ສ​ຫລ ແລະ​ຢູເຄຣນປຶກ​ສາຫາ​ລືກັນ ກ່ຽວກັບການ​ເສີມທະ​ຫານ​ຂອງ​ຣັດ​ເຊຍ ຢູ່ໃກ້​ຊາຍ​ແດນ​ທີ່ຕິດກັບ​ຢູ​ເຄ​ຣນ

Your browser doesn’t support HTML5

ສ​ຫລ ແລະ​ຢູເຄຣນປຶກ​ສາຫາ​ລືກັນ ກ່ຽວກັບການ​ເສີມກຳ​ລັງ​​ທະ​ຫານ​ຣັດ​ເຊຍ ຢູ່ໃກ້​ຊາຍ​ແດນ​ຂອງ​ຣັດ​ເຊຍ ທີ່ຕິດກັບ​ຢູ​ເຄ​ຣນ.

ທ້າມກາງຄວາມວິຕົກກັງວົນກ່ຽວກັບການເພີ້ມ​ຂຶ້ນແບບຜິດປົກກະຕິຂອງທະຫານຣັດເຊຍຢູ່ເຂດໃກ້ກັບຊາຍແດນ ລະ​ຫວ່າງຣັດເຊຍກັບຢູເຄຣນ, ລັດຖະມົນຕີກະຊວງປ້ອງກັນປະເທດຢູເຄຣນໄດ້ມາເຖິງວໍຊິງຕັນເພື່ອສົນທະນາຫາ​ລືກ່ຽວກັບບັນຫາປ້ອງກັນຊາດ ແລະເລື້ອງຍຸດທະສາດ​ອື່ນໆ. Ostap Yarysh ມີລາຍງານເລື້ອງນີ້ ຊຶ່ງບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ​ໃນ​ອັນ
​ດັບ​ຕໍ່​ໄປ.

Your browser doesn’t support HTML5

​ເຊີນ​ຟັງລາຍ​ງານ​ກ່ຽວ​ກັບ​ການ​ປຶກ​ສາ​ຫາ​ລື​ກັນ​ຂອງ ສ​ຫລ ແລະ​ຢູ​ເຄ​ຣນ​ໃນ​ເລື້ອງ​ຣັດ​ເຊຍ


ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກຳ​ລັງ​ຕິດ​ຕາມ​ເບິ່ງ​ການ​ເສີມກຳ​ລັງຂອງທະ​ຫານ​ຣັດ​ເຊຍ ຢູ່ເຂດໃກ້​ຊາຍ​ແດນ​ທີ່ຕິດກັບ​ຢູ​ເຄ​ຣນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຢູ​ເຄ​ຣນທີ່ມານະ​ຄອນຫຼວງວໍ​ຊິງ​ຕັນ ກ່າວ​ວ່າ ການ​ມີ​ໜ້າ​ທາງ​ທະ​ຫານ​ຂອງ​ຣັດ​ເຊຍຢູ່​ຕະ​ຫລອດມາ ​ບໍ່​ເປັນເລື້ອງ​ໃໝ່ແຕ່​ຢ່າງ​ໃດ.

ທ່ານໂອ​ເລັກ​ຊີ ເຣ​ສ​ນີ​ກັອ​ຟ (Oleksiy Reznikov), ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຢູ​ເຄ​ຣນ​ກ່າວ​ວ່າ:

"ສາຍ​ສືບ​ລັບ​ຂອງພວກເຮົາ, ໜ່ວຍສືບ​ລັບ​ຂອງອາເມຣິກັນ, ສືບ​ລັບ​ຂອງສະຫະ ລາຊະອານາຈັກອັງ​ກິດ, ເຂົາເຈົ້າ​ພາ​ກັນເຮັດວຽກຂອງ​ເຂົາ​ເຈົ້າ. ພວກເຮົາປຽບ ທຽບການຄົ້ນຫາ ແລະພວກເຮົາເຫັນຮູບພາບແບບດຽວກັນ. ++ ພວກເຮົາດຳ​ລົງ​ຊີ​ວິດຢູ່ກັບສະ​ພາບ​ເຄິ່ງສົງຄາມກັບຣັດເຊຍ ... ມາ​ໄດ້ແປດປີແລ້ວ. ດັ່ງນັ້ນ, ສໍາລັບພວກເຮົາແລ້ວ, ມັນບໍ່ເປັນ​ເລື້ອງແປກໃຈແຕ່​ຢ່າງ​ໃດ."

ໃນທາງຕອບກັບ​ນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ໄດ້ຢືນ ຢັນຈະ​ໃຫ້ການສະຫນັບສະຫນູນຂອງຕົນແກ່ຢູເຄຣນ."

