ໃນທົດສະວັດທີ່ຜ່ານມາ ສະຫະລັດໄດ້ຕົກຢູ່ໃນສະພາບທີ່ຕັດສິນໃຈໄດ້ຍາກລະຫວ່າງ "ຄວາມຂຸ່ນເຄືອງທີ່ຊອບທໍາ" ແລະ "ການຖອຍຫລັງຂອງປະຊາທິປະໄຕແລະການມີສ່ວນພົວພັນທີ່ອີງໃສ່ສະພາບຕົວຈິງ” ໃນການປະຕິບັດຂອງຕົນຕໍ່ກຳປູເຈຍ, ອີງຕາມການລາຍງານເມື່ອມໍ່ໆມານີ້ ທີ່ໄດ້ຕ້ອງຕິວໍຊິງຕັນທີ່ໄດ້ອອກມາດຕະການລົງໂທດຕໍ່ກໍາປູເຈຍເພື່ອເປັນວິທີການໃນການຕ່າວປີ້ນການຊຸດໂຊມລົງຂອງສະພາບດ້ານສິດທິມະນຸດ ແລະນຳເອົາປະເທດກັບຄືນສູ່ເສັ້ນທາງປະຊາທິປະໄຕອີກ.
ບັນດາຜູ້ຊ່ຽວຊານຢູ່ສູນຍຸດທະສາດ ແລະການສຶກສາສາກົນ (CSIS) ທີ່ຕັ້ງຢູ່ນະຄອນຫຼວງວໍຊິງຕັນ ໄດ້ຍົກເອົາບັນຫາມາສົນທະນາຢູ່ໃນລາຍງານຂອງເຂົາເຈົ້າວ່າ “ຄົນລົນເລບໍ ຫຼືຄົນທີ່ເປັນຄູ່ຮ່ວມມື? ທີ່ໃຫ້ເຮັດໃຫ້ວິທີທາງຂອງສະຫະລັດຕໍ່ກຳປູເຈຍກະຈ່າງແຈ້ງຂຶ້ນ ຊຶ່ງວ່າ ມາດການລົງໂທດຕໍ່ນາຍົກລັດຖະມົນຕີ ຮຸນເຊນ ທີ່ໄດ້ປົກຄອງກໍາປູເຈຍນັບຕັ້ງແຕ່ປີ 1985 ມານັ້ນມີຜົນໃນທາງກົງກັນຂ້າມ ໃນຂະນະທີ່ທ່ານຮຸນເຊນ ຫັນໄປຫາຈີນເພື່ອຂໍການຊ່ວຍເຫຼືອ.
ສະຫະລັດໄດ້ເລີ້ມລົງໂທດເຈົ້າໜ້າທີ່ຂັ້ນສູງຂອງກຳປູເຈຍ ໃນຂໍ້ຫາການສໍ້ລາດບັງຫຼວງຢ່າງເປັນລະບົບ, ທຳລາຍປະຊາທິປະໄຕໃນກຳປູເຈຍ ແລະຍັງສືບຕໍ່ລະເມີດສິດທິມະນຸດ ແລະສິດໃນການຮວມຕົວກັນ ພາຍຫຼັງການຍຸບພັກກູ້ຊາດກຳປູເຈຍ ຫລື CNRP ຊຶ່ງເປັນພັກຝ່າຍຄ້ານໃນເດືອນພະຈິກ 2017.
ພາບສະໜອງໃຫ້ໂດຍອົງການຂ່າວ Fresh News ສະແດງໃຫ້ເຫັນວ່າເອກອັກຄະລັດຖະທູດຈີນປະຈຳກໍປູເຈຍ, ທ່ານຫວາງ ເວນທຽນ ລົມກັບພວກນັກຂ່າວ ຂະນະທີ່ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ Tea Banh, (ທີ 2 ນັບຈາກຂວາ) ຟັງຢູ່ໃນພິທີວາງສີລາເລີກການສ້ອມແປງອູ່ໄວ້ກຳປັ່ນ ແລະຟື້ນຟູອູ່ໄວ້ກຳປັ່ນໃນຖານທັບເຮືອ ຣຽມຂອງເມືອງສີຫານຸກ, ວັນທີ 8 ມິຖຸນາ, 2022.
ກະຊວງການເງິນຂອງສະຫະລັດໄດ້ແນເປົ້າໝາຍໃສ່ນາຍພົນທະຫານ ແລະນັກທຸລະກິດທີ່ໃກ້ຊິດກັບທ່ານຮຸນເຊນ, ລວມທັງນາຍພົນ ຫິງ ບຸນ ແຮງ (Hing Bun Heang) ຫົວໜ້າຜູ້ອາລັກຂາຂອງທ່ານຮຸນເຊນ; ນາຍພົນຄຸນ ຄິມ (Kun Kim) ແລະຄອບຄົວຂອງທ່ານ ແລະ ມະຫາເສດຖີໄທຣພຽບ (Try Pheap) ສຳລັບການລົງໂທດພາຍໃຕ້ກົດໝາຍຄວາມຮັບຜິດຊອບດ້ານສິດທິມະນຸດໂລກ ແມັກນິດສກີ ຫລື Global Magnitsky Human Rights Accountability Act (GMA).
ນີ້ແມ່ນກ່ອນໜ້າທີ່ລັດຖະບານຂອງທ່ານໄບເດັນເລີ້ມສຸມຄວາມສົນໃຈໃສ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ ເພື່ອຕ້ານການແຜ່ອິດທິພົນທີ່ເພີ່ມຂຶ້ນຂອງຈີນຢູ່ໃນຂົງເຂດນັ້ນ. ໃນກາງເດືອນພຶດສະພາຜ່ານມາ, ທຳນຽບຂາວໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດພິເສດກັບຜູ້ນຳຂອງປະເທດສະມາຊິກສະມາຄົມຂອງປະເທດຂົງເຂດເອເຊຍຕາເວັນອອກສຽງໃຕ້ ຫລື ອາຊຽນໃນນະຄອນຫລວງວໍຊິງຕັນ.
ໂຄສົກຂອງສະຖານທູດສະຫະລັດປະຈໍາພະນົມເປັນ, ທ່ານນາງສະເຕັບຟານີ ອາຊາເຕ (Stephanie Arzate) ກ່າວຕໍ່ວີໂອເອພະແນກພາສາຂະແມ ຜ່ານທາງອີເມລວ່າ “ສະຫະລັດຍັງຍຶດໝັ້ນຕໍ່ປະຊາຊົນກຳປູເຈຍ ແລະຄວາມມຸ້ງມາດປາດຖະໜາຂອງເຂົາເຈົ້າ ທີ່ຈະເປັນປະເທດຈະເລີນຮຸ່ງເຮືອງ, ມີປະຊາທິ ປະໄຕ ແລະເປັນເອກະລາດ ທີ່ການອອກປາກອອກສຽງຂອງທຸກຄົນ ຖືກຮັບຟັງ ແລະໄດ້ຮັບການເຄົາລົບ. ອະທິປະໄຕຂອງລາຊະອານາຈັກ ໄດ້ຮັບການປົກປ້ອງ.”
ລັດຖະບານກຳປູເຈຍກ່າວວ່າ ນະໂຍບາຍການຕ່າງປະເທດຂອງຕົນແມ່ນສ້າງມິດຕະພາບກັບທຸກປະເທດ, ບໍ່ແມ່ນເລືອກເອົາລະຫວ່າງຈີນກັບສະຫະລັດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