ໄດ້ມີການຟ້ອງຮ້ອງ ຕ້ານກົດໝາຍ​ເກືອດ​ຫ້າມ​ການ​ເດີນທາງ ມາຍັງ ສຫລ ແລະວ່າການຍົກເວັ້ນ ແມ່ນຜິດກົດໝາຍ

ທ້າວ ເມີຣາດ ອັງສາລີ (Mehrad Ansari) ຈາກອີຣ່ານຖືປ້າຍ ສານສູງສຸດສະຫະລັດ ຫຼັງຈາກທີ່ໄດ້ນຳໃຊ້ ກົດໝາຍ​ເກືອດ​ຫ້າມ​ການ​ເດີນທາງ ໂດຍ​ລັດຖະບານ​ທ່ານ​ທຣຳ, 26 ມິຖຸນາ 2018.

ກຸ່ມທີ່​ປະກອບ​ດ້ວຍ 36 ຄົນ ​ໄດ້​ຟ້ອ​ງຮ້ອງທາງ​ກົດໝາຍ ຄັ້ງ​ທຳ​ອິດ ທ້າທາຍກົດ
ໝາຍ​ເກືອດ​ຫ້າມ​ການ​ເດີນທາງ ຂອງ​ລັດຖະບານ​ທ່ານ​ທຣຳ ຫຼັງ​ຈາກ​ທີ່​ທາງ​ສານ
​ສູງ​ສຸດ​ສະຫະລັດ ​ໄດ້​ເທີດທູນໄວ້ ​ໃນ​ເດືອນມິຖຸນາ​ຜ່ານ​ມາ​. ພວກ​ທີ່​ເປັນ​ກະບອກ
​ສຽງ​ໃຫ້​ຊາວ​ມຸສລິ​ມ ​ຄື​ຫ້ອງການ​ທະນາຍຄວາມ ລອ໊ຕຟີ ລີ​ໂກລ LLC., ສູນ​ກາງ​
ຕໍ່ສູ້ເພື່ອ​ພວກ​ຄົນເຂົ້າ​ເມືອງ PLLC ​ແລະ​ຄະນະ​ກຳມະການ​ສາທາລະນະ ໄດ້​ຍື່ນ
ຟ້ອງເປັນ​ແບບ​ຮ່ວມ​ກັນ ທີ່​ເອີ້ນ​ວ່າ Class Action Lawsuit ຕາງໜ້າໃຫ້ພວກ​ທີ່​
ໄດ້ຍື່ນ​ໃນ​ຂໍ​ວີ​ຊາ “ທີ່ຖືກປະຕິ​ເສດ ຢ່າງ​ຜິດໆ” ຫຼື​ບໍ່ “ກໍຖ່ວງດຶງໄວ້​ໃຫ້​ຊັກ​ຊ້າ”
ໂດຍ​ລັດຖະບານ.

ການ​ປະກາດ​ຂອງ​ທ່ານ​ທຣຳ ທີ່​ໄດ້​ຖືກຮັບເອົາ​ໂດຍສານ​ສູງ​ສຸດ​ແຫ່ງ​ຊາດໃນ​ເດືອ​ນ
ມິຖຸນາ ຜ່ານ​ມາ​ນີ້ ໄດ້ອະນຸຍາດ ​ໃຫ້ຍົກ​ເວັ້ນການ​ເດີນທາງ​ທີ່ຈຳກັດ ຕໍ່​ການສະ​ເໜີນັ້ນ.
ຂໍ້​ຍົກ​ເວັ້ນດັ່ງກ່າວ ​ແມ່ນ​ໄດ້​ຮັບ​ອອກ​ວີ​ຊາ​ໃຫ້ ​ແລ້ວ​ແຕ່​ກໍລະນີ​ໄປ ທີ່​ວາງ​ພື້ນຖານ
ໃສ່ພວກ​ຜູ້​ຄົນ​ທີ່​ຈະ​ພິສູດ​ໄດ້​ວ່າ ການ​ຈຳກັດ​ຮັດ​ແຄບ​ດັ່ງກ່າວ ຈະ​ສາມາດ​ພິສູດ​
ໃຫ້​ເຫັນ​ໄດ້ ເຖິງ ຄວາມ​ຫຍຸ້ງຍາກ​ລຳບາກ​ ທີ່​ບໍ່ເໝາະ​ສົມ, ທີ່​ວ່າ​ພວກ​ເຂົາ​ເຈົ້າ ​ບໍ່​ເປັນ
​ໄພ​ຂົ່ມຂູ່ ຕໍ່​ຄວາມ​ປອດ​ໄພແຫ່ງ​ຊາດ ​ແລະ​ການ​ເຂົ້າ​ມາ​ຍັງ​ສະຫະລັດ​ຂອງ​ພວກ​ເຂົາ
​ເຈົ້າ ຈະ​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດສະຫະລັດ​ນີ້.

​ແຕ່ວ່າ​ພວກ​ທີ່ຟ້ອງ​ຮ້ອງ ​ຂຽນເຖິງ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ເຈົ້າ​ວ່າ ການ​ອະນຸ​ມັດ​ໄດ້ໃຫ້ໄປພຽງບໍ່ທໍ່ໃດຄົນ​ແລະ​ສະ​ນັ້ນ ການ​ໃຫ້​ອະນຸຍາດ​ນີ້​ຈຶ່ງແມ່ນເປັນ​ການ​ກະທຳທີ່ຜິດ.

