ສະຫະລັດ ສ​ປ​ຊ ແລະ ອີຢູ ຊ່ວຍພັດທະນາ ລາວ ໃຫ້ເປັນ ລັດແຫ່ງກົດໝາຍ

ພິທີມອບການຊ່ວຍເຫຼືອ ແລະເປີດຕົວ ໂຄງການຊ່ວຍເຫຼືອຂອງ ອົງການສະຫະປະຊາຊາດເພື່ອການພັດທະນາ, ສະຫະພາບ ຢູໂຣບ ກັບສະຫະລັດ ເພື່ອຊ່ວຍ ສປປ ລາວ ພັດທະນາໄປສູ່ ການເປັນລັດແຫ່ງກົດໝາຍ, ວັນທີ 31 ມັງກອນ 2014. (ພາບຈາກໂທລະພາບແຫ່ງຊາດລາວ)

ທາງ​ການ​ສະຫະລັດ ຮ່ວມ​ມື​ກັບ​ອົງການ​ສະຫະ​ປະຊາ​ຊາດ
​ເພື່ອ​ການ​ພັດທະນາ ​ແລະ​ສະຫະພາບ​ຢູ​ໂຣບ ​ເພື່ອ​ໃຫ້ການ​
ຊ່ວຍ​ເຫຼືອ​ແກ່​ລາວ ທີ່​ແນ​ໃສ່​ການ​ພັດທະນາ​ໄປ​ສູ່​ການ​ເປັນ​
ລັດ​ແຫ່ງ​ກົດໝາຍ ​ແລະຄວາມ​ສະ​ເໝີ​ພາບ​.

Your browser doesn’t support HTML5

ຟັງລາຍງານ US, UN, EU ຊ່ວຍ​ພັດທະນາ​ລາວໃຫ້​ເປັນ​ລັດ​ແຫ່ງ​ກົດໝາຍ


ພິທີ​ການລົງ​ນາມ​ໃນ​ຂໍ້​ຕົກລົງ ​ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫຼື​ອ​ແກ່
​ທາງ​ການ​ລາວ ​ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ ວ່າ​ດ້ວຍ​ການ​ພັດທະນາ​ລັດ​ແຫ່ງ​
ກົດໝາຍ ​ໄດ້​ມີ​ຂຶ້ນເມື່ອ​ບໍ່​ດົນ​ມາ​ນີ້ຢູ່ນະຄອນ​ວຽງ​ຈັນ ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ກັນ​
ລະຫວ່າງ ​ທ່ານ​ຈະ​ເລີນ ​ເຢຍປາວເຮີລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທໍາ ກັບ​ທ່ານ Minh
Pham ຜູ້ຕາງໜ້າ​ອົງການ​ສະຫະປະຊາຊາດ​ເພື່ອ​ການ​ພັດທະນາ (UNDP) ​ໃນ​ລາວ
ພ້ອມ​ດ້ວຍ​ຄະນະ​ທູຕານຸທູດ​ຂອງ​ສະຫະພາບຢູ​ໂຣບ ​ແລະ​ສະຫະລັດ​ອາ​ເມຣິກາ ​ໄດ້​ເຂົ້າ
ຮ່ວມ​ໃນ​ພິທີການ​ຄັ້ງ​ນີ້​ດວຍ.

