ສະຫະລັດເພີ່ມຄວາມກົດດັນ ຕໍ່ຫວຽດນາມ ໃນເລື້ອງສິດທິມະນຸດ

  • Ron Corben
    ດາຣາ ບັກຄໍາ

ສະມາຊິກສະພາສູງ John McCain (ຂວາ) ແລະສະມາຊິກສະພາສູງ Joseph Lieberman (ຊ້າຍ) ທີ່ກອງປະຊຸມຖະແຫລງຂ່າວ ຢູ່ຮາໂນ່ຍ, ວັນທີ 19 ມັງກອນ 2012.

ລາຍ​ງານປະ​ຈໍາປີ​ຂອງກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ເວົ້າວ່າ ລັດຖະ ບານຫວຽດນາມ ໄດ້ເພີ້ມທະວີການປາບປາມຢ່າງຮ້າຍແຮງຂຶ້ນກວ່າເກົ່າ ຕໍ່ພວກນັກເຄື່ອນ ໄຫວ ແລະພວກ​ຄັດຄ້ານລັດຖະບານ ໃນປີຜ່ານມາ. ກຸ່ມດັ່ງກ່າວ ທີ່ມີສໍານັກງານຕັ້ງຢູ່ໃນ ສະຫະລັດ ໄດ້ຮຽກຮ້ອງໃຫ້ມີການປ່ອຍຕົວນັກໂທດການ​ເມືອງ ໃນຫວຽດນາມ​ໂດຍ​ທັນທີ ຊຶ່ງຄໍາຮຽກຮ້ອງນີ້ ໄດ້ມີຂຶ້ນໃນຂະນະທີ່ສະມາຊິກຂັ້ນສູງຂອງລັດຖະສະພາສະຫະລັດ ທີ່​ພວມ ຢ້ຽມຢາມພາກພື້ນເອເຊຍຕາເວັນອອກສຽງໃຕ້ ​ເພິ່ມທະວີ​ການກົດດັນຕໍ່ລັດຖະບານຫວຽດ ນາມ ໃຫ້ປັບປຸງປະຫວັດດ້ານການນັບຖືສິດທິມະນຸດ ໂດຍເວົ້າວ່າ ການເຮັດແນວນັ້ນ ແມ່ນ ເປັນເງື່ອນໄຂອັນນຶ່ງ ໃນການຂະຫຍາຍ ສາຍພົວພັນທາງທະຫານສອງຝ່າຍກັບສະຫະລັດ. ຜູ້​ສື່​ຂ່າວວີ​ໂອ​ເອ Ron Corben ມີ​ລາຍ​ງານ​​ເລື້ອງນີ້ຈາກ​ບາງກອກ ຊຶ່ງ​ດາຣາຈະ​ນໍາ​ມາສະ​ເໜີ ທ່ານ.


ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ດ້ານ​ສິດທິ​ມະນຸດ​ໃນ​ທົ່ວໂລກຂອງກຸ່ມ​ສິ້ງ​ຊອ​ມ​ສິດ
ທິ​ມະນຸດ Human Rights Watch ​ທີ່ໄດ້ນໍາອອກເຜີຍແຜ່ໃນວັນອາທິດທີ່ຜ່ານມານີ້
ເວົ້າວ່າ ຫວຽດນາມ​ໄດ້ດໍາເນີນ “ການກວາດລ້າງຢ່າງເປັນລະບົບ” ໃນປີ 2011 ນັ້ນ
ຊຶ່ງໄດ້ນໍາໄປສູ່ການດໍາ​ເນີນ​ຄະດີຕໍ່ພວກນັກເຄື່ອນໄຫວ 30 ກ່ວາຄົນ ທີ່ໄດ້ຖືກກ່າວຫາ
ພາຍໃຕ້ອັນ​ທີ່ບົດລາຍງານດັ່ງກ່າວເອີ້ນວ່າ “ພວກມາດ​ກາ​ທີ່ໃຊ້ຄວາມເວົ້າ​ແບບຄຸມເຄືອ” ຢູ່ໃນກົດໝາຍອາຍາຂອງຫວຽດນາມ ແລະການຕັດສິນຈໍາຄຸກພວກ​ເຂົາ​ເຈົ້າ.

ລາຍ​ງານຍັງເວົ້າອີກວ່າ ພວກຂຽນຄໍາເຫັນລົງໃນອິນເຕີແນັດ, ນັກ​ປະພັນ, ພວກປົກ
ປ້ອງສິດທິມະນຸດ, ພວກນັກເຄື່ອນໄຫວດ້ານປົກປ້ອງດິນດອນ, ກຸ່ມສາສະໜາຕ່າງໆ
ແລະ​ກຸ່ມອື່ນໆ ແມ່ນ​ໄດ້​ຕົກເປັນເປົ້າໝາຍຂອງພວກເຈົ້າໜ້າທີ່ຫວຽດນາມ ແລະຖືກ
ລົບກວນຮາວີ, ນາບຂູ່, ຈັບກຸມ, ທໍລະມານ ແລະຖືກຈໍາຄຸກ.

