ສະຫະລັດ ລະບຸໃຫ້ ໂຄລອມເບຍ ເປັນພັນທະມິດທີ່ສຳຄັນ ທີ່ບໍ່ແມ່ນສະ​ມາ​ຊິກອົງການເນໂຕ້

ປະທານາທິບໍດີ ໂຈ ໄບເດັນ ພົບປະກັບປະທານາທິບໍດີ ໂຄລອມເບຍ ອີວານ ດູເກ ມາຣເກສ ຊຶ່ງບໍ່ເຫັນຢູ່ໃນພາບນີ້, ໃນຫ້ອງຄະນະລັດຖະບານ ຂອງທຳນຽບຂາວ, ເມື່ອວັນທີ 10 ມີນາ 2022.

ປະທານາທິບໍດີໂຈ ໄບເດັນ ໄດ້ກ່າວໃນວັນພະຫັດວານນີ້ວ່າ ທ່ານຕັ້ງໃຈທີ່ຈະລະ​ບຸ​ໃຫ້ປະເທດໂຄລອມເບຍ “ເປັນພັນທະມິດທີ່ສຳຄັນບໍ່​ແມ່ນ​ສະ​ມາ​ຊິກຂອງອົງການເນໂຕ້” ເຊິ່ງເປັນການປະກາດໃນເວລາທີ່ເໝາະສົມ ໂດຍສະເພາະສຳລັບປະເທດໃນເຂດອາເມຣິກາໃຕ້ແຫ່ງນີ້ ທີ່ເຫັນວ່າເປັນກຳແພງກີດກັ້ນເວເນຊູເອລາ ຊຶ່ງເປັນພັນທະມິດຂອງຣັດເຊຍ ແລະເປັນສັດຕູຂອງສະຫະລັດ.

ປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ, ຂວາ, ຈັບມືກັບປະທານາທິບໍດີເວເນຊູເອລາ ນິໂກລັສ ມາດູໂຣ ໃນວະຫວ່າງ ການພົບປະກັນ ໃນວັງເຄຣມລິນ ທີ່ນະຄອນຫຼວງມົສກູ ຂອງຣັດເຊຍ, ເມື່ອວັນທີ 25 ກັນຍາ 2019.

ທ່ານໄບເດັນ ເວົ້າວ່າ “ມື້ນີ້ ຂ້າພະເຈົ້າພູມໃຈ ທີ່ປະກາດວ່າ ຂ້າພະເຈົ້າຕັ້ງໃຈ ທີ່ຈະລະບຸໃຫ້ໂຄລອມເບຍ ເປັນພັນທະມິດທີ່ສຳຄັນ ບໍ່​ແມ່ນ​ສະ​ມາ​ຊິກຂອງອົງ ການເນໂຕ້...ອັນນັ້ນ ເປັນສິ່ງທີ່ເຈົ້າເປັນ.” ທ່ານກ່າວຕໍ່ໄປອີກວ່າ “ອັນນີ້ ເປັນການຍອມຮັບເຖິງສາຍສຳພັນທີ່ເປັນເອກະລັກແລະໃກ້ຊິດລະຫວ່າງປະເທດຂອງພວກເຮົາ.”

ໂຄລອມເບຍ ມີຊາຍແດນທີ່ຍາວຢຽດຕິດກັບເວເນຊູເອລາ ທີ່ເປັນປະເທດຜະລິດນ້ຳມັນ ເຊິ່ງໄດ້ຮັບຄວາມສົນໃຈຄັ້ງໃໝ່ ຈາກວໍຊິງຕັນ ຂະນະເກີດການບຸກລຸກຢູເຄຣນຂອງຣັດເຊຍ ທີ່ໄດ້ກະຕຸ້ນໃຫ້ສະຫະລັດ ຫ້າມນຳເຂົ້າພະລັງງານຂອງຣັດເຊຍ ສົ່ງຜົນເຮັດໃຫ້ຕະຫຼາດນ້ຳມັນ ໃນທົ່ວໂລກສັ່ນສະເທືອນ.

ໂຄລອມເບຍ ເປັນບ່ອນຢູ່ອາໄສຂອງອົບພະຍົບຈາກເວເນຊູເອລາ ຈຳນວນ 1 ລ້ານ 8 ແສນຄົນ. ປະທານາທິບໍດີ ອີວານ ດູເກ ມາຣເກສ (Ivan Duque Marquez) ເປັນຜູ້ຕຳໜິຕິຕຽນຜູ້ນຳຂອງເວເນຊູເອລາ ນິໂກລັສ ມາດູໂຣ ຢ່າງກົງໄປກົງມາ ຜູ້ທີ່ຢູ່ພາຍໃຕ້ມາດຕະການລົງໂທດຂອງສະຫະລັດສຳລັບການລະເມີດສິດທິມະນຸດ ແລະການປາບປາມທາງດ້ານການເມືອງ ແລະເມື່ອມໍ່ໆມານີ້ ເປັນຜູ້ທີ່ໄດ້ສະແດງໃຫ້ການສະໜັບສະໜຸນແກ່ປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ທ່າມກາງເກີດສົງຄາມຢູ່ໃນຢູເຄຣນ.

ທ່ານດູເກ ໄດ້ເວົ້າວ່າ “ພວກເຮົາຮູ້ບຸນຄຸນຫຼວງຫຼາຍ ທີ່ທ່ານໄດ້ຕັດສິນໃຈລະບຸ ໂຄລອມເບຍ ເປັນພັນທະມິດ ທີ່​ບໍ່​ແມ່ນ​ສະ​ມາ​ຊິກອົງການເນໂຕ້ ຕົ້ນຕໍນັ້ນ ເພາະວ່າ ອັນນັ້ນເປັນການຍອມຮັບຂອງຄ່ານິຍົມ ແລະຫຼັກການທີ່ພວກເຮົາມີຮ່ວມກັນ.”

ເຈົ້າໜ້າທີ່ລັດຖະບານຂອງທ່ານໄບເດັນ ໄດ້ເດີນທາງໄປຢ້ຽມຢາມນະຄອນຫຼວງ ກາຣາກັສ ເມື່ອອາທິດແລ້ວນີ້ ເພື່ອປຶກສາຫາລືກັບລະບອບການປົກຄອງຂອງທ່ານມາດູໂຣ ກ່ຽວກັບຄວາມເປັນໄປໄດ້ໃນການຫລຸດຜ່ອນມາດຕະການລົງໂທດຂອງສະຫະລັດ ເພື່ອຈະອະນຸຍາດໃຫ້ນຳເຂົ້ານ້ຳມັນ. ໃນອາທິດນີ້ ເວເນຊູເອລາ ໄດ້ປ່ອຍໂຕຊາວອາເມຣິກັນສອງຄົນ ຜູ້ທີ່ໄດ້ຖືກຄຸມຂັງຢູ່ໃນປະເທດດັ່ງກ່າວ.

ທ່ານແອດດີ ອາເຊວີໂດ (Eddy Acevedo) ຈາກສູນກາງເພື່ອນັກວິຊາການ ວູດໂຣ ວີລສັນ ລະຫວ່າງປະເທດ ໄດ້ກ່າວວ່າ ໂຄລອມເບຍຍັງມີອີກຫຼາຍຢ່າງ ທີ່ຈະນຳສະເໜີໃຫ້ແກ່ສະຫະລັດ ໃນຊ່ວງເວລາທີ່ອ່ອນໄຫວຢູ່ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