ທັງ​ນີ້​ກໍ​ເນື່ອງ​ຈາກວ່າ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ລັດຖະບານ​ລາວ​ໃນ​ຄັ້ງ​ນີ້ ​ເປັນ​ການຮ່ວມມື​
ລະຫວ່າງ UNDP ກັບ​ສະຫະພາບ​ຢູ​ໂຣບ ​ແລະ​ສະຫະລັດ ຊຶ່ງ​ມີມູນ​ຄ່າລວມ​ເຖິງ 3.9 ລ້ານ​ໂດ
ລ່າ ທີ່​ຈະ​ນໍາ​ໃຊ້​ເຂົ້າ​ໃນ​ການ​ປັບ​ປຸງ​ແລະ​ພັດທະນາ​ ການ​ເຂົ້າ​ເຖິງ​ສະ​ຖາ​ບັນ​ທາງກົດໝາຍ
​ແລະ​ລະບົບ​ຍຸຕິ​ທໍາ​ຂອງ​ປະຊາຊົນ​ໃນ​ລາວ ​ໃຫ້​ດີ​ຂຶ້ນ ລວມ​ໄປ​ເຖິງ​ສົ່ງ​ເສີມ​ໃຫ້​ມີການສ້າງ​ກົດ
ໝາຍ ​ແລະລະບຽບ​ການ​ທີ່​ມີ​ຄວາມ​ຊັດ​ເຈນ​ ສອດຄ່ອງ ​ແລະ​ຕອບສະໜອງ​ຕາມ​ຄວາມ​
ຮຽກຮ້ອງ​ຕ້ອງການ​ໃນ​ປັດຈຸບັນ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ລາວດັ່ງກ່າວ​ນີ້ ຍັງ​ໄດ້​ໃຫ້​ຄວາມ​ສໍາຄັນ​ເປັນ​
ພິ​ເສດ​ກັບ​ການ​ພັດທະນາ​ເພື່ອ​ຄວາມ​ສະ​ເໝີ​ພາບ ​ລະຫວ່າງຍິງ-ຊາຍ ທັງ​ຕໍ່ໜ້າ​ກົດໝາຍ​ແລະທາງ​ສັງຄົມ​ອີກ​ດ້ວຍ. ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າຄວາມ​ບໍ່​ສະ​ເໝີ​ພາບ​ລະຫວ່າງ​ຍິງ​-ຊາຍ ​
ໄດ້​ກໍ່​ໃຫ້ເກີດ​ບັນຫາ​ຂັດ​ແຍ້​ງ​ໃນ​ຄອບຄົວຂອງ​ຄົນ​ລາວ​ ຫຼາຍ​ຂຶ້ນນັບມື້ ​ໂດຍ​ຈະ​ເຫັນ​ໄດ້​
ຈາກ​ລາຍ​ງານ​ລ່າ​ສຸດ​ຂອງ​ກະຊວງ​ຍຸຕິ​ທໍາ​ໃນລາວ ທີ່​ລະບຸ​ວ່າ ​ລະຍະ​ນັບ​ແຕ່​ເດືອນ​ຕຸລາ
2012 ​ເຖິງ​ທ້າຍເດືອນ​ມັງກອນ 2014 ນີ້ ສານ​ປະຊາຊົນ​ລາວ ​ໄດ້​ຮັບ​ການ​ຟ້ອງ​ຮ້ອງລະ
ຫວ່າງ​ເອ​ກະ​ຊົນ​ຫຼາຍ ກວ່າ 16,000 ກໍລະນີ ​ໂດຍ​ໃນ​ນີ້ ກໍ​ປາກົດ​ວ່າ ​ມີ​ຈໍານວນ​ຫຼາຍກວ່າ
13,000 ກໍລະນີ ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກ່ຽວ​ກັບ​ຄອບຄົວ.

ເອກອັກຄະລັດຖະທູດສະຫະລັດ ປະຈໍາລາວ ທ່ານ Dan Clune (ຂວາ) ຫຼັງຈາກເຊັນສັນຍາມອບການຊ່ວຍເຫຼືອໃຫ້ລາວ ຜ່ານອົງການ UNDP. (ພາບຈາກໂທລະພາບແຫ່ງຊາດລາວ)


ທັງ​ນີ້ ​ໂດຍ​ສະ​ເພາະ​ແມ່ນ​ການ​ຂັດ​ແຍ້​ງລະຫວ່າ​ງສາມີ-ພັນ​ລະ​ຍາ
ທີ່​ຟ້ອງ​ຮ້ອງ​ກັນ​ໃນ​ຄະດີ​ການ​ຢ່າ​ຮ້າງ ການ​ຍາດ​ແຍ່ງ​ເອົາ​ຊັບ​ສິນ
ລວມ​ເຖິງ​ການ​ຂັດ​ແຍ້​ງກັນ​ກ່ຽວ​ກັບສິດທິ ໃນ​ການລ້ຽງ​ດູ​ລູກ ​ແລະ​
ການ​ຮຽກຮ້ອງ​ເອົາ​ຄ່າ​ລ້ຽງລູກ ​ແຕ່​ທີ່​ຖື​ວ່າ​ເປັນ​ສິ່ງ​ທີ່​ສະທ້ອນ​ເຖິງ​
ຄວາມ​ເສື່ອ​ມທາງ​ສິນລະທໍາ​ໃນ​ລາວ​ຫຼາຍ​ຂຶ້ນນັບ​ມຶ້ ກໍ​ຄື​ຄະດີ​ກ່ຽວ​
ກັບ​ການລະ​ເມີດ​ທາງ​ເພດ ຫຼື​ການຂົ່ມຂືນ ທີ່​ຜູ້​ເປັນ​ພໍ່​ກະທໍາ ​ຕໍ່​ລູກ​ຂອງ​ຕົນ.

