ກຳລັງ ສຫລ ໃນເມືອງ Manbij ຈະສະກັດກັ້ນ ການຂັດແຍ້ງກັນ ລະຫວ່າງ ເທີກີ ແລະ ຊາວເຄີດ

ພວກນັກລົບຂອງກຸ່ມສະພາເມືອງ Manbij ຢູ່ໃນທ່າສັງເກດການ ທາງພາກໃຕ້ ທີ່ເປັນຊົນນະບົດ ຂອງເມືອງ Manbij ປະເທດ Syria.

ໂຄສົກ​ທຳນຽບຫ້າ​ແຈກ່າວໃນ​ວັນ​ຈັນ​ວານ​ນີ້ີ້ວ່າ ກອງທັບ​ສະຫະລັດ​ໄດ້​ສົ່ງ​ກອງ​ທະ
ຫານຈຸ​ນ້ອຍໆ​ກຸ່ມ​ນຶ່ງ ​ເຂົ້າ​ໄປປະຕິບັດ​ງານ ​ທັງ​ຢູ່​ໃນແລະ​ອ້ອມ​ແອ້ມ​ເມືອງ Manbi
​ໃນ​ປະ​ເທດ Syria ​ເພື່ອ “ຂັດຂວາງ” ​ບໍ່​ໃຫ້ເກີດ​ການ​ໂຈມ​ຕີ​ກັນລະຫວ່າງ​ພັກ​ຝ່າຍ
​ຕ່າງໆ ​ແລະໃຫ້ການ​ຄໍ້າປະກັນ​ວ່າ​ ທຸກໆ​ກຸ່ມ​ແມ່ນ​ເພັ່ງ​ເລັງ​ໃສ່​ການ​ສູ້​ລົບຕໍ່​ຕ້ານ​ພວກ
​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

​ກັບຕັນ​ກອງ​ທັບ​ເຮືອ​ສະຫະລັດ ທ່ານ Jeff Davis ກ່າວຕໍ່​ບັນດາ​ນັກ​ຂ່າວ​ວ່າ ຄວາມ
​ພະຍ​ຍາມ​ດັ່ງກ່າວ​ນີ້ ​ເປັນ​ວິທີ​ການ​ໃໝ່ເພື່ອ “ຄໍ້າປະກັນ ​ແລະຢັບຢັ້ງ” ກ່ຽວ​ກັບການ
​ປະຕິບັດ​ງານ​ທີ່​ໄດ້​ເລີ້ມ​ຂຶ້ນ​ອາທິດ​ແລ້ວ​ນີ້.

​“ພວກ​ເຮົາ​ຕ້ອງການ​ສະ​ແດງໃຫ້​ເຫັນ​ວ່າ ພວກ​ເຮົາ​ຢູ່​ທີ່​ນີ້ ​ເພື່ອວ່າ​ຈະ​ຂັດຂວາງ​ທຸກ​ໆ​
ຝ່າຍ​ບໍ່​ໃຫ້​ສູ້ລົບ​ກັນ ​ນອກ​ເໜືອ​ໄປ​ຈາກ​ກຸ່ມລັດ​ອິສລາມ ຫລື ISIS ​ແລະ​ໃຫ້ການ​ຄໍ້າ
ປະກັນ​ວ່າ ກຸ່ມ ISIS ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ເມືອງ Manbij” ​ນັ້ນ ຄື​ຄຳ​ເວົ້າຂອງ​
Davis ທີ່​ໄດ້​ກ່າວ ​ໂດຍ​ໃຊ້​ຊື່​ຫຍໍ້ ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສ ລາມ.

ທ່ານ Davis ກ່າວຕື່ມ​ວ່າ “​ເມືອງ Manbij ​ໄດ້​ຖືກ​ປົດ​ປ່ອຍ​ແລ້ວ ​ແລະ​ບໍ່​ຈຳເປັນ​ຕ້ອງ
​ມີ​ການ​ສູ້​ລົບ​ກັນ​ຕື່ມ​ທີ່​ນັ້ນ.”

​ທ່ານ Davis ກ່າວ​ວ່າ ທະຫານ​ສະຫະລັດ​ບໍ່​ໄດ້​ເຂົ້າຮ່ວມ​ການ​ປະຕິບັດການບຸກ​ໂຈມ​
ຕີ ​ຢູ່​ໃນ​ເມືອງ Manbij ​ແຕ່​ມີ​ຄວາມ​ສາມາດ​ໃນ​ການປ້ອງ​ກັນ​ໂຕ ຖ້າ​ຫາກ​ຖືກ​ໂຈ​ມຕີ.
ກອງ​ທະຫານ​ຮວມທັງ​ກຳລັງພິ​ເສດ​ສະຫະລັດ ​ແລະ​ກຳລັງ​ປະຕິບັດ​ງານ​ທຳ​ມະ​ດາ​ ​
ແມ່ນ​ຢູ່ພາຍ​ໃຕ້​ການ​ປະຕິ​ບັດ​ງານ​ໜ່ວຍວາງ​ແຜນພິ​ເສດ.

​ທ່ານ Davis ກ່າວ​ວ່າ “ສັດຕູ​ຮ່ວມ” ​ແມ່ນກຸ່ມ​ລັດ​ອິສລາມ​ ຊຶ່ງ​ກຳລັງຂອງ​ພວກ ເຂົາ
​ແມ່ນ​ຢູ່​ທາງໃຕ້​ຂອງ​ເມືອງ Manbij ​ແລະ​ທາງຕາເວັນ​ອອກສຽງ​ໃຕ້​ຂອງ​ເມືອງ
al-Bab ​ໃນປະ​ເ​ທດ​ຊີ​ເຣຍ.