ທ່ານ​ລອຍ ອອ​ສ​ຕິນ (Lloyd Austin), ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດກ່າວ​ວ່າ:
"ຂ້າພະເຈົ້າຢາກຈະຮັບປະກັນກັບທ່ານ, ດັ່ງທີ່ປະທານາທິບໍດີໂຈ ໄບເດັນໄດ້ກ່າວຕໍ່ປະທານາທິບໍດີໂວໂລໂດເມຍ ເຊເລນສກີ (Volodymyr Zelenskiy) ວ່າ ການສະຫນັບສະຫນູນຂອງພວກເຮົາຕໍ່ການປົກປ້ອງຕົນເອງ, ປົກປ້ອງອະທິປະໄຕ ແລະເອກະລາດຂອງຢູເຄຣນ ແມ່ນເປັນເລື້ອງທີ່ແນ່ວແນ່."

ທ່ານ Lloyd Austin, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ ສ​ຫລ ຕ້ອນ​ຮັບທ່ານ Oleksiy Reznikov, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດຢູ​ເຄ​ຣນໃນ​ພິ​ທີ​ຈັດ​ຂຶ້ນ​ທີ່ທຳ​ນຽບ​ຫ້າ​ແຈ, ລັດ​ເວີ​ຈີ​ເນຍ, 18 ພະ​ຈິກ, 2021

ສະຖາບັນສຶກສາ​ກ່ຽວ​ກັບສົງຄາມ ກໍ​ໄດ້ຕິດຕາມເບິ່ງການເຄື່ອນໄຫວ ຂອງທະ ຫານຣັດ​ເຊຍຢູ່ໃກ້ກັບ​ຢູ​ເຄ​ຣນຄື​ກັນ. ນັກວິ​ເຄາະ​ທີ່​ນຳ​ໜ້າ​ກ່ຽວ​ກັບເລື້ອງຣັດ​ເຊຍ, ທ່ານ​ເມ​ສັນ ຄ​ລາກ (Mason Clark) ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເຫັນ​ການ​ເຄື່ອນ​ໄຫວ​ທາງ​ທະຫານຢູ່​ຫັ້ນ. ທ່ານ​ຍັງ​ກ່າວ​ອີກ​ວ່າ ການ​ບຸກ​ລຸກຢູ​ເຄຣນ ອາດ​ຈະ​ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ເຖິງການປະ​ຕິ​ບັດ​ທີ່ບໍ່ເປັນ​ເລື້ອງ​ທີ່​ມີ​ລັກ​ສະ​ນະສ້າງ​ສັນ​ເລີຍ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ.

ທ່ານ​ເມ​ສັນ ຄ​ລາກ (Mason Clark), ຈາກສະຖາບັນການສຶກສາກ່ຽວ​ກັບ ສົງ ຄາມກ່າວຜ່ານທາງ Skype ວ່າ:
"ການປະຕິບັດການບຸກໂຈມຕີຄັ້ງໃຫຍ່ ອາດຈະຕ້ອງມີການໃຊ້ຈ່າຍ ຢ່າງຫຼວງຫຼາຍ, ອາດຈະເຮັດໃຫ້ການຢັ້ງຢືນໂຄງການນອດສທຣີມ (Nord Stream) ຊັກຊ້າໄປ, ຊຶ່ງຈະກະຕຸ້ນໃຫ້ມີການເພີ່ມການສົ່ງທະຫານໄປປະຕິບັດງານຢູ່ທີ່ນັ້ນໂດຍກຸ່ມເນໂຕ້ (NATO) ຫຼືບໍ່ ກໍອາດຈະມີກອງກໍາລັງທະຫານອື່ນຂອງປະເທດຢູໂຣບເຂົ້າໄປຢູ່ໃນຢູເຄຣນ. ແລະມັນຂ້ອນຂ້າງວ່າ ຈະເປັນການປະຕິບັດງານທາງທະຫານທີ່ມີຄ່າໃຊ້ຈ່າຍສູງ. ທະຫານຢູເຄຣນໃນປີ 2021 ບໍ່ຄືກັນກັບ ທະ ຫານຢູເຄຣນໃນປີ 2014.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອະດີດ​ຮອງ​ເລຂາທິການ​ໃຫຍ່ຂອງ​ອົງ​ການ​ເນ​ໂຕ້ (NATO) ທ່ານ​ອາ​ເລັກ​ແຊນ​ເດີ ເວີ​ສ​ໂບວ (Alexander Vershbow) ກ່າວ​ວ່າ ມັນ​ອາດ​ຈະ​ຄຸ້ມ​ຄ່າ​ຕໍ່​ການ​ສ່ຽງ​ໄພ​ສຳ​ລັບ​ທ່ານປູ​ຕິນ.

