ໂດຍການຢືນຢັນອີກເທື່ອນຶ່ງ ຂອງປະທານາທິບໍດີ ເທີກີ ທ່ານຣີເຊັບ ໄຕຢິບ ເອີດວານ
ຕໍ່ຄວາມໝັ້ນໝາຍຂອງທ່ານ ທີ່ຈະຊື້ລູກສອນໄຟຂອງຣັດເຊຍ ທ່າມ ກາງການກ່າວ
ເຕືອນຄືນອີກ ຈາກອົງການເນໂຕ້ ກ່ຽວກັບມາດຕະການລົງໂທດຕ່າງໆ ຂອງສະຫະລັດ
ທີ່ເປັນພັນທະມິດນັ້ນ ຊຶ່ງທັງອັງກາຣາ ແລະ ວໍຊິງຕັນ ຍັງຄົງຢູ່ໃນເສັ້ນທາງ ຂອງການ
ປະເຊີນໜ້າກັນ. ບັນດານັກວິເຄາະ ເຕື່ອນວ່າ ໃນຂະນະທີ່ເດືອນກໍລະກົດ ແມ່ນຍັບໃກ້
ເຂົ້າມາທຸກຂະນະ ຊຶ່ງເປັນວັນທີ່ອັງກາຣາ ຈະໄດ້ຮັບພວກລູກສອນໄຟ ອັນເປັນໄລຍະ
ເວລາທີ່ພວມໃກ້ຈະໝົດລົງ ເພື່ອຫລີກເວັ້ນການເຮັດໃຫ້ສາຍສຳພັນສອງຝ່າຍ ແຕກຫັກ.
“ເທີກີ ຕ້ອງເລືອກວ່າ ຕົນຍັງຢາກເປັນຄູ່ຮ່ວມງານທີ່ສຳຄັນຫຼືບໍ່ ໃນກຸ່ມພັນທະມິດທີ່
ປະສົບຄວາມສຳເລັດຫຼາຍທີ່ສຸດທາງດ້ານທະຫານໃນປະຫວັດສາດ” ນັ້ນແມ່ນຄຳ
ເວົ້າຂອງທ່ານ ເດວິດ ແຊດເທີຟີລດ໌ ຜູ້ທີ່ຖືກສະເໜີຊື່ໃຫ້ເປັນເອກອັກ ຄະລັດຖະທູດ
ສະຫະລັດປະຈຳເທີກີ. ທ່ານແຊດເທີຟີລດ໌ ໄດ້ກ່າວຕື່ມວ່າ “ຫຼື ວ່າ ເທີກີຢາກຈະສ່ຽງ ໃນດ້ານຄວາມໝັ້ນຄົງຂອງການເປັນພາຄີ ດ້ວຍການ ຕັດສິນໃຈ ທີີ່ບໍ່ຮອບຄອບ
ເຊັ່ນນັ້ນ ອັນຈະເປັນການບ່ອນທຳລາຍ ພັນທະມິດຂອງພວກເຮົາບໍ່?” ຊຶ່ງທ່ານໄດ້
ກ່າວ ຢູ່ທີ່ການໃຫ້ປາກຄຳ ເພື່ອພິຈາລະນາຮັບຮອງການແຕ່ງຕັ້ງທ່ານ ຕໍ່ໜ້າຄະນະ
ກຳມະການຄວາມສຳພັນກັບຕ່າງປະເທດ ຂອງສະພາສູງສະຫະລັດ.
ຮອງລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານ ເດວິດ ແຊດເທີຟີລດ໌ພົບປະກັບ ນາຍົກລັດຖະມົນຕີ ຂອງເລບານອນ ທ່ານຊາອາດ ຮາຣີຣີ ໃນນະຄອນ ເບຣຸດ, ວັນທີ 5 ມີນາ 2019.
“ພວກເຮົາໄດ້ບອກພວກນັກຂ່າວໄປແລ້ວ ວຽກງານນີ້ສຳເລັດໄປແລ້ວ ທຸກຢ່າງແມ່ນ
ພ້ອມແລ້ວ” ນັ້ນແມ່ນຄຳເວົ້າຂອງທ່ານເອີດວານ ທີ່ໄດ້ກ່າວໄປ. ທ່ານໄດ້ ຢືນຢັນເຖິງ
ການຊື້ລູກສອນໄຟ S-400 ໃນຂະນະທີ່ ທ່ານກ່າວຖະແຫລງ ຕໍ່ບັນດານັກຂ່າວຂອງ
ເທີກີ ໃນວັນຈັນຜ່ານມານີ້ ເມື່ອທ່ານເດີນທາງກັບຄືນປະເທດ ຈາກມົສກູ ຫຼັງຈາກ
ການພົບປະກັບປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ເປັນຄັ້ງທີສາມຂອງທ່ານ
ໃນປີນີ້.
