ງ​ນີ້:

ພັນເຮືອໂທ Jeffrey Kim ຜູ້ບັນຊາການເຮືອພິຄາດ USS John S. McCain ຂໍ່ານັບນາຍທະຫານອາວຸໂສຈາກກອງທັບເຮືອປະຊາຊົນ ຫວຽດນາມ ຫລັງຈາກໄປຮອດດານັງ, ວັນທີ 20 ສິງຫາ 2010.

“ຕະຫລອດ​ໄລຍະ 15 ປີ ຜ່ານມາ​ນີ້ ພວກ​ເຮົາ​ໄດ້​ສ້າງ​ຄວາມ​ໄວ້​ວາງ​ໃຈ​ຕໍ່​ກັນ ສ້າງ ຄວາມເຄົາລົບ​ນັບຖື​ຊຶ່ງ​ກັນ​ ແລະ​ກັນ ​ແລະ​ຂ້າພະເຈົ້າຮູ້​ວ່າ ໃນໄລຍະ​ຫລາຍໆ​ປີ​ ຂ້າງ​ໜ້າ​ນີ້ ມິດຕະພາບ​ແລະ​ຄວາມ​ສຳພັນ​ຂອງ​ພວກ​ເຮົາ ​ຈະສືບ​ຕໍ່​ດີ​ຂື້ນ​ໄປເລື້ອຍໆ.”

ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງ​ເຮືອ​ລົບ​ລໍາ​ດັ່ງກ່າວ​ເປັນ​ເວ​ລາ 4 ມື້ນັ້ນ ທັງ​ສອງ​ຝ່າຍ​ໄດ້​ທໍາ​ກິດຈະ​ກໍາ​ຮ່ວມ​ກັນ​ຫລາຍ​ຢ່າງ​ ອັນ​ມີ​ໂຮມ​ທັງການ​ເຝິກ​ແອບ​ທີ່​ບໍ່ພົວພັນ​ກັບ​ການ​ສູ້​ລົບ ​ເຊັ່ນ ການ​ຄວບ​ຄຸມ​ຄວາມ​ເສຍ​ຫາຍ​ ​ການ​ຊອກ​ຄົ້ນ​ແລະ​ຊ່ອຍ​ກູ້​ຊີວິດໃນ​ທະ​ເລ ນອກ​ເໜືອ​ໄປ ຈາກການແລກປ່ຽນ​ຄວາມ​ຮູ້​ຄວາມ​ຊໍານານ​ກັນໃນ​ຂະ​ແໜງ​ການຕ່າງໆ​ ເຊັ່ນການຄົວກິນ ​ແລະ​ການ​ຮັກສາ​ບົວລະບັດ​ເຮືອ ດັ່ງ​ນີ້​ເປັນ​ຕົ້ນ. ພັນ​ເຮືອ​ເອກ David Lausman ຈາກ​ກໍາ​ ປັ່ນ​ບັນທຸກເຮືອບິນ USS George Washington ຂອງ​ສະຫະລັດ ​ໄດ້ເວົ້າເຖິງຄວາມ​ ໝາຍ​ສໍາຄັນ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ວ່າ:

“​ເວລານີ້ ພວກ​ເຮົາ​ກຳລັງປະຕິບັດ​ການ​ຢູ່ໃນ​ເຂດ​ນ່ານນໍ້າສາກົນ ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປະຕິບັດ​ງານ​ຂອງ​ພວກ​ເຮົາ​ ກັບ​ພາຄີ​ປະ​ເທດນີ້ ກໍ​ຄື​ຫວຽດນາມນັ້ນໂດຍ​ສະ​ເພາະ ແລະ​ຢູ່​ໃນ ​ຂົງ​ເຂດນີ້ແຫ່ງ​ດຽວ​ໂດຍສະ​ເພາະ​. ​ແຕ່ວ່າ ກຳມະ​ວິທີ​ເຊັ່ນ​ດຽວ​ກັນ​ນີ້​ ຈະ​ຖືກ​ນໍາ​ໃຊ້​ໃນ​ທົ່ວໂລກ​ເຊັ່ນ​ກັນ ບໍ່​ວ່າ​ຈະ​ເປັນກອງທັບ​ເຮືອ​ຂອງ​ພວກ​ເຮົາ ຫລື​ຂອງ​ພວກ​ປະ​ເທດ​ອື່ນໆ ​ເພາະວ່າ ທຸກໆ​ປະເທດ​ ມີ​ສິດທີ່​ຈະ​ປະຕິບັດ​ການ​ຢ່າງສັນຕິ​ ໃນ​ເຂດ​ນ່ານນໍ້າ​ສາກົນ​ໄດ້ ທຸກ​ບ່ອນ.”

