ທະຫານ ສຫລ ສົງໄສວ່າ ກຸ່ມລັດອິສລາມ ອາດໂຈມຕີ ຖານທັບໃນອີຣັກ ດ້ວຍແກັສພິດ

ແຜນທີ່ ຂອງເຂດ Qayyarah ທີ່ຖືກໂຈມຕີ ດ້ວຍ ຈະຫລວດ ຫຼື ປືນໃຫຍ່

ເຈົ້າໜ້າທີ່ກອງທັບສະຫະລັດ ທ່ານໜຶ່ງ ກ່າວວ່າ ມີ​ການສົງໄສວ່າ ກຸ່ມລັດອິສລາມ ເປັນຜູ້ທີ່ຍິງຈະຫລວດ ຫຼື ປືນໃຫຍ່ ທີ່ຕົກໃສ່ຖານທັບ ໃນພາກເໜືອຂອງອີຣັກ ແລະ ອາດຈະບັນຈຸແກັສ mustard.

ຢູູ່ໃນຖະແຫລງການຕໍ່ບັນດານັກຂ່າວ ຢູ່ທຳນຽບຫ້າແຈ ເຈົ້າໜ້າທີ່ຜູ້ນັ້ນ ໄດ້ກ່າວອີກວ່າ ບໍ່ມີໃຜ​ໄດ້​ຮັບ​ບາດ​ເຈັບ ໃນການໂຈມຕີເມື່ອວັນອັງຄານຜ່ານມາ ຢູ່ທີ່ຖານທັບ Qayyarah ຕາເວັນຕົກ ແຕ່ທະຫານສະຫະລັດ ຈຳນວນຫຼາຍຮ້ອຍຄົນແມ່ນຢູ່ທີ່ນັ້ນໃນເວລາ​ທີ່​ມີ​ການ​ຍິງ​ໂຈມ​ຕີ​ດັ່ງກ່າວ.

ເຈົ້າໜ້າທີ່ຜູ້ນັ້ນ ໄດ້ກ່າວວ່າ ຈະຫຼວດ ໄດ້ຕົກລົງ ​ໃນ​ລັດສະໝີການຮັກ ສາຄວາມປອດໄພ ຂອງຖານທັບ ແຕ່ໄດ້ເອີ້ນການໂຈມຕີວ່າ “ບໍ່ມີຄວາມສຳຄັນຫຍັງ ທາງດ້ານທະຫານ” ແລະ ໄດ້ກ່າວອີກວ່າ ມັນບໍ່ໄດ້ສົ່ງຜົນກະທົບ​ໃດໆ ຕໍ່ພາລະກິດ ​ໃນການປະຕິບັດການ ເລີຍ.

ທ່ານໄດ້ເວົ້າວ່າ ມີທະຫານສະຫະລັດ “ຫຼາຍຮ້ອຍຄົນ” ຢູ່ທີ່ຖານທັບແຫ່ງນັ້ນ ແຕ່ບໍ່ຍອມ ໃຫ້ລາຍລະອຽດຫຍັງຕື່ມ.

ຖານທັບ Qayyarah ຕາເວັນຕົກ ແມ່ນຖືກນຳໃຊ້ເປັນບ່ອນ​ກະກຽມສຳລັບກອງກຳລັງ ຂອງອີຣັກ ເພື່ອບຸກໂຈມຕີ ເມືອງ Mosul ຢູ່ທາງພາກເໜືອ ທີ່ກຸ່ມລັດອິສລາມ ໄດ້ໃຊ້ເປັນ ທີ່ໝັ້ນ ເປັນເວລາສອງປີຜ່ານມາ.

ທ່ານໄດ້ກ່າວວ່າ ໄດ້ພົບເຫັນສານນ້ຳມັນ ສີດຳ ຢູ່ສິ້ນສ່ວນອັນໜຶ່ງຂອງອາວຸດ ທີ່ຕົກ ລົງມາ ໃສ່​ຖານທັບ. ແລະໄດ້ທຳການກວດສອບຢູ່ໃນສະໜາມສອງຄັ້ງ ເທື່ອທຳອິດ ໄດ້ຊີ້ໃຫ້ເຫັນວ່າ ອາດເປັນແກັສ mustard ແຕ່ ຜົນການກວດສອບເທື່ອທີສອງ ແມ່ນ ບໍ່ມີແກັສ mustard.

ທ່ານໄດ້ກ່າວອີກວ່າ ສິ້ນສ່ວນອັນທີສາມ ໄດ້ຖືກສົ່ງໄປຍັງຫ້ອງທົດລອງ ສຳລັບ ການ ກວດສອບ ຕື່ມ.

ທະຫານສອງຫາສີ່ຄົນ ຜູ້ທີ່ໄດ້ຖືກທຳການກວດສອບ ສິ້ນສ່ວນ ດັ່ງກ່າວ ໄດ້ຮັບການ ກຳຈັດສິ່ງເປື້ອນເປິະທີ່ຕິດແປດມາ ຫຼັງຈາກທີ່ໄດ້ກວດສອບເບິ່ງ ກະສອບລູກປືນໃຫຍ່ ເພື່ອເປັນມາດຕະການປ້ອງກັນ. ບໍ່ມີລາຍງານວ່າ ທະຫານຜູ້ໃດ ມີອາການຜິດ​ປົກກະຕິ​ໃນ​ການ​ສຳ​ພັດກັບແກັສພິດເລີຍ.

ເຈົ້າໜ້າທີ່ດັ່ງກ່າວ ກ່າວວ່າ ໄດ້ມີເຫດການຈຳນວນໜຶ່ງ ໃນປີນີ້ ຊຶ່ງ ກຸ່ມລັດອິສລາມ ໄດ້ ໃຊ້ສານເຄມີ ຕໍ່ຊາວອີຣັກ ຊາວເຄີດ ແລະກຳລັງຂອງຊີເຣຍ. ທ່ານກ່າວຕໍ່ໄປວ່າ ຄັ້ງນີ້ ເປັນເທື່ອທຳອິດ ທີ່ແກັສ​ເຊັ່ນນີ້ ໄດ້ຕົກຢູ່ໃກ້ ທະຫານສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