ທ່ານນາງແຮຣິສ ຮຽກຮ້ອງໃຫ້ທົ່ວໂລກ "ເພີ້ມແຮງກົດດັນ" ຕໍ່ຈີນ ກ່ຽວກັບທະເລຈີນໃຕ້

ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ.

ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ກ່າວວ່າ ປະຊາຄົມນານາຊາດຈໍາເປັນຕ້ອງ “ເພີ້ມແຮງກົດດັນ” ຕໍ່ຈີນ ກ່ຽວກັບການອ້າງກຳມະສິດຢ່າງກວ້າງຂວາງ ໃນທະເລຈີນໃຕ້ ໃນມື້ວັນພຸດມື້ນີ້, ໃນລະຫວ່າງການກ່າວຄຳປາໄສ ໃນມື້ທໍາອິດຂອງການຢ້ຽມຢາມນະຄອນຫລວງຮາໂນ່ຍຂອງຫວຽດນາມ.

ທ່ານນາງແຮຣິສ ໃຫ້ຄວາມເຫັນດັ່ງກ່າວ ໃນນະຄອນຫລວງຂອງຫວຽດນາມກ່ອນການປະຊຸມທະວີພາຄີກັບປະທານປະເທດ ຫງຽນ ຊວນ ຟຸກ (Nguyen Xuan Phuc). “ພວກເຮົາຈໍາເປັນຕ້ອງຫາວິທີທາງກົດດົນ ແລະເພີ້ມຄວາມກົດດັນຕໍ່ປັກກິ່ງ ໃຫ້ປະຕິບັດຕາມສົນທິສັນຍາ ຂອງອົງການສະຫະປະຊາຊາດວ່າດ້ວຍກົດໝາຍທາງທະເລ” ການອ້າງອີງເຖິງສົນທິສັນຍາສະຫະປະຊາຊາດທີ່ກໍາໜົດການເຄື່ອນໄຫວຕ່າງໆທັງໝົດ ຢູ່ໃນທະເລຕ່າງໆທົ່ວໂລກ. “ແລະເພື່ອທ້າທາຍການກໍ່ກວນ ແລະການອ້າງກຳມະສິດທາງທະເລທີ່ເກີນຂອບເຂດຂອງຈີນ.”

ການໃຊ້ຄໍາວ່າ “ການກໍ່ກວນ” ຂອງທ່ານນາງແຮຣິສ ແມ່ນໄດ້ເສີມຕໍ່ ຂໍ້ກ່າວຫາກ່ອນໜ້ານີ້ ລະຫວ່າງການຢ້ຽມຢາມສິງກະໂປ ໃນມື້ວັນຈັນຜ່ານມາທີ່ວ່າ ຈີນ “ຍັງສືບຕໍ່ບັງຄັບ, ຂົ່ມຂູ່ ແລະອ້າງເອົາກໍາມະສິດສ່ວນໃຫຍ່ຂອງທະເລຈີນໃຕ້.”

https://www.voanews.com/usa/harris-says-china-coercing-intimidating-south-china-sea

ປັກກິ່ງໄດ້ຂະຫຍາຍກໍາລັງທະຫານໃນພູມິພາກນີ້ຢ່າງແຂງຂັນໂດຍສ້າງຕັ້ງຄ້າຍ ທະຫານຈໍານວນນຶ່ງຢູ່ເທິງບັນດາເກາະທຽມ ໃນຂະນະທີ່ອ້າງເອົາກຳມະສິດໃນໝູ່ເກາະອື່ນໆ ເຖິງແມ່ນວ່າຈະມີການອ້າງກຳມະສິດຈາກຫວຽດນາມ ແລະບັນດາປະເທດຕາເວັນອອກສຽງໃຕ້ອື່ນໆໄປແລ້ວກໍ່ຕາມ.

ລັດຖະບານຂອງປະທານາທິບໍດີສະຫະລັດທ່ານໂຈ ໄບເດັນ ໄດ້ເຮັດໃຫ້ການຕໍ່ຕ້ານອິດທິພົນຂອງຈີນ ເປັນສ່ວນສໍາຄັນອັນນຶ່ງໃນນະໂຍບາຍການຕ່າງປະເທດ.

ທ່ານນາງແຮຣິສ ຍັງປະກາດດ້ວຍວ່າສະຫະລັດຈະຈັດຫາຢາວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ຫວຽດນາມຕື່ມອີກ 1 ລ້ານໂດສ ແລະເປີດສາຂາລະດັບພູມິພາກແຫ່ງໃໝ່ຂອງສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ປະຈໍານະຄອນຫລວງຮາໂນ່ຍ ນໍາດ້ວຍ.

ທ່ານນາງແຮຣິສ ເປັນຮອງປະທານາທິບໍດີສະຫະລັດ ຄົນທໍາອິດ ທີ່ຢ້ຽມຢາມຫວຽດນາມ. ຖ້ຽວບິນຂອງທ່ານນາງຈາກສິງກະໂປໄປຮາໂນ່ຍ ໃນວັນອັງຄານວານນີ້ ມີຄວາມຫລ້າຊ້າຍ້ອນ “ມີລາຍງານເຫດການຜິດປົກກະຕິ ກ່ຽວກັບສະຖານະການສຸຂະພາບທີ່ເປັນໄປໄດ້,” ພາຍໃນນະຄອນດັ່ງກ່າວ, ອີງຕາມການລາຍງານຈາກສະຖານທູດສະຫະລັດ ປະຈໍານະຄອນຫລວງຮາໂນ່ຍ.

ກະຊວງການຕ່າງປະເທດສະຫະລັດໃຊ້ຄໍາວ່າ “ເຫດການຜິດປົກກະຕິທາງດ້ານສຸຂະພາບ” ເປັນປະຈໍາ ທີ່ອ້າງເຖິງຄວາມເຈັບປ່ວຍທີ່ມີຜົນກະທົບ ຕໍ່ບັນດາພະນັກງານທາງການທູດຂອງສະຫະລັດຫລາຍສິບຄົນ, ເຊິ່ງໂດຍທີ່ຮູ້ກັນທົ່ວໄປວ່າ ອາການປ່ວຍ ຮາວານາ ຫລື Havana Syndrome.

ອ່ານຂ່າວນີ້ເປັນພາສາອັງກິດ