ທ່ານ Phil Robertson ຮອງຫົວໜ້າ ກຸ່ມ Human Rights Watch ປະ​ຈໍາພາກພື້ນ
ເອເຊຍ ກ່າວວ່າ ການຈັບກຸມດັ່ງກ່າວແມ່ນລະເມີດຕໍ່ຈຸດຢືນຂອງຫວຽດນາມ ກ່ຽວ​ກັບ
ສິດທິພົນລະເຮືອນ ແລະສິດທິດ້ານການເມືອງ.

ທ່ານ Robertson ເວົ້າວ່າ “ຕາມທີ່ພວກເຮົາຮູ້ກັນ ຢ່າງໜ້ອຍມີ 33 ຄົນແລ້ວ ທີ່
ຖືກຈໍາຄຸກໃນປີນີ້ ຍ້ອນວ່າໄດ້ໃຊ້ສິດຂອງຕົນເອງໃນການປາກເວົ້າ, ການຄົບ​ຄ້າ​
ສະມາຄົມ​ກັນ ຫລືໂຮມຊຸມນຸມກັນຢ່າງສັນຕິ. ນັບຕັ້ງແຕ່ການຖືປ້າຍປະທ້ວງ ຫລື
ຂຽນຄໍາເຫັນລົງໃນອິນເຕີແນັດ ຊຶ່ງສິ່ງຕ່າງໆເຫລົ່ານີ້ ຄວນໄດ້ຮັບການປົກປ້ອງ
ຢູ່​ໃນ​ຫວຽດນາມ ເພາະວ່າຫວຽດນາມໄດ້ໃຫ້ສັຕຕະຍາບັນ ຫລືລົງ​ນາມຮັບຮອງ
ເອົາສົນທິສັນຍາສາກົນວ່າ​ດ້ວຍສິດທິພົນລະເມືອງແລະສິດທິການເມືອງນັ້ນແລ້ວ."

ນັກເຄື່ອນໄຫວຍິງ ນາງ Bui Thi Minh Hang ທີ່ຖືກຕັດສິນເມື່ອ ໝໍ່ໆມານີ້ ໃຫ້ໄປຢູ່ໃນສູນດັດສ້າງເປັນເວລາສອງປີ.

ໃນຈໍານວນພວກທີ່ໄດ້ຖືກຈັບ
ກຸມເມື່ອໝໍ່ໆມານີ້ ລວມມີນັກ
ເຄື່ອນໄຫວຍິງ ນາງ Bui Thi
Minh Hang ທີ່ຖືກຕັດສິນໃຫ້
ໄປຢູ່ໃນສູນດັດສ້າງ ເປັນເວລາ
ສອງປີ.

ທ່ານ Robertson ໄດ້ຮຽກຮ້ອງ
ໃຫ້ລັດຖະບານສະຫະລັດ ສືບຕໍ່
ດໍາເນີນການກົດດັນຕໍ່ລັດຖະບານ
ຫວຽດນາມ ​ເພື່ອໃຫ້ປ່ອຍຕົວ
ພວກນັກເຄື່ອນໄຫວທັງຫລາຍ.

ບົດ​ລາຍ​ງານ​ຂອງກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດໄດ້ນໍາອອກເຜີຍແຜ່ ນຶ່ງມື້ລຸນຫລັງທີ່ຄະນະ
ຜູ້ແທນສະຫະລັດ ທີ່ນໍາໂດຍສະມາຊິກສະພາສູງ John McCain ແລະ Joseph
Lieberman ໄດ້ຕັກເຕືອນຫວຽດນາມວ່າ ການ​ເສີມຂະຫຍາຍສາຍພົວພັນ ທາງທະຫານ ສອງຝ່າຍກັບສະຫະລັດ ແມ່ນຂຶ້ນຢູ່ກັບການປັບປຸງປະຫວັດດ້ານການນັບຖືສິດທິມະນຸດ
ຂອງຫວຽດນາມ.

ໃນກອງປະຊຸມຖະ​ແຫລ​ງຂ່າວ​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ນີ້ ທ່ານ McCain ກ່າວວ່າ ທ່ານ ໄດ້ເວົ້າເຖິງຈຸດຢືນຂອງສະຫະລັດຢ່າງຈະແຈ້ງ ໃນລະຫວ່າງ​ການພົບປະກັບພວກເຈົ້າໜ້າ
ທີ່ຂັ້ນສູງຂອງຫວຽດນາມ ແລະກໍໄດ້​ເວົ້າເຖິງຄວາມເປັນຫ່ວງຂອງສະຫະລັດ ນໍາ​ການ​
ເຊື່ອມໂຊມລົງ ​ໃນການປະຕິບັດດ້ານສິດທິມະນຸດຂອງຫວຽດນາມ.