ຍິ່ງ​ໄປ​ກວ່າ​ນັ້ນ ສະພາບ​ຂອງ​ການ​ເຊື່ອ​ຖື​ແລະ​ງົມງາຍ​ຂອງ​ບັນດາ
​ຊົນ​ເຜົ່າ​ຕ່າງໆ ທີ່ຢູ່​ໃນ​ເຂດ​ຊົນນະບົດ ​ແລະ​ມີ​ບັນຫາ​ຍາກຈົນ​ທີ່​
ສຸດ​ນັ້ນ ກໍ​ຍັງ​ເປັນສາ​ເຫດ​ທີ່​ເຮັດ​ໃຫ້​ບັນຫາ​ດັ່ງ​ກ່າ​ວນີ້​ ມີ​ທ່າ​ອຽງ​ເພີ່ມ​ຫຼາຍຂຶ້ນນັບ​ມື້​ອີກດ້ວຍ
ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ຍຸຕິ​ທໍາ​ຂອງ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ການ​ປະຕິບັດ​ສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ ຍັງ​ບໍ່​ທັນ​ໄດ້​ດີ ​ໂດຍ​ສະ​ເພາະ​
ແມ່ນ​ຢູ່​ເຂດຊົນນະບົດ​ ຍັງ​ໜັກ​ໄປ​ທາງ​ການ​ປະຕິບັດ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​
ບາງ​ເຜົ່າ ​ແລະ​ມີ​ການ​ເຊື່ອ​ຖື​ງົມ​ງາຍ ຍັງ​ມີ​ປາກົດການ​ລະ​ເມີດ​ສິດທິ​ຂອງ​ແມ່ຍິງ
​ເປັນ​ຕົ້ນ​ມີ​ການ​ຂົ່ມຂືນ​ກະທໍາ​ຊໍາ​ເລົາ ການ​ຄ້າ​ໂສ​ເພນີ ການ​ຄ້າ​ມະນຸດ​ໃນ​ຮູບ​
ແບບ​ຕ່າງໆ ມີ​ການ​ໃຊ້​ແຮງ​ງານ​ໜັກໜ່ວງ​ເກີ​ນ​ໄປ​ໃນຄອບຄົວ.”


ນອກນີ້ ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ ກໍ​ຍັງ​ໄດ້​ໃຫ້ການ​ຍອມຮັບ​ດ້ວຍວ່າ ການ​ພິຈາລະນາ ​
ເພື່ອ​ການ​ຕັດສິນ​ຄະດີ​ ຂອງ​ສານ​ປະຊາຊົນ​ລາວ ​ໄດ້​ດໍາ​ເນີນ​ໄປ​ຢ່າງ​ຊັກ​ຊ້າ​ຫຼາຍ ​ເນື່ອງ​
ຈາກ​ວ່າ​ສານ​ປະຊາຊົນ​ລາວ​ໃນ​ທົ່ວ​ປະ​ເທດ​ ມີ​ຈໍານວນ​ຜູ້​ພິພາກສາ​ພຽງ​ແຕ່ 384 ຄົນ
​ເທົ່າ​ນັ້ນ ຈຶ່ງເຮັດ​ໃຫ້ການ​ແກ້​ໄຂ​ບັນດາ​ຄະດີ​ຄວາມ​ຕ່າງໆ ບໍ່ເທົ່າ​ທັນ​ກັບ​ສະພາບ​ບັນຫາ
​ທີ່​ເພີ່ມ​ຂຶ້ນຢ່າງ​ໄວວາ​ນັ້ນ​ເອງ.

​ເພາະສະ​ນັ້ນ ດ້ວຍ​ການ​ປະກອບສ່ວນ​ຂອງ UNDP ຮ່ວມ​ກັນ​ກັບ​ສະຫະພາບ​ຢູ​ໂຣບແລະ
​ສະຫະລັດ​ໃນ​ຄັ້ງ​ລ່າ​ສຸດ​ນີ້ ກໍ​ເຮັດ​ໃຫ້​ທາງ​ການ​ລາວແລະ​ຄູ່​ຮ່ວມ​ພັດທະນາທັງ 3 ພາກສ່ວນ
​ດັ່ງກ່າວ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ລະບົບ​ກົດໝາຍ​ແລະ​ການ​ບັງຄັບ​ໃຊ້​ກົດໝາຍ​ໃນ​ລາວ ​ຈະມີ​
ຄວາ​ມຍຸຕິ​ທໍາ ​ແລະ​ມີ​ປະສິດທິພາບ​ສູງ​ຂຶ້ນຢ່າງ​ຕັ້ງໜ້າ.