ສະຫະລັດ ຈະສົ່ງ ລະບົບຕໍ່ຕ້ານລູກສອນໄຟ ໄປໃຫ້ ເທີກີ

ລັດຖະມົນຕີປ້ອງກັນປະເທດ ທ່ານ Panetta ຢ້ຽມຢາມ ຖານທັບ ອາກາດ Incirlik ທີ່ ເທີກີ

ສະຫະລັດ ຈະ​ສົ່ງ ລະບົບ​ຕິດ​ຕັ້ງລູກ​ສອນ​ໄຟ Patriot ​ທີ່​ເປັນ​ລະ​
ບົບສະກັດ​ກັ້ນ​ລູກ​ສອນ​ໄຟ​ ແລະທະຫານ 400 ຄົນໄປ​ຍັງ ​ເທີກີ
ອັນເປັນ​ພາກ​ສ່ວນ​ຂອງ​ການດໍາເດີນ​ຄວາມ​ພະຍາຍາມ​ຊ່ວຍ​
ໃນ​ຂອບ​ເຂດ​ກວ້າງຂວາງຂຶ້ນ ​ເພື່ອຊ່ວຍ​ເທີ​ກີ ປ້ອງ​ກັນ​ຕົນ​ເອງ
ຕໍ່ການ​ໂຈມ​ຕີດ້ວຍ​ຈະ​ຫລວດ​ຈາກຊີ​ເຣຍ ທີ່ອາດ​ຈະ​ມີ​ຂຶ້ນ​ໄດ້ນັ້ນ. ​

​ໂຄສົກ ທໍານຽບຫ້າ​ແຈ ທ່ານ George Little ກ່າວ​ວ່າ ລັດຖະ
ມົນຕີ​ ປ້ອງ​ກັນ​ປະ​ເທດ ທ່ານ Leon Panetta ​ໄດ້​ເຊັນ​ຄໍາ​ສັ່ງ
ອະນຸມັດ​ໃຫ້​ປະຕິບັດ​ການ​ດັ່ງກ່າວ ກ່ອນ​ໜ້າທ່ານເດີນທາງ​ໄປ​
ເຖິງ ເທີ​ກີ ໜ້ອຍ​ນຶ່ງ ​ໃນ​ວັນ​ສຸກ​ວານນີ້ ​ເພື່ອ​ທໍາ​ການ​ຢ້ຽມຢາມ
ທີ່ບໍ່​ໄດ້​ມີ​ການປະກາດໃຫ້ຊາບ ລ່ວງ​ໜ້າ.

ທ່ານ​ Little ກ່າວ​ວ່າ ລະບົບ​ສະກັດ​ກັ້ນລູກ​ສອນ​ໄຟ Patriot
ຈະ​ຖືກ​ສົ່ງ​ໄປຕິດ​ຕັ້ງ​ໃນຫລາຍໆ​ອາທິດ​ຕໍ່ໜ້າ​ນີ້ ​ແຕ່​ທ່ານບໍ່​ຍອມ​ເປີດ​ເຜີຍ​ ສະຖານ​ທີ່​ຕິດ​ຕັ້ງ ​ຢູ່ໃນ​ເທີ​ກີ.

​ໃນ​ເວລາ​ຕໍ່​ມາ ​ໃນ​ລະຫວ່າງການ​ຢຸດ​ແວ່​ຊົ່ວຄາວ​ທີ່ ຖານ​ທັບ​ອາກາດ Incirlik ທ່ານ Panetta ​ໄດ້ກ່າວ​ຕໍ່ທະຫານ​ສະຫະລັດ ວ່າ ການ​ປະຕິ ບັດ​ການດັ່ງກ່າ​ວ ​ຈະ​ຊ່ວຍຄວາມ​ພະ​ຍາ​ຍາມ​ປ້ອງ​ກັນຕົນ​ເອງ ເທີ​ກີ.

​ເຢຍລະ​ມັນ​ກັບ​ເນ​ເທີ​ແລນ​ກໍຈະ​ສົ່ງລະບົບ​ສະກັດ​ກັ້ນ​ລູກ​ສອນ​ໄຟ Patriot ​ເຊ່ນ​ກັນ ​ອັນ​ເປັນ​ສ່ວນ​ນຶ່ງ​ຂອງການປະຕິບັດ​ການ​ ທີ່​ເນ​ໂຕ້ຈະ​ເປັນ​ຜູ້​ຄວບ​ຄຸມ. ​

ເນ​ໂຕ້​ໄດ້ອະນຸມັດ​ໃນ​ຕົ້ນ​ເດືອນ​ນີ້ ​ໃຫ້​ສົ່ງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໄປ​ໃຫ້​ເທີ​ກີ ຫລັງ​ຈາກ​ທີ່​ເທີ​ກີ​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ກັບ​ການ​ຍິງ ຂ້າມ​ຊາຍ​ແດນເຂົ້າ​ມາ​ຍັງ​ດິນ​ຂອງ​ຕົນ ຈາກ​ຊີ​ເຣຍ ​ແລະ​ຄວາມ​ເປັນ​ໄປ​ໄດ້​ທີ່ວ່າ ລັດຖະບານ​ຊີ​ເຣຍອາດຈະ​ໃຊ້​ອາວຸດ​ເຄມີ​ໂຈມ​ຕີຝ່າຍ​ກະບົດ​ນັ້ນ.