ພວກ​ເຂົາ​ເຈົ້າ​ໄດ້​ຮຽກຮ້ອງ​ໃຫ້​ສານ​ປະຈຳ​ຂົງ​ເຂດ ​ໃຫ້​ສັ່ງ​ໃຫ້ລັດຖະບານ​ ຍຸຕິການ​ກະທຳ​ທີ່ບໍ່ຖືກຕ້ອງ​ຕາມ​ກົດໝາຍນີ້, ​ໃຊ້​ກົດ​ບັງຄັບ ​ໃຫ້ລົບລ້າງການ ປະ​ຕິ​ເສດ​ວີ​ຊາໃນເມື່ອ
ກ່ອນ ໃຫ້​ທົບ​ທວນ​ກວດ​ເບິ່ງ​ໃບ​ສະໝັກ ​ແລ້ວ​ແຕ່​ກໍລະນີ ​ແລະ​ໃຫ້​ຊີ້​ແນວ​ທາງຢ່າງ​ລະອຽດ ທີ່​ວ່າ ​ແມ່ນ​ໃຜ​ແດ່​ຈະໄດ້ຮັບ​ອະນຸຍາດ​ໃຫ້​ຍົກ​ເວັ້ນ.

ແມ່ຍິງຜູ້ນຶ່ງຮ້ອງໂຮ ເຖິງສະໂລແກນ ໃນຂະນະທີ່ທຳການປະທ້ວງ ຕໍ່ກົດໝາຍ ການເກືອດຫ້າມເດີນທາງ ຂອງບັນດາປະເທດ ທີ່ສ່ວນໃຫຍ່ເປັນຊາວມຸສລິມ ໃນນິວຢອກ, 26 ມິຖຸນາ 2018.

ການ​ຟ້ອງ​ຮ້ອງ​ດັ່ງກ່າວ ​ແມ່ນ​ໄດ້​ຍື່ນ​ໄປໃນ​ສານ​ພາຍ​ໃນ​ຂົງ​ເຂດ ທາງ​ພາກ​ເໜືອ​ຂອງ​ລັດ​ຄາ​ລີ​ຟໍເນ​ຍ ພາຍ​ໃຕ້​ຊື່ Emami v. Nielsen ຊຶ່ງ​ການ​ຟ້ອງ​ຮ້ອງ​ດັ່ງກ່າວ ​ໄດ້​ໃສ່ຊື່​ຂອງ​ລັດຖະມົນຕີ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ​ນາງ ​ເຄຣີດ​ເຈັນ ນຽລຊັນ ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ທ່ານ ​ໄມ​ຄ໌ ພອມພຽວ ​ແລະ​ຕົົວ​ແທນ​ຂອງ​ອົງການ​ລັດຖະບານ​ອື່ນໆ​ວ່າເປັນຈຳເລີຍ.

ນຶ່ງ​ໃນຈຳ​ພວກ​ທີ່​ຟ້ອງ​ຮ້ອງ​ນັ້ນ ​ແມ່ນ ນາງ​ຊູ​ດີ ຜູ້​ທີ່​ຖື​ສັນຊາດ​ອ​າ​ເມຣິກັນ ​ແລະ​ໂຊ​ມາ​ເລຍ
ຜູ້​ທີ່​ໄດ້​ແຕ່ງງານ ​ໃນ​ປີ 2016. ນາງ​ໄດ້​ໄປ​ຍັງ​ອາ​ຟຣິກາ​ໃຕ້ ​ເພື່ອ​ພົບ​ກັບຜູ້​ທີ່​ຈະ​ເປັນສາ​ມີ​ຂອງນາງ ​ໃນ​ໄວໆ​ນີ້. ພິທີ​ແຕ່ງງານ​ໄດ້​ຈັດ​ຂຶ້ນ​ທີ່ອາ​ຟຣິກາ​ໃຕ້, ​ແລະ​ນາງ​ຊູ​ດີ ​ໄດ້​ຕັ້ງ​ທ້ອງ​
ທັນທີ. ນາງ​ໄດ້​ຮ້ອງ​ຮຽນຂໍ​ວີ​ຊາ ​ໃນ​ຖານະທີ່ມີຄອບຄົວທີ່​ໃກ້ຊິດ ​ໂດຍການ​ແຕ່ງງານ
​ໃນ​ເດືອນ​ຕຸລາ 2016.

“ການ​ຮ້ອງ​ຮຽນ​ໄປ​ນັ້ນ ​ແມ່ນ​ໄດ້​ຮັບຜ່ານ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້ ​ແລະ​ຂ້ອຍ​ກໍ​ແມ່ນ​ວ່າ​ຕື່ນ​ເຕັ້ນດີ​ໃຈ ທີ່​ວ່າ​ລາວອາດຈະ​ມາ​ຮອດ​ນີ້ ​ໃຫ້​ທັນ​ໃນຕອນ​ທີ່​ຂ້ອຍຄອດ​ລູກ,” ຊຶ່ງ​ນາງ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ​ໃນ​ການ​ທີ່​ເຮັດ​ກອງ​ປະຊຸມ​ທາງ​ໂທລະສັບ ​ໃນ​ວັນ​ຈັນ​ວານ​ນີ້.​ແຕ່​ມັນ​ບໍ່​ໄດ້​ເກີດ​ຂຶ້ນ.

​ໂຊ​ມາ​ເລຍ ​ແມ່ນ​ນຶ່ງ​ໃນ​ບັນດາ 5 ປະ​ເທດ​ມຸສລິ​ມ ພ້ອມດຽວ​ກັນ​ກັບ ອີຣ່ານ, ຊີ​ເຣຍ, ລີ​ເບຍ ​ແລະ​ເຢ​ເມັນ ທີ່​ແມ່ນ​ຢູ່​ໃນ​ກົດໝາຍ​ເກືອດ​ຫ້າມການ​ເດີນທາງ​ເຂົ້າ​ມາ​ຍັງ​ສະຫະລັດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