ທ່ານ​ອາ​ເລັກ​ແຊນ​ເດີ ເວີ​ສ​ໂບວ (Alexander Vershbow) ກ່າວ​ດັ່ງ​ນີ້:
"ທ່ານປູຕິນອາດຈະຮູ້ສຶກວ່າຕົນຕ້ອງໄດ້ຍອມຮັບເອົາຄວາມສ່ຽງຫຼາຍກວ່າເກົ່າ ເພື່ອປ້ອງກັນບໍ່ໃຫ້ຢູເຄຣນປະສົບຜົນສໍາເລັດໃນຄວາມພະຍາຍາມຂອງປະເທດນັ້ນທີ່ຈະເຂົ້າຮ່ວມກັບພວກປະເທດຕາເວັນຕົກໃຫ້ໄດ້. ແລະດັ່ງນັ້ນ, ຍ້ອນວ່າເລື້ອງນີ້ ມັນກ່ຽວພັນກັບທ່ານປູຕິນ, ມູນເຊື້ອຂອງທ່ານ, ແລະພາບພົດຂອງ ທ່ານເອງໃນນາມທີ່ເປັນຜູ້ລວບລວມເອົາແຜ່ນດິນຣັດເຊຍເຂົ້າກັນ ທ່ານອາດຈະ ດໍາເນີນການທີ່ເບິ່ງຄືວ່າບໍ່ມີເຫດຜົນຫຍັງຫມົດໃນມຸມມອງຂອງພວກເຮົາ."

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຢູ​ເຄ​ຣນ​ກ່າວ​ວ່າ ຄຳ​ສັນ​ຍາວ່າ​ຈະ​ໃຫ້​ການສະ​ໜັບ​ສະ​ໜູນຈາກ​ຝ່າຍ​ຕາ​ເວັນ​ຕົກ​ແມ່ນ​ມີ​ຄວາມ​ສຳ​ຄັນ​ຫລາຍທີ່​ສຸດ.

ທ່ານກ່າວ​ດັ່ງ​ນີ້: “ພວກ​ເຮົາ​ພ້ອມ​ແລ້ວ. ທະຫານຂອງພວກເຮົາແມ່ນກຽມພ້ອມແລ້ວ, ແຕ່ພວກ ເຮົາຕ້ອງການຄວາມຊ່ວຍເຫລືອທີ່ເປັນນ້ຳ​ນຶ່ງ​ໃຈ​ດຽ​ວ​ກັນ ຈາກໂລກທີ່ມີຄວາມ ສີ​ວິ​ໄລທັງຫມົດ. ພວກເຮົາບໍ່ມີເວລາທີ່ຈະດຳ​ລົງ​ຊີ​ວິດຢູ່ກັບຄວາມຢ້ານກົວອີກ​ຕໍ່​ໄປ. ພວກເຮົາຕ້ອງການເວລາທີ່ຈະກຽມພ້ອມເພື່ອ ໃຫ້ມີຄວາມແຂງ​ແກ່ນທົນ ທານ.”

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

Amid concerns about the unusual buildup of Russian troops near the Russia-Ukraine border, the Ukrainian minister of defense came to Washington to talk about defense and strategic issues. Ostap Yarysh Reports.

U.S officials say they are monitoring a buildup of Russian military forces near the border with Ukraine.

The Ukrainian minister of defense, who is in Washington, says the constant Russian military presence is nothing new.

Oleksiy Reznikov, Ukrainian Minister of Defense:
"Our intelligence, American intelligence, United Kingdom intelligence, they do their job. We compared the search and we see the same picture. ++ We live in this hybrid war with Russia … eight years. So, for us, it’s not a surprise."

In response, the U.S. Secretary of Defense confirmed his support for Ukraine."

Lloyd Austin, US Secretary of Defense:
"I want to reassure you, as President (Joe) Biden said to President (Volodymyr) Zelenskiy: Our support for Ukraine’s self-defense, sovereignty and territorial integrity is unwavering."

The Institute for the Study of War is also monitoring the movement of Russian troops near Ukraine. Lead Russia analyst Mason Clark says they are seeing military movement. He also says an invasion of Ukraine could prove counterproductive for Russian President Vladimir Putin.

Mason Clark, Institute for the Study of War, via Skype:
"A major offensive operation would likely impose significant costs, either delaying the certification of Nord Stream, sparking increased deployments by NATO or other European forces into Ukraine. And it likely would be a fairly high-cost operation. The Ukrainian military of 2021 is not the Ukrainian military of 2014.

However, former Deputy Secretary-General of NATO Alexander Vershbow says it may be worth the risk for Putin.

Alexander Vershbow, Former NATO Deputy Secretary-General, Skype:
“Putin may feel that he has to take greater risks to prevent Ukraine from succeeding in its efforts to join the West. And so, because this is about Mr. Putin, his legacy, and his self-image as the gatherer of Russian lands, he may take action that doesn't seem entirely logical from our point of view.”

The Ukrainian defense minister says the promise of support of the West is of crucial importance.

Oleksiy Reznikov, Ukrainian Minister of Defense:
“We’re ready. Our military is ready, but we need united help from all civilized world.

We have no time to be in fear. We need time to be prepared for resilience.”