ການຝຶກແອບ ຂອງ ສຫລ ແກ່ອັຟການິສຖານ ຍັງບໍ່ແນ່ນອນ ຂະນະທີ່ການຖອນທະຫານອອກຈາກປະເທດນັ້ນ ໃກ້ຈະໝົດແລ້ວ

ທະຫານມາຣິນຂອງ ສຫລ (ຊ້າຍ) ຄົນນຶ່ງຈັບມືກັບທະຫານກອງທັບແຫ່ງຊາດອັຟການິສຖານ ໃນຂະນະທີ່ມີການຝຶກຊ້ອມທະຫານໃນແຂວງ Helmand ຂອງອັຟການິສຖານໃນວັນທີ 15 ກໍລະກົດ 2017

ຊະຕາກຳຂອງຄວາມພະຍາຍາມສາກົນໃນການຝຶກອົບຮົມກຳລັງຮັກສາຄວາມ ໝັ້ນຄົງແຫ່ງຊາດອັຟການິສຖານ ແມ່ນບໍ່ມີຄວາມຈະແຈ້ງຫລາຍຂຶ້ນ, ຍ້ອນວ່າ ເຈົ້າໜ້າທີ່ຂອງທໍານຽບຫ້າແຈຊີ້ໃຫ້ເຫັນເຖິງບູລິມະສິດອັນອື່ນໂດຍທີ່ຍັງເວລາເຫຼືອພຽງແຕ່ປະມານ 3 ເດືອນເທົ່ານັ້ນ ກໍຈະຮອດກໍານົດເວລາທີ່ສະຫະລັດ ແລະກຳລັງຂອງອົງການເນໂຕຈະເສັດສິ້ນການຖອນທະຫານຂອງພວກເຂົາເຈົ້າອອກຈາກປະເທດທີ່ຖືກສົງຄາມທໍາລາຍແຫ່ງນັ້ນແລ້ວ.

ການໃຫ້ຄວາມສະໜັບສະໜູນຂອງພັນທະມິດຕໍ່ການຝຶກແອບ, ແນະນຳ ແລະຊ່ວຍເຫຼືອທີ່ໄດ້ຖືກຮັບຮອງເອົາໃນເດືອນມັງກອນ 2015, ໄດ້ຊ່ວຍກອງກຳລັງອັຟການິສຖານໃນການຝຶກຝົນທັກສະຕ່າງໆ ເປັນເວລາຫຼາຍປີ ນັບແຕ່ການເຮັດງົບປະມານ, ຄວາມໂປ່ງໃສ ແລະຄວາມຮັບຜິດຊອບຕໍ່ການສ້າງກໍາລັງ, ການຮັກສາກໍາລັງໄວ້ໃຫ້ຍືນຍົງ, ການສືບລັບ ແລະການສື່ສານທີ່ມີຍຸດທະສາດ, ອີງຕາມກອງບັນຊາການສູນກາງຂອງສະຫະລັດ.

ເຈົ້າໜ້າທີ່ປ້ອງກັນປະເທດທ່ານນຶ່ງກ່າວຕໍ່ວີໂອເອວ່າ "ເມື່ອບໍ່ດົນມານີ້ ພວກເຮົາໄດ້ໃຫ້ການຝຶກແອບທັງໝົດນັ້ນ, ຄຽງຄູ່ກັບຄູ່ຮ່ວມພາຄີຂອງພວກເຮົາ".

ຄວາມຄາດຫວັງທີ່ວ່າການຝຶກແອບນີ້ຈະສືບຕໍ່ໄປຢູ່ນອກປະເທດຫລັງຈາກການຖອນທະຫານອອກ ໄດ້ຮັບການຊຸກຍູ້ຢ່າງກວ້າງຂວາງຈາກຜູ້ນຳຈໍານວນນຶ່ງໃນວັນອັງຄານຫາກໍ່ຜ່ານມານີ້ເອງ ເມື່ອເລຂາທິການໃຫຍ່ຂອງອົງການເນໂຕ, ທ່ານເຈນສ໌ ສໂຕນເບີກ (Jens Stoltenberg) ປະກາດຢູ່ໃນຖະແຫຼງການສະບັບນຶ່ງວ່າ “ເນໂຕກຳລັງຊອກຫາວິທີທີ່ພວກເຮົາຈະສາມາດສະໜອງການສຶກສາແລະການຝຶກແອບທາງທະຫານຢູ່ນອກອັຟການິສຖານ, ສຸມໃສ່ກຳລັງປະຕິບັດງານພິເສດ.”
ແຕ່ຢ່າງໃດກໍ່ຕາມເຈົ້າໜ້າທີ່ຂອງທໍານຽບຫ້າແຈກໍກ່າວວ່າບູລິມະສິດຂອງພວກເຂົາເຈົ້າແມ່ນຢູ່ບ່ອນອື່ນ.
"ດຽວນີ້, ຈຸດເພັ່ງເລັງຂອງການສະໜັບສະໜູນຫລັງການຖອນທະຫານອອກໄປ ທີ່ມີແກ່ກໍາລັງປ້ອງກັນຄວາມໝັ້ນຄົງແຫ່ງຊາດອັຟການິສຖານ, ກຳລັງປ້ອງກັນຊາດ ແລະກໍາລັງຄວາມໝັ້ນຄົງແຫ່ງຊາດ ສ່ວນໃຫຍ່ແມ່ນຈະຜ່ານທາງດ້ານການເງິນ, ໂດຍມີການສະໜັບສະໜູນດ້ານການລໍາລຽງຂົນສົ່ງທາງອາກາດແບບທາງໄກ ຕົວຢ່າງເຊັ່ນ, ການບູລະນະຮັກສາເຮືອບິນ," ນັ້ນຄືຄໍາເວົ້າຂອງໂຄສົກທໍານຽບຫ້າແຈ, ທ່ານ ຈອນ ເຄີບີ ທີ່ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້.

ເມື່ອຖືກກົດດັນອີກເທື່ອນຶ່ງ ກ່ຽວກັບບັນຫາການຝຶກແອບ, ທ່ານເຄີບີເວົ້າວ່າ "ນອກເຫນືອໄປຈາກນັ້ນ, ຂ້າພະເຈົ້າແມ່ນບໍ່ມີການຕັດສິນໃຈດ້ານນະໂຍບາຍອັນໃດທີ່ຈະເວົ້າອີກ."

ໃນເດືອນແລ້ວນີ້, ນາຍພົນກອງທັບບົກ ມາກ ມີລລີ (Mark Milley), ປະ ທານເສນາທິການຮ່ວມ ໄດ້ກ່າວຕໍ່ບັນດານັກຂ່າວຄ້າຍຄືກັນນີ້ວ່າ ເຈດຈໍານົງຂອງກອງທັບແມ່ນເຮັດໃຫ້ສະຖານທູດສະຫະລັດໃນອັຟການິສະຖານເປີດໄວ້ ແລະ "ສືບຕໍ່ສະໜັບສະໜູນລັດຖະບານອັຟການິສຖານ, ກອງກຳລັງຮັກສາຄວາມໝັ້ນຄົງຂອງອັຟການິສຖານດ້ວຍການຊ່ວຍເຫຼືອດ້ານການເງິນ ແລະເງິນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