ຕະຫລາດວຽກງານໃນສະຫະລັດ ບໍ່ມີການຂະຫຍາຍໂຕເລີຍ ໃນເດືອນສິງຫາ (ເບິ່ງວີດີໂອ)

  • ທອງປານ ເທບວົງສາ

ຊາວອາເມຣິກັນ ທີ່ພາກັນໄປລຽນແຖວ ເພື່ອຊອກຫາງານ ໃນງານເປີດຮັບເອົາຄົນງານຂອງບໍລິສັດຕ່າງທ ທີ່ເມືອງ Independence ລັດ Ohio, ວັນທີ 16 ສິງຫາ 2011. (file photo)

ການ​ເຕີບ​ໂຕ​ດ້ານວຽກງານ​ຂອງ​ສະຫະລັດ​​ໄດ້ຢຸດ​ຊະ​ງັກລົງ​ ໃນ​ເດືອນສິງຫາຜ່ານ​ມາ​ນີ້ ​ໃນ​ຂະນະ​ການ​ປົດ​ຄົນ​ອອກ​ຈາ​ກງານ​ຊົ່ວຄາວຂອງ​ລັດ ຖະບານ ໄດ້​ລົບ​​ລ້າງຜົນ​ກໍາ​ໄລທີ່​ໄດ້​ມາ​ໜ້ອຍ​ດຽວໃນ​ພາກສ່ວນ​ເອກະ​ຊົນ ກະຊວງ​ແຮງ​ງານ​ສະຫະລັດ​ກ່າວວ່າ ວົງການ​ທຸລະ​ກິດ​ຂອງອາ​ເມ​ຣິກາ ​ໄດ້​ເພີ່ມ​ໜ້າ​ວຽກຂຶ້ນແຕ່ພຽງ​ 17,000 ວຽກ​ເທົ່າ​ນັ້ນ​ໃນ​ເດືອນ​ຜ່ານ​ມາ​ນີ້ ຊຶ່ງ​ແມ່ນ​ໜ້ອຍ​ກ່ວາ​​ໂຕ​​ເລກທີ່​ພວກ​ນັກວິ​ເຄາະ​ໜ້າ​ວຽກ​​ໄດ້ຄາດ​ຄະ​ເນ​​ໄວ້​ວ່າ ຈະ​ມີຈໍານວນ​ເຖິງ 100,000 ວຽກ​ນັ້ນຢ່າງ​ຫລວງຫລາຍ. ບໍ່ພໍ​ແຕ່​ເທົ່າ​ນັ້ນ ພາກສ່ວນ​ລັດ ​ແລະ​ລັດຖະບານ​ ກາງ ກໍ​ໄດ້​ຕັດ​ພະນກັງານ​ລົງ​ໄປ​ອີກ. ຜົນ​​ກໍ​ຄື ບໍ່​ມີ​ການເພີ່ມ​ໜ້າ​ວຽກ​ໃດໆຂຶ້ນ​ເລີຍ​ໃນ​ເດືອນ​ສິງຫາ. ທອງ​ປານ ມີ​ເລຶ່ອງນີ້​ມາສ​ະ​ເໜີ​ທ່ານ.

ສະຖານ​ນະ​ການ​ໃນ​ອະນາຄົດສໍາລັບຊາວ​ອາ​ເມ​ຣິກັນທີ່​ຫວ່າງ​ງານ​ນັ້ນ​ແມ່ນ ຍັງ​ມື​ດມົນ​ ລຸນ​ຫລັງ​ທີ່​ມີ​ລາຍ​ງານ​ກ່ຽວ​ກັບ​ວຽກງານ​ທີ່​ອ່ອນ​ແອ​ທີ່​ສຸດ​ໃນ​ໄລຍະເກືອບ​ນຶ່ງ​ປີ ທີ່ປາກົດ​ອອກ​ມາ​ໃນ​ວັນ​ສຸກ​ແລ້ວ​ນີ້. ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ການ​ນັດ​ຢຸດ​ງານ​ປະ​ທ້ວງ​ເປັນເວລາ​ສອງ​ອາ ທິດໂດຍ​ບໍລິສັດ​ໂທລະສັບໄຮ້ສາຍ​ທີ່​ສໍາຄັນ​ບໍລິສັດ​ນຶ່ງ ​ໄດ້ອາດເຮັດ​ໃຫ້ຕົວ​ເລກ​ຕົກ​ຕໍ່າລົງ. ​ແຕ່​ເຖິງ​ແມ່ນ​ວ່າອັດຕາ​ການຫວ່າງ​ງານ​ແຫ່ງ​ຊາດຍັງຢຸດ​ຢູ່ທີ່​ລະດັບ 9.1 ​ເປີ​ເຊັນກໍ​ຕາມ ທ່ານ James Bianco ​ແຫ່ງ​ບໍ​ລິ​ສັດຄົ້ນ​ຄ້ວາ Bianco ຫລື Bianco Research ກ່າວ​ວ່າ ມີ​ຂ່າວ​ດີ​ໜ້ອຍ​ຫລາຍ ຢູ່​ໃນ​ລາຍ​ງານ​ສະບັບ​ລ່າ​ສຸດ​ຂອງ​ລັດຖະບານ. ທ່ານ Bianco ​ເວົ້າ​ວ່າ:

