ໃນຂະນະທີ່ສະຫະລັດສະແດງຄວາມຍິນດີ ກັບປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ຂອງຟີລິບປິນ ທ່ານເຟີດີນານ “ບົງບົງ” ມາໂກສ ຈູເນຍ ໃຫ້ເປັນຜູ້ນຳຄົນຕໍ່ໄປປະເທດຟີລິບປິນນັ້ນ ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ຕົນຈະເສີມຂະຫຍາຍການເປັນພັນທະມິດ ທີ່ມີມາຍາວນານລະຫວ່າງປະເທດທັງສອງໃນຂະນະທີ່ສືບຕໍ່ຊຸກຍູ້ໃຫ້ມີການເຄົາລົບນັບຖືສິດທິມະນຸດແລະການປົກຄອງດ້ວຍຕົວບົດກົດໝາຍ.
ຮອງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດ ທ່ານນາງຈຸງ ພາກ (Jung Pak) ກ່າວຕໍ່ຫົວໜ້ານັກຂ່າວວີໂອເອ ປະຈຳກະຊວງການຕ່າງປະເທດ ໄນ ຈິງ (Nike Ching) ກ່ຽວກັບກອງປະຊຸມສຸດຍອດພິເສດ ສະຫະລັດ-ອາຊຽນ ຊຶ່ງຈະເລີ້ມຂຶ້ນ ທີ່ນະຄອນຫຼວງວໍຊິງຕັນໃນມື້ນີ້.
ພວກຜູ້ນຳຈາກ 10 ປະເທດສະມາຊິກຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ມີກຳນົດຈະເຂົ້າຮ່ວມກອງປະຊຸມນີ້ ຍົກເວັ້ນປະທານາທິບໍດີຟີລິບປິນທີ່ກຳລັງຈະພົ້ນຈາກຕຳແໜ່ງ ທ່ານໂຣດຣີໂກ ດູເຕີເຕ ແລະຜູ້ນຳລັດຖະບານທະຫານມຽນມາ ທ່ານມິນ ອອງ ລາຍ.
ທ່ານນາງພາກກ່າວຕໍ່ວີໂອເອວ່າ ສະຫະລັດຈະສືບຕໍ່ “ຊອກຫາຊ່ອງທາງ” ເພື່ອກົດດັນຜູ້ນຳລັດຖະບານທະຫານມຽນມາ “ໃນຫຼາຍໆວິທີ” ເພື່ອໃຫ້ປະເທດດັ່ງກ່າວ”ກັບຄືນໄປສູ່ເສັ້ນທາງປະຊາທິປະໄຕ.” ການເຮັດລັດຖະປະຫານໄດ້ໂຄ່ນລົ້ມລັດຖະບານພົນລະເຮືອນ ຂອງມຽນມາໃນເດືອນກຸມພາປີກາຍນີ້.
ເມື່ອມີການຖາມກ່ຽວກັບລາຍງານຂ່າວທີ່ວ່າ ທ່ານມາໂກສ ຈະບໍ່ເອົາເລື້ອງການຕັດສິນຂອງສານໄກ່ເກ່ຍຖາວອນທີ່ນະຄອນເຮັກໃນປີ 2016 ມາຫຍຸ້ງກ່ຽວ ຊຶ່ງ
ໄດ້ປະຕິເສດຕໍ່ການອ້າງເອົາອະທິປະໄຕເໜືອທະເລຈີນໃຕ້ນັ້ນ ທ່ານນາງພາກກ່າວວ່າ ທ່ານນາງຈະບໍ່ “ດ່ວນຕັດສິນລ່ວງໜ້າ” ກ່ຽວກັບແຜນການຂອງທ່ານມາໂກສ.
ວີໂອເອຖາມວ່າ ເລື້ອງທະເລຈີນໃຕ້ແມ່ນເປັນຫົວຂໍ້ລະດັບສູງຫຼືບໍ່ ສຳລັບກອງປະຊຸມສຸດຍອດພິເສດສະຫະລັດ-ອາຊຽນ? ສະຫະລັດມີແຜນການແນວໃດທີ່ຈະເຮັດວຽກຮ່ວມກັບກຸ່ມຈັດຕັ້ງພູມີພາກ ເພື່ອປາບປາມກິດຈະການທີ່ຜິດກົດໝາຍຢູ່ໃນທະເລຈີນໃຕ້.
ທ່ານນາງພາກຕອບວ່າ ທະເລຈີນໃຕ້ເປັນບັນຫາທີ່ມີຄວາມເປັນຫ່ວງອັນໃຫຍ່ຫຼວງ ແລະແນ່ນອນມັນຈະແມ່ນນຶ່ງໃນບັນຫາທີ່ພວກເຮົາຫາລືກັນ ທີ່ກອງປະຊຸມສຸດຍອດພິເສດອາຊ່ຽນ-ສະຫະລັດ ຊຶ່ງຈະມີຂຶ້ນໃນອາທິດນີ້. ດັ່ງນັ້ນ ພວກເຮົາຈຶ່ງມີຄວາມຕື່ນເຕັ້ນເປັນພິເສດ ແນ່ນອນ ຈະມີພວກຜູ້ນຳພາກັນມາພົບກັບປະທານາທິບໍດີໂຈ ໄບເດັນ.
ກ່ຽວກັບເລື້ອງທະເລຈີນໃຕ້ ນີ້ແມ່ນບັນຫາທີ່ໄດ້ສ້າງຄວາມເປັນຫ່ວງຢ່າງໃຫຍ່ ໂດຍທີ່ ສປ ຈີນໄດ້ເພີ້ມການເອົາບາດກ້າວໃນທາງລຸກ ແນ່ນອນ ນີ້ຈະເປັນສ່ວນນຶ່ງຂອງການຫາລືກັນ ທີ່ຈະມີຂຶ້ນກັບພວກຜູ້ນຳຂອງອາຊ່ຽນ. ມັນແມ່ນບັນຫາທີ່ພວກເຮົາໂອ້ລົມກັນກັບຄູ່ຕຳແໜ່ງຝ່າຍອາຊຽນກັບລັດຖະບານຂອງພວກເຮົາ. ດັ່ງນັ້ນ ພວກເຮົາຈຶ່ງຫວັງວ່າຈະໄດ້ປຶກສາຫາລືກັນຕື່ມກ່ຽວກັບເລື້ອງນີ້.