“ມັນຄືກັນກັບພາບເຄື່ອນໄຫວຊ້າໆ ກ່ຽວກັບລົດແລ່ນຕຳກັນ. ບັດນີ້ມັນແຮງຍາກ
ຫຼາຍ ທີ່ຈະເອີ້ນເທີກີ ແລະສະຫະລັດ ວ່າ ເປັນພັນທະມິດ ດັ່ງນັ້ນ ຂ້າພະເຈົ້າບໍ່ມີ
ຄວາມເຫັນໄປໃນແງ່ດີເລີຍ ກ່ຽວກັບສາຍສຳພັນນີ້” ນັ້ນແມ່ນຄຳເວົ້າຂອງອະດີດ
ນັກການທູດອະວຸໂສຂອງເທີກີ ທ່ານ ໄອດີນ ແຊລເສນ ຜູ້ທີ່ເຄີຍຮັບໜ້າທີ່ປະຈຳການ
ຢູ່ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມ ກັບປະທານແລະຜູ້ບໍລິຫານງານ ບໍລິສັດ Lockheed Martin ທ່ານນາງ ແມຣີລິນ ຮີວສັນ (Marilyn Hewson) ແລະ ຜູ້ອຳນວຍການ ແລະຫົວໜ້ານັກບິນທົດສອບ ທ່ານແອລັນ ນໍຣມັນ (Alan Norman) ຢູ່ຕໍ່ໜ້າເຮືອບິນລົບ F-35 ຂະນະທີ່ເຂົ້າຮ່ວມໃນ "ການວາງສະແດງ ຜະລິດຕະພັນທີ່ເຮັດຢູ່ໃນອາເມຣິກາ" ທີ່ທຳນຽບຂາວ, ວັນທີ 23 ກໍລະກົດ 2018.
ວໍຊິງຕັນ ອ້າງວ່າ ລູກສອນໄຟ S-400 ຈະພາໃຫ້ເກີດຄວາມສ່ຽງ ຕໍ່ລະບົບອຸບປະກອນ
ທາງທະຫານ ທີ່ຜະລິດໂດຍສະຫະລັດ ຊຶ່ງນຳໃຊ້ ໂດຍເທີກີ ໂດຍສະເພາະແລ້ວ ແມ່ນ
ເຮືອບິນລົບອາຍພົ່ນ F-35. ທຳນຽບຫ້າແຈໄດ້ເຕືອນວ່າ ການຈັດສົ່ງເຮືອບິນລົບອາຍ
ພົ່ນ F-35 ໄປໃຫ້ເທີກີ ຊຶ່ງເປັນຄູ່ຮ່ວມຜະລິດເຮືອບິນນີ້ ຈະຕົກຢູ່ໃນອັນຕະລາຍ ໂດຍ
ການຮັບເອົາລູກສອນໄຟຂອງຣັດເຊຍ ເຂົ້າປະຈຳການ ໃດໆກໍຕາມ.
ລັດຖະສະພາສະຫະລັດ ຍັງໄດ້ເຕືອນວ່າ ການຈັດຊື້ອາວຸດຕ່າງໆຂອງຣັດເຊຍ ໂດຍ
ອັງກາຣາ ຈະເປີດປະຕູໃຫ້ແກ່ການວາງມາດຕະການລົງໂທດ ທາງດ້ານການເງິນ ພາຍ
ໃຕ້ກົດໝາຍວ່າດ້ວຍການຕໍ່ຕ້ານສັດຕູຂອງອາເມຣິກາ ໂດຍຜ່ານ ການວາງມາດຕະ
ການລົງໂທດ ຫຼືເອີ້ນຫຍໍ້ວ່າ CAATSA. ພາຍໃຕ້ກົດໝາຍປີ 2017 ນີ້ ສະຖາບັນແລະ
ສ່ວນບຸກຄົນຕ່າງໆ ຂອງເທີກີ ສາມາດຖືກຕົກເປັນເປົ້າໝາຍ ຂອງການປັບໃໝຢ່າງໜັກ.