ຕະຫຼາດຮຸ້ນ ອັດຕາຄົນຫວ່າງງານ ແລະເງິນເດືອນ ໃນ ສຫລ ຫລຸດລົງ

ອັດຕາຄົນຫວ່າງງານ ໃນແຕ່ລະເດືອນ ຢູ່ໃນສະຫະລັດ ແຕ່ເດືອນມັງກອນ ປີ 2004 ຫາເດືອນ ທັນວາ ປີ 2014.

ຕະຫລາດ​ຮຸ້ນສະຫະລັດ ໄດ້ສິ້ນສຸດ​ການ​ຊື້ຂາຍຮຸ້ນ ໃນ​ອາທິດ​
ທຳ​ອິດ​ຂອງ​ປີໃໝ່ ໂດຍທີ່ຮຸ້ນມີການຕົກລາຄາປະມານ​ເຄິ່ງ​ເປີ
​ເຊັນ ​ທັງໆທີ່ມີ​ຂ່າວ​ດີ ​ກ່ຽວ​ກັບ​ເລື່ອງ ວຽກ​ເຮັດງານທຳ.

ອັດຕາ​ການ​ຫວ່າງງານ ​ໃນສະຫະລັດ ​ຫລຸດ​ລົງ​ສອງ​ສ່ວນ​ສິບ
​ຂອງ​ເປີ​ເຊັນ ​ໃນ​ເດືອນ​ທັນວາຜ່ານມາ ​ຊຶ່ງຕ່ຳສຸດໃນຮອບຫົກ​
ປີ ເປັນ 5.6 ​ເປີ​ເຊັນ.

ລາຍງານຊຶ່ງໄດ້ມີການຕິດຕາມເບິ່ງ​ຢ່າງ​ໃກ້​ຊິດ​ໃນ​ວັນ​ສຸກ​ວານ
ນີ້ ​ຈາກກະຊວງ​ແຮງ​ງານຍັງກ່າວ​ວ່າ ​ເສດຖະກິດ​ໄດ້ເຮັດ​ໃຫ້​ມີ
ວຽກ​ການເພີ້ມຂື້ນ​ 252,000 ໜ້າ​ວຽກ.

​ທັງ​ສ​ອງ​ໂຕ​ເລກ ແມ່ນດີ​ກວ່າທີ່ບັນດາ​ນັກ​ເສດຖະສາດ ​ໄດ້​ທຳນາຍ​ໄວ້ ​ແລະເປັນ​ປີ​ທີ່ແຂງ
​ແຮງ​ທີ່ສຸດ​ ໃນ​ການ​ເຕີບ​ໂຕ​ຂອງວຽກ​ງານ ໃນຮອບ 15 ປີ.

ແຕ່​ວ່າຂໍ້​ມູນຂອງ​ວັນ​ສຸກ​ວານ​ນີ້ ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ການຂຶ້ນເງິນ​ເດືອນໃນປີ​ 2014
ແມ່ນພໍ​ແຕ່​ລື່ນລະດັບເງິນເຟີ້ພຽງໜ້ອຍດຽວເທົ່ານັ້ນ ​ແລະ​ສຳຫລັບ​ເດືອນ​ທັນວາຜ່ານມາ
ເງິນເດືອນສະ​ເລ່ຍ​ຂອງພວກທີ່ກິນເງິນເປັນ​ຊົ່ວ​ໂມງ ຄວາ​ມຈິງແລ້ວໄດ້​ຫລຸ​ດລົງ.

ບັນດາ​ນັກວິ​ເຄາະມີ​ຄວາມເປັນ​ຫ່ວງ ​ວ່າ ​ໂຕ​ເລກ​ເງິນເດືອນທີ່ຂຶ້ນຍາກ ອາດ​ເຮັດ​ໃຫ້ການ
ໃຊ້ຈ່າຍຂອງ​ຜູ້​ບໍລິ​ໂພ​ກອ່ອນແອ​ລົງ ຊຶ່ງເປັນ​ການ​ຂັບດັນທີ່​ສຳຄັນ​ຂອງເສດຖະກິດສະຫະ ລັດນັ້ນ.

​ໃນ​ຂະນະ​ ທີ່​ອັດຕາ​ຫວ່າງ​ງານ​ ໄດ້​ຫລຸດລົງເຕັມນຶ່ງ​ເປີ​ເຊັນ​ ຈາກ​ປີ​ກາຍ​ນີ້ ແຕ່ 8 ລ້ານ 7
ແສນ​ຄົນ ​ຍັງ​ບໍ່ມີວຽກ​ງານເຮັດແລະ​ອີກ 6 ລ້ານ 8 ​ແສນ​ຄົນຕ້ອງການ​ຢາກເຮັດວຽກ​ເຕັມ
​ເວລາ ແຕ່​ກໍສາມາດຊອກ​ໄດ້​ແຕ່ວຽກ​ທີ່​ບໍ່​ເຕັມ​ເວ​ລາ​ເທົ່າ​ນັ້ນ.

Your browser doesn’t support HTML5

US Unemployment Drops to 6-Year Low