ສະຫະລັດ ໃຫ້ກຽດແກ່ ບັນດາທະຫານ ໃນວັນນັກລົບເກົ່າ ມື້ນີ້

ຮ້ອຍເອກ ທະຫານນາວິກະໂຍທິນ ທ່ານນາງ Jill A. Leyden ກໍາລັງຈັບຫົວຫີນຝັງສົບຂອງໝູ່ເພື່ອນ ພັນຕີ Megan M. McClung ທີ່ ສຸສານແຫ່ງຊາດ ເມືອງ Arlington.

ບັນດາ​ຮ້ານ​ອາຫານ ​ແລະ​ຮ້ານ​ຂາຍ​ເຄຶ່ອງຫຍ່ອຍ​ຕ່າງ​ໆ ຢູ່​ທົ່ວ​
ສະຫະລັດ ກຳລັງ​ພາກັນ​ມອບ​ສິ່ງ​ຂອງໃຫ້ຟຣີ ຫລື​ບໍ່​ກໍຫລຸດ​ລາ
ຄາໃຫ້ ​ແລະ​ບໍລິການ​ແກ່​ບັນດາ ທະຫານ​ແຫ່ງ​ຊາດທີ່​ເປັນນັກ
​ລົບ​ເກົ່າ ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ໃຫ້​ກຽດ​ແກ່ ວັນນັກ​ລົບ​ເກົ່າ ຊຶ່ງ
​ເປັນວັນພັກ​ແຫ່ງຊາດປະຈຳ​ປີ.

ການສະ​ແດງ​ອອກ​ມາ​ເຖິງ​ຄວາມ​ເພິ​ງພໍ​ໃຈ ແມ່ນ​ເປັນໄປ​ຕາມ
​ປະ​ເພນີຫລາຍ​ກວ່າ ​ແລະ​ການ​ໄວ້ອາ​ໄລ ຮ່ວມ​ທັງການ​ວາງ
​ພວງ​ມະລາ​ໂດຍ ປະທານາທິບໍດີ Barack Obama ທີ່​ຂຸມ
ຝັງ​ສົບ​ທະຫານນິລະນາມ ທີ່ສຸສານແຫ່ງ​ຊາດ ຢູ່​ຟາກ​ແມ່​ນໍ້າ
Potomac ຈາກ​ນະຄອນຫລວງ​ຂອງ​ປະ​ເທດ.

ວັນ​ພັກນັກ​ລົບ​ເກົ່າ ​ເປັນ​ວັນ​ໃຫ້​ກຽດ​ແກ່ ບັນດາ​ຜູ້​ຊາຍ ​ແລະຜູ້ຍິງ ທີ່​ໄດ້​ຮັບ​ໃຊ້​ຢູ່ ໃນ​ກອງ
ທັບ​ສະຫະລັດ ມີ​ມາ​ຕັ້ງ​ແຕ່​ປີ 1919 ​ເວລາ​ປະທານາທິບໍດີ Woodrow Wilson ປະກາດ​
ເອົາ​ວັນ​ທີ 11 ​ເດືອນ​ພະຈິກ ​ເປັນ​ວັນ​ສະຫງົບ​ເສິກ ​ເພື່ອ​ສະຫລອງ​ສີ້​ນສຸດ​ການ​ສູ້​ລົບ ທີ່​ກົງ
​ກັບ​ໜຶ່ງ​ປີ ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ່​ໜຶ່ງ “ສົ​ງຄາມ​ທີ່​ສີ້​ນລົງ ​ຂອງສົງຄາມທັງ​ໝົດ” ລະ​ຫວ່າງ​
ເຢຍຣະມັນ ​ແລະ​ບັນດາ​ປະ​ເທດ​ພັນທະ​ມິດ ທີ່​ປະ​ກອບ​ດ້ວຍ ອັງກິດ ຝຣັ່ງ ​ແລະ​ສະຫະ
ລັດ. ການ​ຢຸດ​ຍິງ​ຣູ້ກັນ​ດີ​ ທີ່ໄດ້​ເລີ້ມ​ເປັນ​ຜົນ​ໃຊ້ “​ໃນ​ເວລາ​ສິ​ບເອັດ​ຊົ່ວ​ໂມງ ຂອງ​ມື້​ທີ່​ສິບ
​ເອັດ ຂອງ​ເດືອນ​ສິບ​ເອັດ.”

ວັນ​ສະຫງົບ​ເສິກ ​ໄດ້​ກາຍ​ມາ​ເປັນ​ວັນພັກລາດຊະ​ການຂອງ​ສະຫະລັດ ​ໃນ​ປີ 1938 ​ແລະ
​ດຳ​ເນີນ​ມາ​ຈົນ​ເຖິງ​ປີ 1954 ​ເວລາ​ໄດ້​ປ່ຽນ​ມາ​ໃສ່​ຊື່​ໃໝ່​ວ່າ Veterans Day ຫລື​ວັນ​ນັກ
​ລົບ​ເກົ່າ ຫລັງ​ຈາກ​ສອງສົງຄາມໂລກ ​ແລະ​ສົງຄາມ​ເກົາຫລີ. ວັນພັກ​ນີ້​ແບ່ງ​ແຍກ​ອອກມາ
​ຈາກ ​ວັນພັກ​ໄວ້ອາ​ໄລ ຫລື Memorial Day ທີ່​ສະຫລອງ​ກັນ​ໃນ​ວັນ​ຈັນ​ສຸດ​ທ້າຍ​ຂອງ
ເດືອນ​ພຶດສະພາ ​ເພື່ອ​ໃຫ້ກຽດ​ໄວ້ອາ​ໄລ​ແກ່​ບັນດາ ບັນດາທະຫານ​ທີ່​ໄດ້ຮັບ​ໃຊ້ ຍິງ​ແລະ
​ຊາຍ ທີ່​ເສຍ​ຊີວິດຢູ່​ໃນ​ສົງຄາມປາງຕ່າງໆ.

ວັນ​ພັກນັກ​ລົບ​ເກົ່າຫຼືທະຫານຜ່ານເສິກ​ສະຫະລັດ ຍັງ​ກົງກັນ​ກັບ​ວັນພັກ ຂອງສະ​ໄໝ​
ສົງຄາມ​ໂລກ​ຄັ້ງ​ທີ່​ໜຶ່ງ ຢູ່​ທົ່ວ​ໂລກ ຮ່ວມ​ທັງວັນໄວ້ອາ​ໄລ​ຢູ່ໃນອັງກິດ ​ແລະ​ບັນດາ​ປະ​ເທດ​
ອານາ​ນິຄົມ ອອສ​ເຕ​ຣ​ເລຍ ​ແລະ​ກາ​ນາ​ດານຳ.