“​ເຖິງ​ແມ່ນ​ເຮົາ​ຈະ​ນັບ​ເອົາ​ການ​ນັດ​ຢຸດ​ງານ​ປະທ້ວງ​ຂອງ​ບໍລິສັດ​ໂທລະສັບ Verizon
ຊຶ່ງ​ມີພວກ​ຄົນ​ງານຈໍານວນ​ 48,000 ຄົນ ພາກັນ​ນັດ​ຢຸດ​ງານ​ນັ້ນ ​ແລະເພີ່ມ​ຈໍານວນນີ້
ເຂົ້າໃສ່​ໜ່ວຍ​ແຮງ​ງານ​ຄືນ​ໃໝ່ ໂຕ​ເລກກໍຍັງ​ຖື​ວ່າ​ໜ້ອຍ​ຫລາຍຢູ່ ຄື​ມັນ​ສະ​ແດງ​ໃຫ້​ເຫັນ
​ເຖິງ​ເສ​ດຖະກິດ​ທີ່​ຫົດ​ນ້ອຍ​ຖອຍ​ລົງ ແລະ​ຕະຫລາດ​ວຽກ​ງານທີ່​ຍັງ​ສືບ​ຕໍ່​ຊັກ​ຊ້າ​ລົງ​ໄປ
ໃນ​ລະດູຮ້ອນ​ນີ້.”

ຕະຫລາດ​ຮຸ້ນ​ສະຫະລັດຕົກ​ຕໍ່າລົງ ​ຫລັງ​ຈາກ​ລາຍ​ງານ​ກ່ຽວ​ກັບໜ້າ​ວຽກ​ທີ່ອ່ອນ​ແອ ​ເຊ່ນ​ດຽວ​ກັນ​ກັບ​ພວກ​ຕະຫລາດ​ທີ່​ວິຕົກ​ກັງວົນ​ໃຈ​ ຈາກຂົງ​ເຂດ​ເອ​ເຊຍ ​ໄປ​ຫາ​ຢຸ​ໂຣບ.

ທີ່​ປະ​ເທດ​ອິຕາ​ລີ ບ່ອນ​ທີ່​ພວກ​ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ​ໄດ້​ໄປ​ເຕົ້າໂຮມ​ກັນ​ເມື່ອ​ວັນ​ສຸກ
​ຜ່ານ​ມາ ​ເພື່ອ​ຫາລືກັນ​ກ່ຽວ​ກັບຊ່ອງ​ທາງຂອງ​ກາ ຟື້ນ​ຕົວ​ຄືນ​ຂອງ​ເສ​ດຖະກິດ​ໂລກນັ້ນ ​ການ​
ປະ​ເມີນ​ສະພາບ​ການ​ແມ່ນ​ບໍ່​ແຈ່ມ​ໃສ​ເລີຍ.

ທ່ານ Nouriel Roubini ອາຈານ​ສອນ​ວິຊາເສດຖະ​ສາດ ປະ​ຈໍາ​ມະຫາ ວິດ​ທະຍາ​ໄລ New York ມີ​ຄວາມ​ເຫັນ​ວ່າ:

“ຂ້າພະ​ເຈົ້າ​ບໍ່​ຄາດວ່າ​ຈະ​ມີ​ການຖົດຖອຍໃນ​ລະດັບໂລກ​ເກີດ​ຂຶ້ນ. ຂ້າພະ​ເຈົ້າບໍ່​ຄາດວ່າ
ຈະ​ມີ​ການ​ຖົດຖອຍ​ຢູ່ໃນ​ພວກ​ຕະຫລາດ​ທີ່​ກໍາລັງໂຜ່​ໂຕ​ຂຶ້ນ​ມາ​ມີ​ຄວາມ​ສໍາຄັນ ​ແລະ​ກໍາ
ລັງເຕີບ​ໂຕ​ຂຶ້ນຢ່າງ​ໄວນັ້ນ​ ​ແຕ່​ວ່າ​ສະຖິຕິດ້ານເສ​ດຖະກິດ​ຈາກ​ສະຫະລັດ ຈາກ​ພວກ​
ປະ​ເທດເຂດຢູ​ໂຣສ່ວນ​ໃຫຍ່ ​ແລະຈາກ​ສະຫະລາດຊະ​ອານາຈັກອັງກິດ ແມ່ນຊີ້​ແນ​ະວ່າ
ອາດ​ມີການ​ຫົດ​ຕົວ​ທາງດ້ານ​ເສດຖະກິດ​ເກີດ​ຂຶ້ນ."