ບັນຫາ​ຂັດ​ແຍ່ງ​ກັນ​ເລື້ອງ​ເຂດ​ນໍ້າ​ແດນ​ດິນ​ໃນ​ທະ​ເລ​ຈີນ​ໃຕ້ ຊຶ່ງເປັນຂົງ​ເຂດ​ສໍາຄັນ​ໃນ​ການ​ ລໍາລຽງ​ຂົນສົ່ງ​ສິນຄ້າທາງ​ທະ​ເລ ​ແລະ​ມີ​ຄວາມ​ບົ່ມ​ຊ້ອນໃນ​ດ້ານ​ຄວາມ​ອຸດົມສົມບູນໄປ​ດ້ວຍ ແຫ​ລ່ງພະລັງງານນັ້ນ ​ໄດ້​ເພີ່ມ​ທະວີ​ຄວາມ​ເຄ່ງ​ຕຶງຂຶ້ນ​ມາເປັນ​ເວລາ​ຫລາຍ​ທົດ​ສະ​ວັດ​ລະຫວ່າງ ຈີນ ບຣູ​ໄນ ມາ​ເລ​ເຊຍ ​ໄຕ້​ຫວັນ ຟີ​ລິບ​ປິນ​ແລະ​ຫວຽດນາມ. ແຕ່ປັກ​ກິ​ງກ່າວ​ວ່າ ​ບັນຫານີ້​ເປັນ​ນຶ່ງ​ໃນ​ບັນດາ​ຜົນ​ປະ​ໂຫຍ​ດທີ່​ສໍາຄັນຂອງ​ຕົນ ແລະ​ວ່າ​ອະທິປະ​ໄຕ​ຂອງ​ຕົນ​ເໜືອ​ນ່ານນໍ້າທີ່​ມີໜ້າ​ກວ້າງ​ກວ່າ 648 ພັນ​ໄມ​ມົນທົນ ​ແລະ​ໝູ່​ເກາະ​ດອນນ້ອຍໆ​ ທີ່ເປັນ​ຫິນ ແລະ​ໂງ່ນ​ຫິນ ຊຶ່ງ​ສ່ວນ​ຫລາຍ​ບໍ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່ ຈໍານວນ​ຫລາຍ​ກວ່າ 200 ແຫ່ງ​ນັ້ນ ເປັນ​ເລື້ອງ​ທີ່ໂຕ້​ແຍ່ງ​ບໍ່ໄດ້. ພັນ​ເຮືອ​ເອກ Ross Myers ຜູ້​ບັງຄັບ​ການຝຸງ​ບິນ​ທີ 5 ປະ​ຈໍາກໍາ​ ປັ່ນ​ບັນທຸກ​ເຮືອບິນ USS George Washington ​ໄດ້​ສະ​ແດງ​ຄວາມ​ເຫັນ ​ທີ່​ສະ​ທ້ອນ​ ເຖິງ​ທ່າ​ທີ​ຂອງ​ສະຫະລັດ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​ທ່ານ​ກ່າວ​ວ່າ:

“ພ້ອມ​ກັບຫວຽດນາມ​ ຢູ່ໃນ​ທະ​ເລ​ຈີນ​ໃຕ້ນີ້​ ທ່າ​ທີ​ຂອງ​ພວກ​ເຮົາ ກໍ​ແມ່ນ​ສົ່ງ​ເສີມ ເສລີພາບ​ໃນ​ການ​ເດີນ​ເຮື​ອ ​ທີ່​ທຸກໆ​ປະ​ເທດ ທຸກໆ​ຊາດ ​ແລະ​ຊົນຊາດ​ທັງ​ມວນ ມີ​ສິດ​ໄດ້​ຊົມ​ໃຊ້ ກໍ​ຄື​ເສລີພາບ​ໃນ​ການ​ເດີນເຮືອ ແລະ​ການ​ສະໜັບສະໜຸນ​ກົດໝາຍ​ສາກົນ ​ເພື່ອ​ປົກ​ປ້ອງ​ເສລີພາບ​ໃນ​ການ​ເດີນ​ເຮື​ອນັ້ນ. ສະຫລູ​ບ​ແລ້ວ ກໍ​ແມ່ນ​ວ່າ ຄວາມ​ສໍາຄັນ​ຂອງ​ທະ​ເລ​ຈີນ​ໃຕ້ນັ້ນ ມີ​ຄວາມ​ໝາຍ​ໃນ​ທາງ​ຍຸດ​ທະ​ສາດ ແລະ​ເສລີ ພາບ​ໃນ​ການ​ເດີນ​ເຮືອ​ ກໍແມ່ນ​ສໍາຄັນ​ຫລາຍ ​ສໍາລັບ​ທັງ​ ​ຫວຽດນາມ​ແລະ​ສະຫະລັດ​.

ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ເນື່ອງຈາກຈີນ​ໄດ້​ເອົາ​ບາດກ້າວ​ແຂງ​ຂຶ້ນ​ກວ່າ​ເກົ່າ ກ່ຽວ​ກັບ​ການ​ອ້າງ​ເອົາ​ກໍາມະສິດ​ຂອງ​ຕົນ ​ໃນ​ທະ​ເລ​ຈີນ​ໃຕ້​ນັ້ນ ສະຫະລັດ ​ຈຶ່ງໄດ້​ເຂົ້າ​ໄປ​ພົວພັນ​ໃນ​ບັນຫາ​ຂັດ​ແຍ່ງ​ກັນ​ນີ້ ສົ່ງ​ຜົນ​ໃຫ້ຄວາມ​ເຄັ່ງ​ຕຶງ​ໃນຂົງ​ເຂດ​ ​ເພີ່ມທະວີ​ຂຶ້ນອີກ.