ພິທີສາບານໂຕ ທ່ານນາງ ຊີໂອມາຣາ ຄາສໂຕຣ ເຂົ້າຮັບຕຳແໜ່ງ ປະທານາທິບໍດີຍິງ ຄົນທຳອິດຂອງຮອນດູຣາສ

ສີໂອມາຣາ ຄາສໂຕຣ ພວມສາບານໂຕເປັນປະທານາທິບໍດີຍິງຄົນທຳອິດ ຂອງຮອນດູຣາສ ຢູ່ທີ່ສະໜາມກິລາແຫ່ງຊາດ ໃນນະຄອນຫຼວງເຕກູຊີກາລປາ ຂອງຮອນດູຣາສ, ວັນທີ 27 ມັງກອນ 2022.

ທ່ານນາງ ສີໂອມາຣາ ຄາສໂຕຣ ໄດ້ສາບານໂຕເຂົ້າ​ຮັບ​ຕຳ​ແໜ່ງເປັນປະທານາທິບໍດີຍິງຄົນທຳອິດ ຂອງຮອນດູຣາສ ໃນວັນພະຫັດວານນີ້ ຊຶ່ງພິທີດັ່ງກ່າວ ມີປະຊາຊົນຫຼາຍພັນຄົນເປັນສັກຂີພະຍານ ທ່າມກາງການໂບກທຸງເຕັມສະໜາມກິລາແຫ່ງຊາດ ໃນນະຄອນຫຼວງເຕກູຊີກາລປາ ຂອງປະເທດ.

ທ່ານນາງຄາສໂຕຣ ໄດ້ປະເຊີນກັບບັນຫາທ້າທາຍຫຼາຍປະການໃນທັນທີເຊັ່ນ: ການຫວ່າງງານສູງ ຄວາມຮຸນແຮງຢ່າງຕໍ່ເນື່ອງ ການສໍ້ລາດບັງຫຼວງ ແລະບັນຫາດ້ານສາທາລະນະສຸກ ແລະລະບົບການສຶກສາ ພ້ອມທັງການກົດດັນຈາກສະຫະລັດ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຮອນດູຣາສດີຂຶ້ນກວ່າເກົ່າ ໃນການຫລຸດຜ່ອນຄວາມຕ້ອງການຂອງພວກເຂົາທີ່ຈະພາກັນຍ່າງຜ່ານຜ່າເສັ້ນທາງອັນຍາວໄກໄປຍັງພາກເໜືອໂດຍຜ່ານເມັກຊິໂກຫາຊາຍແດນເພື່ອພະຍາຍາມຂ້າມໄປສະຫະລັດ.

ຮອງປະທານາທິບໍດີ ສະຫະລັດ ຄາມາຣາ ແຮຣິສ, ຂວາ, ເຂົ້າຮ່ວມໃນພິທີສາບານໂຕ ທ່ານນາງ ຊີໂອມາຣາ ຄາສໂຕຣ ເຂົ້າຮັບຕຳແໜ່ງປະທານາທິບໍດີຍິງຄົນທຳອິດຂອງຮອນດູຣາສ ຢູ່ທີ່ສະໜາມກິລາແຫ່ງຊາດ ໃນນະຄອນຫຼວງເຕກູຊີກາລປາ ຂອງຮອນດູຣາສ, ວັນທີ 27 ມັງກອນ 2022.

ຮອງປະທານາທິບໍດີ ສະຫະລັດ ຄາມາລາ ແຮຣິສ ໄດ້ຖືກມອບໝາຍໂດຍປະທານາທິບໍດີ ໂຈ ໄບເດັນ ເພື່ອໃຫ້ແກ້ໄຂສາເຫດຫຼັກໃນການຍົກຍ້າຍຖິ່ນຖານຂອງປະຊາຊົນຈາກບັນດາປະເທດໃນເຂດອາເມຣິກາງ ຄືຮອນດູຣາສ ກົວເຕມາລາ ແລະແອລຊາລວາດໍ ຊຶ່ງທ່ານນາງໄດ້ເຂົ້າຮ່ວມ ໃນພິທີສາບານໂຕເຂົ້າຮັບຕຳແໜ່ງ ແລະກໍໄດ້ພົບປະກັບທ່ານນາງຄາສໂຕຣ ພາຍຫຼັງຈາກພິທີ.

ພວກເພິ່ນໄດ້ປຶກສາຫາລືກັນ ໃນເລື້ອງ “ສາເຫດຫຼັກຂອງການຍົກຍ້າຍຖິ່ນຖານການຕໍ່ຕ້ານການສໍ້ລາດບັງຫຼວງ ແລະການຂະຫຍາຍໂອກາດ ດ້ານເສດຖະກິດ” ອີງຕາມຖະແຫລງການສະບັບນຶ່ງ ຈາກຫ້ອງການຂອງທ່ານນາງແຮຣິສ.

ຖະແຫລງການນັ້ນ ກ່າວອີກວ່າ “ຮອງປະທານາທິບໍດີ ແຮຣິສ ໄດ້ສະແດງຄວາມຍິນດີ ທີ່ປະທານາທິບໍດີ ຄາສໂຕຣ ຈະສຸມໃສ່ເລື້ອງການຕໍ່ຕ້ານການສໍ້ລາດບັງຫຼວງ ແລະການບໍ່ຕ້ອງໄດ້ຖືກລົງໂທດ ຮວມທັງຄວາມຕັ້ງໃຈຂອງທ່ານນາງ ທີ່ຈະຂໍຄວາມຊ່ອຍເຫຼືອຈາກສະຫະປະຊາຊາດໃນການຈັດຕັ້ງຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງສາກົນ ແລະໝັ້ນໝາຍທີ່ຈະເສີມຂະຫຍາຍການປະຕິຮູບນິຕິບັນຍັດທີ່ຈຳເປັນເພື່ອເຮັດໃຫ້ຄະນະກຳມາທິການດັ່ງກ່າວ ປະ ສົບຜົນສຳເລັດ.”

ພາຍໃນຄວາມເປັນຫ່ວງຕ່າງໆຢູ່ໃນຂົງເຂດດັ່ງກ່າວນັ້ນ ສິ່ງທີ່ສຳຄັນແມ່ນ ອາຊະຍາກຳ ຄວາມທຸກຍາກ ແລະການທຸຈະລິດຂອງເຈົ້າໜ້າທີ່ ຊຶ່ງໄດ້ສົ່ງຜົນໃຫ້ປະຊາຊົນຫຼາຍພັນຄົນ ຕະຫຼອດໄລຍະສອງສາມປີມໍ່ໆມານີ້ ຕັດສິນໃຈວ່າ ໄພອັນຕະລາຍຂອງການເດີນທາງໄປພາກເໜືອ ແລະຄວາມບໍ່ແນ່ນອນຂອງການທີ່ຈະເຂົ້າໄປໃນສະຫະລັດໄດ້ຫຼືບໍ່ນັ້ນ ເຖິງຢ່າງນັ້ນກໍຕາມ ມັນກໍຄຸ້ມຄ່າກັບຄວາມສ່ຽງ.

ທ່ານນາງຄາສໂຕຣ ໄດ້ກ່າວວ່າ ທ່ານນາງວາງແຜນທີ່ຈະເຊື້ອເຊີນສະຫະປະຊາຊາດ ໃຫ້ຈັດຕັ້ງຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງຢູ່ໃນຮອດດູຣາສ ຢ່າງເປັນທາງການ.

Your browser doesn’t support HTML5

VOA Unpacked: Root Causes of Central Americans’ Migration to US

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