ສະຫະລັດ ຈະຖອນ ທະຫານສ່ວນໃຫຍ່ ອອກຈາກ ການປະຕິບັດງານ ຕ້ານອີໂບລາ

ນາຍພົນຕີ Darryl Williams ກ່າວຕໍ່ບັນດານັກຂ່າວ ທີ່ເດີ່ນເຮືອບິນນາໆຊາດ Roberts international airport.

ປະທານາທິບໍດີ Barack Obama ຄາດ​ວ່າໃນວັນພຸດມື້ນີ້ ຈະ​
ປະກາດ​ແຜນ​ຖອນ​ທະຫານ​ອາ​ເມຣິກັນເກືອບທັງໝົດ ທີ່​ໄດ້​ຖືກ
​ສົ່ງ​ໄປປະຕິບັດ​ງານ ຕໍ່​ຕ້ານ ການລະ​ບາດ​ເຊື້ອອີ​ໂບລາໃນອາ
ຟຣິກາຕາ​ເວັນ​ຕົກ ​ແລະ​ຈະ​ປະກາດ​ວ່າ ການ ດຳເນີນຄວາ​ມ​
ພະຍາຍາມ​ຂອງກອງທັບສະຫະລັດ ໄດ້ຮັບ​ຜົນສຳ​ເລັດ.

ກອງທັບ​ສະຫະລັດ ຄາດ​ວ່າ ຈະ​ຖອນ​ທະຫານເກືອບ​ທັງ​ໝົດ
1,300 ຄົນທີ່​ກຳລັງ​ປະຕິບັດ​ງານ​ໃນ Liberia ​ແລະ Senegal
ບ່ອນ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ ວິ​ກິ​ດການສ່ວນໃຫຍ່ ແມ່ນ
ໄດ້​ຮັບການຄວບຄຸມແລ້ວ.

ຈະມີທະຫານພຽງ​ແຕ່ 100 ຄົນ​ ​ຍັງ​ຢູ່​ໃນອາຟຣິກຕາ​ເວັນ​ຕົກ ຫລັງ​ຈາກ​ວັນ​ທີ 30 ເດືອນ​ເມສານີ້ ເພື່ອ​ປະຕິບັດ​ງານ​ຮ່ວມກັບທະຫານ ​Liberia ບັນດາ​ຄູ່​ຕຳ​ແໜ່ງຢູ່​ໃນ​ຂົງ​ເຂດ ​ແລະ​ພົນລະ​ເຮືອນ​ສະຫະລັດ ​ເພື່ອ​ສືບຕໍ່ວຽກງານ ​ຕໍ່ຕ້ານອີ​ໂບລາ.

ການ​ລະບາດ​ຂອງອີ​ໂບລາ ທີ່​ຮ້າຍ​ແຮງ​ສຸດ​ໃນ​ປະຫວັດ​ສາດ​ໂລກ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ກວ່າ 9,000 ຄົນ.

ອົງການ​ອະນາ​ໄມ​ໂລກ ຊຶ່ງເປັນພະແນກການນຶ່ງຂອງ​ສະຫະ​ປະຊາ​ຊາດ ເຕືອນ​ວ່າ ບັນຫາ​ທ້າ​ທາຍ​ຍັງ​ມີ​ຢູ່ ​ເພື່ອ​ນຳ​ເອົາ​ກໍລະນີ​ການລະບາດລົງ​ມາສູ່​ສູນ. ການແຜ່​ລະບາດ​ຄາດ​ວ່າ ຈະເຮັດ​ໃຫ້​ສາມ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຮ້າຍແຮງສຸດ​ຄື ​Liberia, Sierra Leone ​ແລະ Guinea ຢ່າງ​ໜ້ອຍ 1 ພັນ​ 6 ​ລ້ານ​ໂດ​ລາ ຊຶ່ງໄດ້ສ້າງ​ຄວາມ​ເສຍ​ຫາຍ​ໃຫ້ແກ່ການ​ເຕີບ​ໂຕທາງ​ດ້ານ​ເສດຖະກິດໃນປີ​ນີ້.

Your browser doesn’t support HTML5

US EBOLA VO