ທ່ານ McCain ເວົ້າວ່າ: “ຂ້າພະເຈົ້າຄິດວ່າ ມັນເປັນຄວາມຈິງ​ເຊ່ນ​ກັນ ທີ່ວ່າ
ບໍ່ມີຄວາມກ້າວໜ້າໃນບັນຫາສິດທິມະນຸດ. ທີ່ຈິງແລ້ວ ແມ່ນ ໄດ້ມີການຖອຍ
ຫລັງຊໍ້າໃນດ້ານນີ້. ຂ້າພະເຈົ້າໄດ້ກ່າວຕໍ່ພວກ​ເຈົ້າ​ໜ້າ​ທີ່ຫວຽດນາມຢ່າງສະ
ເພາະເຈາະຈົງວ່າ ສາຍພົວພັນດ້ານຄວາມໝັ້ນຄົງຂອງພວກເຮົາ ຈະໄດ້ຮັບ
ການກະທົບໂດຍກົງຍ້ອນບັນຫາດ້ານສິດທິມະນຸດນີ້. ບໍ່ຕ້ອງສົງ​ໃສ​ໃດ​ໆເລີຍ. ແລະຂ້າພະເຈົ້າຄິດວ່າ ພວກເຂົາເຈົ້າກໍເຂົ້າໃຈເລື້ອງນີ້ເປັນຢ່າງດີ."


ຫວຽດນາມໄດ້ພະຍາຍາມທີ່ຈະຂະຫຍາຍສາຍພົວພັນທາງທະຫານກັບສະຫະລັດ ແລະໄດ້
ແຈ້ງ​ໃຫ້ຊາບ ກ່ຽວ​ກັບ “ລາຍການອາວຸດທີ່ຕົນຢາກໄດ້” ໃນການພົບປະກັບພວກຜູ້ແທນລັດ
ຖະສະພາສະຫະລັດໃນອາທິດແລ້ວນີ້. ​ແຕ່ບໍ່ມີການ​ເປີດ​ເຜີຍລາຍລະອຽດໃດໆກ່ຽວກັບລາຍ
ການດັ່ງກ່າວນັ້ນ. ຫວຽດນາມກໍາລັງປະເຊີນໜ້າກັບສະພາບເຄັ່ງຕຶງກັບຟີລິບປິນ, ໄຕ້ ຫວັນ
ແລະ ໂດຍສະເພາະກໍແມ່ນຈີນ ກ່ຽວກັບການກ່າວອ້າງທີ່ຂັດແຍ້ງກັນ ເອົາກໍາມະສິດໃນພາກ
ສ່ວນທີ່ອຸດົມສົມບູນ​ໄປ​ດ້ວຍຊັບພະຍາກອນ ທໍາມະຊາດ ​ໃນທະເລຈີນໃຕ້ນັ້ນ.

ທ່ານສະມາຊິກສະພາສູງ Lieberman ກ່າວວ່າ ໃນຂະນະທີ່ສາຍພົວພັນລະຫວ່າງສະຫະ
ລັດ ແລະຫວຽດນາມ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແຕ່ວ່າປະຫວັດດ້ານນັບຖືສິດທິມະນຸດ
ຂອງຫວຽດນາມ ຍັງສືບຕໍ່ເປັນອຸປະສັກຂວາງກັ້ນຢູ່.

ທ່ານ Lieberman ເວົ້າວ່າ “ສິ່ງ​ທີ່​ບໍ່​ຖືກຕ້ອງ ກໍ​ຄືມີການຖອຍຫລັງ ໃນ​ເລື່ອງສິດ
ທິມະນຸດ. ແລະພວກເຮົາກໍໄດ້ເວົ້າອອກ​ມາຢ່າງເຈາະຈົງ. ຄືພວກເຮົາເວົ້າວ່າ
ມີລະບົບອາວຸດບາງ​ຢ່າງ ທີ່ຫວຽດນາມຢາກຊື້ຈາກພວກເຮົາ ແລະພວກເຮົາກໍ
ຢາກຂາຍຢາກ​ໂອນໃຫ້ພວກເຂົາເຈົ້າ. ແຕ່ວ່າ ສິ່ງນີ້ຈະບໍ່ເກີດຂຶ້ນ ເວັ້ນເສຍແຕ່ວ່າ ພວກເຂົາເຈົ້າຈະປັບປຸງປະຫວັດດ້ານສິດທິມະນຸດຂອງຕົນກ່ອນ. ເວົ້າໃນທາງ
ປະຕິບັດຕົວຈິງແລ້ວ ກໍ​ແມ່ນ​ວ່າລັດຖະສະພາຈະບໍ່ອະນຸມັດໃຫ້ຂາຍອາວຸດເຫລົ່າ
ນີ້ແກ່ຫວຽດນາມ ເວັ້ນເສຍແຕ່ວ່າ ຈະມີການປັບປຸງດ້ານສິດທິມະນຸດຢູ່ໃນຫວຽດ
ນາມ​ໃຫ້​ດີ​ຂຶ້ນ.
"