ນັກ​ຖ່າຍພາບ​ວີ​ດີ​ໂອຂອງວີ​ໂອ​ເອ ຢູ່ເມືອງ Mahbij ​ໄດ້​ບັນທຶກ​ວີ​ດີ​ໂອ​ກ່ຽວ​ກັບກອງ
​ທະຫານ​ສະຫະລັດ ຢູ່​ໃນ​ລົດ​ຫຸ້ມ​ເກາະ​ແປດ​ລໍ້ Stryker. ລົດ​ອີກ​ຄັນ​ນຶ່ງ​ໄດ້​ຖ່າຍ​ພາບ
ທີ່​ຂັບ​ລົງ​ໄປ​ຕາມ​ທາງ​ປັກ​ທຸງ​ອາ​ເມຣິກັນຢູ່​ເທິງ​ຫລັງ​ລົດ Stryker.

ສະມາຊິກ​ສະພາ​ທ້ອງ​ຖິ່ນ​ຄົນ​ນຶ່ງ​ໃນ​ເມືອງ Manbij ກ່າວ​ຕໍ່​ວີ​ໂອ​ເອວ່າ ກອງ​ທະຫານ
​ສະຫະລັດ ​ໄດ້​ຢູ່​ທີ່​ນັ້ນ ​ເພື່ອ​ໄກ່​ເກ່ຍ ລະຫວ່າງກຳລັງ​ຊາວເຄີ​ດ ​ແລະກຳ ລັງ​ເທີ​ກີ ​ແຕ່
​ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ​ຢູ່​ທຳນຽບຫ້າ​ແຈ​ກ່າວ​ວ່າ ​ເຂົາ​ເຈົ້າ “ບໍ່​ໄດ້​ຮູ້​ວ່າ” ມີການ
ເຈລະຈາໃດ​ໆ​ເກີດ​ຂຶ້ນ.

Your browser doesn’t support HTML5

US Military Advisers Try to Ease Tensions in Manbij

​ທ່ານ Davis ກ່າວ​ວ່າ ທະຫານ​ສະຫະລັດ​ບໍ່​ໄດ້​ເຂົ້າຮ່ວມ​ການ​ປະຕິບັດການບຸກ​ໂຈມ​
ຕີ ​ຢູ່​ໃນ​ເມືອງ Manbij ​ແຕ່​ມີ​ຄວາມ​ສາມາດ​ໃນ​ການປ້ອງ​ກັນ​ໂຕ ຖ້າ​ຫາກ​ຖືກ​ໂຈ​ມຕີ.
ກອງ​ທະຫານ​ຮວມທັງ​ກຳລັງພິ​ເສດ​ສະຫະລັດ ​ແລະ​ກຳລັງ​ປະຕິບັດ​ງານ​ທຳ​ມະ​ດາ​ ​
ແມ່ນ​ຢູ່ພາຍ​ໃຕ້​ການ​ປະຕິ​ບັດ​ງານ​ໜ່ວຍວາງ​ແຜນພິ​ເສດ.

ທະຫານສະຫະລັດຄົນນຶ່ງ ແລະ ລົດຫູູ້ມເກາະ Stryker ປະກອບສ່ວນເຟິກຊ້ອມ "ລູກສອນ 16" ກັບທະຫານ ຟິນແລນ ທີ່ເມືອງ Niinisalo ປະເທດ Finland ປີ 2016.

ນັກ​ຖ່າຍພາບ​ວີ​ດີ​ໂອຂອງວີ​ໂອ​ເອ ຢູ່ເມືອງ Mahbij ​ໄດ້​ບັນທຶກ​ວີ​ດີ​ໂອ​ກ່ຽວ​ກັບກອງ
​ທະຫານ​ສະຫະລັດ ຢູ່​ໃນ​ລົດ​ຫຸ້ມ​ເກາະ​ແປດ​ລໍ້ Stryker. ລົດ​ອີກ​ຄັນ​ນຶ່ງ​ໄດ້​ຖ່າຍ​ພາບ
ທີ່​ຂັບ​ລົງ​ໄປ​ຕາມ​ທາງ​ປັກ​ທຸງ​ອາ​ເມຣິກັນຢູ່​ເທິງ​ຫລັງ​ລົດ Stryker.

ສະມາຊິກ​ສະພາ​ທ້ອງ​ຖິ່ນ​ຄົນ​ນຶ່ງ​ໃນ​ເມືອງ Manbij ກ່າວ​ຕໍ່​ວີ​ໂອ​ເອວ່າ ກອງ​ທະຫານ
​ສະຫະລັດ ​ໄດ້​ຢູ່​ທີ່​ນັ້ນ ​ເພື່ອ​ໄກ່​ເກ່ຍ ລະຫວ່າງກຳລັງ​ຊາວເຄີ​ດ ​ແລະກຳ ລັງ​ເທີ​ກີ ​ແຕ່
​ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ​ຢູ່​ທຳນຽບຫ້າ​ແຈ​ກ່າວ​ວ່າ ​ເຂົາ​ເຈົ້າ “ບໍ່​ໄດ້​ຮູ້​ວ່າ” ມີການ
ເຈລະຈາໃດ​ໆ​ເກີດ​ຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