ສະຫະລັດ ໄດ້ຍຸຕິການຕື່ມນ້ຳມັນ ໃຫ້ແກ່ເຮືອບິນລົບ ຈາກກຳລັງແນວໂຮມ ນຳພາໂດຍ
ຊາອຸດີ ທີ່ປະຕິບັດການ ຢູ່ໃນເຢເມນ.
ຊາອຸດີ ອາຣາເບຍ ກ່າວຢູ່ໃນຖະແຫຼງການວ່າຕົນໄດ້ຮ້ອງຂໍໃຫ້ໂຈະຕໍ່ໂຄງການດັ່ງ
ກ່າວເພາະວ່າແນວໂຮມ ບັດນີ້ສາມາດປະຕິບັດງານການເຕີມນ້ຳມັນທາງອາກາດ. ບັນ
|ດາເຈົ້າໜ້າທີ່ສະຫະລັດ ກ່າວວ່າປະມານ 20 ເປີເຊັນຂອງແນວໂຮມ ໄດ້ຮັບການເຕີມ
ນ້ຳມັນຈາກສະຫະລັດ.
ລັດຖະມົນຕີປ້ອງກັນປະເທດ ທ່ານຈິມ ແມັດຕິສ ກ່າວຢູ່ໃນຖະແຫຼງການວ່າ “ພວກເຮົາ
ສະໜັບສະໜູນການຕັດສິນໃຈ ໂດຍອານາຈັກຊາອຸດີ ອາຣາເບຍ. ສະຫະລັດ ແລະ
ແນວໂຮມ ກຳລັງວາງແຜນຮ່ວມມືໃນການສ້າງຕັ້ງກຳລັງເຢເມນໃຫ້ຖືກຕ້ອງ ເພື່ອປ້ອງ
ກັນຊາວເຢເມນ ຮັກສາຊາຍແດນປະເທດເຂົາເຈົ້າ ແລະຊ່ວຍເຫຼືອຕ້ານຄວາມພະຍາ
ຍາມ ຂອງພວກກໍ່ການຮ້າຍ ອາລໄຄດາ ແລະ ISIS ຢູ່ໃນເຢເມນ ແລະໃນຂົງເຂດ.”
ແນວໂຮມທີ່ນຳພາໂດຍຊາອຸດີ ອາເຣເບຍ ໄດ້ເລີ້ມຖີ້ມລະເບີດໃສ່ພວກກະບົດຮູທີ ທີ່
ໜູນຫຼັງໂດຍອີຣ່ານ ໃນການສະໜັບສະໜູນລັດຖະບານເຢເມນ ໃນເດືອນມີນາ 2015.
ນັບແຕ່ນັ້ນມາ ສະຫະປະຊາຊາດໄດ້ຄາດຄະເນ ຫຼາຍກວ່າ 10,000 ຄົນໄດ້ເສຍຊີວິດ
ສ່ວນໃຫຍ່ມາຈາກການຖິ້ມລະເບີດ.
ພວກຜູ້ຊາຍຊາວເຢເມນ ພາກັນຫາມຫີບສົບເດັກນ້ອຍຜູ້ຊາຍ ທີ່ເສຍຊີວິດຈາກການຖີ້ມລະເບີດ ຂອງແນວໂຮມຊາອຸດີ ວັນທີ 13 ສິງຫາ 2018.
ບໍ່ເປັນທີ່ແຈ່ມແຈ້ງທັນທີ່ວ່າ ການເສັດສິ້ນປະຕິບັດງານເຕີມນ້ຳມັນຂອງສະຫະລັດ ຈະ
ເປັນຜົນກະທົບຕໍ່ກິດຈະການແນວໂຮມໃນເຢເມນຢ່າງໃດ.
ການເຄື່ອນໄຫວເພື່ອເສັດສິ້ນການເຕີມນ້ຳມັນທາງອາກາດ ຍັງເກີດຂຶ້ນທ່າມກາງການ
ຮ້ອງໂຮຂອງສາກົນ ກ່ຽວກັບການຄາດຕະກຳນັກຂ່າວ ຊາອຸດີ ທ່ານຈາ ມາລ ຄາຊອກກີ
ເມື່ອເດືອນແລ້ວນີ້ ຢູ່ໃນກົງສຸນຊາອຸດີ ໃນເທີກີ.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານຈອນ ແມັດຕິສ ຢູ່ໃນພິທີ ທີ່ທຳນຽບຫ້າແຈ ວັນທີ 21 ກັນຍາ 2018.
ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນິໂອ ກຸເຕຣເຣສ໌ ໄດ້ກ່າວໃນຕົ້ນ
ເດືອນນີ້ວ່າເຢເມນ ກຳລັງຫາທາງ “ກ່ຽວກັບອັນຕະລາຍ” ແລະໄດ້ຮ້ອງປະຊາຄົມສາກົນ
ໃຫ້ຢຸດເຊົາຄວາມຮຸນແຮງ ແລະປ້ອງກັນຄວາມຫາຍຍະນະ. ທ່ານໄດ້ກ່າວເພີ້ມອີກວ່າ
ຊາວເຢເມນ 14 ລ້ານຄົນ ອາດຈະຢູ່ໃນຄວາມສ່ຽງ ຂອງຄວາມອຶດຢາກ.