Dr. Carl A. Thayer, ອາຈານສອນ ນັກວິເຄາະກ່ຽວກັບພາກ ພື້ນເອເຊຍຕາເວັນອອກທີ່ມະຫາວິທະຍາໄລ New South Wales ໃນອອສເຕຣເລຍ

ທ່ານ Carl Thayer ນັກວິ
ເຄາະກ່ຽວ​ກັບພາກພື້ນ​ເອ​ເຊຍ​
ຕາ​ເວັນ​ອອກ ທີ່ມະຫາວິທະຍາ
ໄລ New South Wales ໃນ
ອອສເຕຣເລຍ ກ່າວວ່າ ການ​ທີ່
ທັງຄະນະລັດຖະບານຂອງປະ
ທານາທິບໍດີ ບາຣັກ ໂອບາມາ
ແລະລັດຖະສະພາສະຫະລັດ
ໃຫ້ການສະໜັບສະໜຸນແກ່ການ
ເອົາການຂາຍອາວຸດ ​ໄປ​ພົວພັນ
ໃສ່ກັບ​ເລື່ອງສິດທິມະນຸດນັ້ນ
ແມ່ນ​ເປັນເພີ້ມນໍ້າໜັກໃສ່ການ
ກົດດັນຕໍ່ລັດຖະບານຫວຽດນາມ ໃຫ້ທໍາການປະຕິຮູບ.

ທ່ານ Carl Thayer ກ່າວ​ວ່າ “​ເວົ້າສຸດໆກໍຄືວ່າ ລັດຖະບານໂອບາມາມີນະໂຍບາຍ
ທີ່ຈະຂາຍອາວຸດ ແຕ່​ວ່າ​ສິ່ງ​ທີ່​ຜູ້ນໍາສອງ​ທ່ານຢູ່​ໃນສະພາສູງ​ໄດ້​ກ່າວ​ອອກ​ມາແທ້ໆ
​ແລ້ວ ​ກໍ​ແມ່ນວ່າ ​ເຖິງແມ່ນຝ່າຍລັດຖະບານຢາກຈະປ່ຽນໃຈ ບໍ່​ເອົາການຂາຍອາວຸດ​
ໄປ​ພັວພັນໃສ່ກັບ​ເລື່ອງສິດທິມະນຸດກໍ​ຕາມ ​ແຕ່ລັດຖະສະພາກໍ​ຈະ​ຂັດຂວາງບໍ່ໃຫ້
ຂາຍອາວຸດນັ້ນ. ສະນັ້ນ ເວົ້າງ່າຍໆກໍຄືວ່າ ພວກຫວຽດນາມແມ່ນໄດ້ຖືກເຕືອນໃຫ້
ຮູ້​ແລ້ວ."

ຢູ່ໃນບົດ​ລາຍ​ງານ​ຂອງຕົນນັ້ນ ກຸ່ມ​ Human Rights Watch ຍັງໄດ້ປະນາມຫວຽດນາມ
ທີ່​ນໍາໃຊ້ການຄຸມຂັງໃນດ້ານບໍລິຫານ ແລະບັງຄັບໃຊ້ແຮງງານຕໍ່ພວກທີ່ເອີ້ນວ່າ ພວກສັງຄົມ
ບໍ່ປາດຖະໜາ ຊຶ່ງ ລວມທັງພວກທີ່ຕິດຢາເສບຕິດນໍາ. ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດດັ່ງກ່າວ
ເວົ້າວ່າ ມາຮອດຕົ້ນປີ 2011 ນັ້ນ ມີປະມານ 40,000 ຄົນແລ້ວ ລວມທັງເດັກນ້ອຍອາຍຸ
ພຽງ 12 ປີ ທີ່ໄດ້ຖືກຂັງຢູ່ສູນຄຸມຂັງ 123 ແຫ່ງ ໃນທົ່ວຫວຽດນາມ.

ກຸ່ມ​ດັ່ງກ່າວເວົ້າວ່າ ພວກຖືກຄຸມຂັງທີ່ລະເມີດກົດລະບຽບຂອງສູນນັ້ນ ແມ່ນຈະຖືກທຸບຕີ
ຖືກເອົາໄຟຟ້າຈີ້ ແລະຖືກຂັງໄວ້ໃນຫ້ອງໃສ່ລະບຽບວີໄນ ໂດຍບໍ່ໃຫ້ກິນເຂົ້າກິນນໍ້າ.