ສະຫະລັດ ຈະຄ້ຳປະກັນ ເງິນກູ້ຢືມ ແກ່ ຕູນີເຊຍ (ວີດີໂອ)

ປະທານາທິບໍດີ Barack Obama (ຂວາ)ແລະ ນາຍົກລັດ ຖະມົນຕີ Tunisia ທ່ານ Mehdi Jomaa (ຊ້າຍ)

ສະຫະລັດ ໄດ້ປະກາດ​ແຜນການ ທີ່​ຈະ​ສະໜອງການ​ຄຳ້
ປະກັນເງິນ​ກູ້​ຢືມ 500 ລ້ານ​ໂດ​ລາ​ ແກ່ ລັດຖະບານຕູ​ນີ​ເຊຍ.
ປະທາ​ນາ​ທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​
ປະກາດ​ໃຫ້ການ​ຊ່ວຍ​ເຫລືອ​ ໃນ​ລະຫວ່າງ​ການ​ພົບ​ປະ ​
ໃນວັນ​ສຸກ​ວານ​ນີ້​ ກັບນາຍົກລັດຖະມົນຕີ ຊົ່ວຄາວ ຂອງ
ຕູ​ນີເຊຍ ທ່ານ Mehdi Jomaa.

ທ່ານ Obama ກ່າວ​ວ່າ ຕູ​ນີ​ເຊຍ​ໄດ້​ຮັບຄວາມ​ກ້າວ​ໜ້າ
​ຊຶ່ງໄດ້ມີ​ການຄາດ​ຫວັງ ​ໄວ້ ເຖິງ​ແມ່ນ​ວ່າ ໄດ້ປະເຊີນໜ້າ
ກັບບັນຫາ​ທ້າ​ທາຍຕ່າງໆ ອັນ​ເປັນ​ພາກ​ສ່ວນນຶ່ງ ຂອງ​ຂັ້ນ
ຕອນໃນການກ້າວໄປສູ່ປະຊາທິປະ​ໄຕໃດໆກໍຕາມ.

ການ​ຊ່ວຍ​ເຫລືອ​ເທື່ອໃໝ່​ນີ້ ມີ​ຂື້ນ​ໃນ​ຮູບການຄຳ້ປະກັນເງິນ​ກູ້​ຢືມ ທີ່​ເຮັດ​ໃຫ້​ງ່າຍ​ຂື້ນ​ ສຳລັບຕູນີເຊຍທີ່ຈະກູ້​ຢືມ​ເງິນ​ໃນ​ຕະຫລາດ​ສາກົນ. ສະຫະລັດ ​ໄດ້​ສະ​ເໜີ ໃຫ້ການ
ຄຳ້ປະກັນ 485 ລ້ານ​ໂດ​ລາ ​ໃນ​ປີ 2012.

ການ​ຊ່ວຍ​ເຫ​ລື​ອດັ່ງກ່າວນີ້ ​ມີ​ຂື້ນ​ສາມ​ປີ​ຫລັງ​ຈາກ ໄດ້ມີ​ການ​ປະທ້ວງ ຮຽກຮ້ອງ ເອົາ​ປະຊາທິປະ​ໄຕ ທີ່ໄດ້ຂັບ​ໄລ່ ປະທານາທິບໍດີ Zine al-Abidine Ben Ali ທີ່​ໄດ້​ປົກ
ຄອງ​ມາ​ຍາວ​ນານ ອອກ​ຈາກອໍານາດ ຊຶ່ງໄດ້​ກໍ່​ໃຫ້​ເກີດ​ຄື້ນຟອງ ຂອງ ການລຸກຮືຂຶ້ນທີ່
ຄ້າຍຄື​ກັນນີ້ ໃນ​ທົ່ວອາ​ຟຣິກາເໜືອແລະພາກຕາ​ເວັນ​ອອກ​ກາງ.​

Your browser doesn’t support HTML5

US TUNISIA VO