ພວກ​ນັກ​ເສດຖະສາດ​ກ່າວ​ວ່າ ການ​ເຕີບ​ໂຕ​ທີ່​ຊ້າ​ລົງ​ໃນ​ສະຫະລັດ ​ແລະ​ວິກິດ​ການ​ໜີ້​ສິນ
​ໃນ​ພາກ​ພື້ນ​ຢຸ​ໂຣບນັ້ນ ​ແມ່ນ​ໄດ້​ເຮັດ​ໃຫ້ໂອກາດ​ທີ່​ຈະ​ເກີດ​ການ​ຖົດຖອຍ​ຢ່າງ​ໜັກ​ອີກ​ຄັ້ງ​ນຶ່ງ
ນັ້ນ ເພີ່ມ​ທະວີ​ຂຶ້ນ. ແລະນັ້ນ​ກໍ​ຈະ​ສ້າງ​ຄວາມ​ກົດດັນ​ຢ່າງ​ໃຫຍ່​ກວ່າ​ເກົ່າຕໍ່ວໍຊິງຕັນ ບ່ອນທີ່
ປະທານາທິບໍດີບາຣັກ ໂອບາມາ ຈະປະກາດໂຄງການລິເລີ່ມໜ້າວຽກທີ່ສໍາຄັນໃນແລງວັນ
ພະຫັດມື້ນີ້ ຕໍ່ກອງປະຊຸມຄົບຊຸດ​ຂອງ​ລັດຖະສະພາ​ສະຫະລັດ. ທ່ານ Gene Sperling
ຜູ້ອໍານວຍການສະພາເສດຖະກິດແຫ່ງຊາດປະຈໍາທໍານຽບຂາວ ກ່າວວ່າ ຂໍ້ສະເໜີຂອງ
ປະທານາທິບໍດີນັ້ນ ຖືວ່າສໍາຄັນຫລາຍ ແລະສົມຄວນທີ່ຈະໄດ້ຮັບການສະໜັບສະໜຸນຈາກ
ທັງສອງພັກການ​ເມືອງ. ທ່ານ Sperling ​ເວົ້າ​ວ່າ:

“ປະຊາຊົນຈະໄດ້ເຫັນວ່າ ໃນດ້ານ​ຕ່າງໆທີ່ທ່ານຈະ​ເວົ້າ​ເຖິງ ​ເຊ່ນ ກ່ຽວກັບການຕັດພາສີ
ລົງ​ສໍາລັບພວກຄົນງານ ແລະພວກທຸລະກິດນ້ອຍໆ ຍຸດທະວິທີສໍາລັບພວກທີ່ຫວ່າງງານ
ການ​ສ້າງໜ້າວຽກເພື່ອສ້າງສາອາເມຣິກາຄືນໃໝ່ ທັງ​ໝົດ​ທີ່​ເວົ້າ​ມາ​ນັ້ນແມ່ນໄດ້ເປັນສິ່ງທີ່
ສົມຄວນໄດ້ຮັບການສະໜັບສະໜຸນຈາກ​ທັງສອງພັກຝ່າຍ​ແຕ່​ໃດໆ​ມາ​ແລ້ວ. ແລະພວກເຮົາ
ກໍຫວັງ ຢ່າງຍິ່ງວ່າ ທ່ານປະທານາທິບໍດີຈະຮຽກຮ້ອງໃຫ້ລັດຖະສະພາ ແຍກການເຫັນ​ແກ່​ພັກແລະການເມືອງໄວ້ຕ່າງຫາກ ແລະເອົາ​ເລື້ອງເສດຖະກິດ ແລະພວກຄົນງານມາຢູ່ຖັ້ນ ແຖວໜ້າ.”

ແຕ່​ວ່າ ພ້ອມກັບການເລືອກຕັ້ງທົ່ວປະເທດ ທີ່​ຈະ​ມີ​ຂຶ້ນໃນພຽງແຕ່ 15 ເດືອນຕໍ່ໜ້ານີ້ ພວກ ນັກລົງທຶນທັງຫລາຍ​ແມ່ນບໍ່ມີຄວາມຮູ້ສຶກໃນແງ່ດີ ປານໃດ​ເລີຍ.

ເບິ່ງວີດີໂອ ລາຍງານພາສາອັງກິດ: