​​​​ສະຫະລັດ ​​ສັ່ງ​ໃຫ້​ນັກການ​ທູດຣັດ​ເຊຍ ໜີ​ອອກ​ໄປຈາກ​ປະ​ເທດ​

Una de las muchas vallas de protección instaladas para evitar el acceso al Capitolio. 16 de Enero de 2021.

ສະຫະລັດ ​ໄດ້​ສັ່ງ​ ໃນວັນຈັນ​ວານ​ນີ້ ໃຫ້​ນັກການ​ທູດຣັດ​ເຊຍ 60 ຄົນທີ່ຕົນກ່າວຫາວ່າ ​
ທຳ​ການ​ສືບ​ລັບ ​ໜີ​ອອກ​ໄປຈາກ​ປະ​ເທດ​ ພາຍ​ໃນນຶ່ງ​ສັບປະດາ​ນີ້. ອີງ​ຕາມ​ທຳນຽບຂາວ
ແລ້ວແມ່ນວ່າ ມີ ປະ​ເທດ​ອື່ນໆ ອີກ 22 ປະ​ເທດ ທີ່​ຮວມທັງ ຝຣັ່ງ, ​ເຢຍຣະມັນ ​ແລະ​
ໂປ​ແລນ ກໍໄດ້​ຂັບໄລ່​ເຈົ້າ​ໜ້າ​ທີ່ໜ່ວຍສື​ບລັບຣັດ​ເຊຍ​ ອອກໄປ ລວມທັງ​ໝົດ 77 ຄົນ.
ລາຍ​ຊືື່​ຂອງທຳນຽບຂາວ ບໍ່ໄດ້​ຮວມເອົາອອສ​ເຕຣຍ​ເລຍ ທີ່​ໄດ້​ປະກາດໃນ​ວັນ​ອັງຄານ
​ມື້​ນີ້ ວ່າ ຕົນໄດ້ໄລ່​ເຈົ້າ​ໜ້າ​ທີ່​ “ທີ່​ບໍ່​ໄດ້​ລະບຸ​ວ່າ​ແມ່ນ​ພວກ​ນັກ​ສືບ” ຈຳນວນ 2 ຄົນ
ອອກປະເທດ.

ອີງ​ຕາມ​ກະຊວງການ​ຕ່າງປະ​ເທດ​ແລ້ວແມ່ນວ່າ ການ​ເອົາ​ບາດກ້າວຂອງ​ສະຫະລັດ
ກ່ຽວ​ກັບ​ການ​ປິດ​ສະຖານ​ກົງ​ສຸນ​ຂອງຣັດ​ເຊຍ​ໃນ​ປະ​ເທດ​ ແມ່ນ​ເປັນ​ການໂຕ້​ຕອບ​ຕໍ່
​ມົສກູ “ທີ່​ລະເມີດຂໍ້ຕົກລົງຫ້າມອາວຸດເຄມີ​ອາວຸດ​ເຄມີ​ແລະ​ລະເມີດ​ກົດໝາຍ​ສາກົນ,”
ທີ່​ພົວພັນກັບ​ການ​ໃຊ້​ສານພິດ ​ໂຈມ​ຕີ​ອະດີດ​ສອດ​ແນມ​ນົກສອງ​ຫົວ​ຂອງຣັດ​ເຊຍ​
ກັບ​ລູກ​ສາວຂອງລາວ​ໃນປະເທດ​ອັງກິດ.

ເຊີນຊົມ: ເຈົ້າໜ້າທີ່ທາງການທູດຣັດເຊັຍ ຖືກຂັບໄລ່ອອກນອກປະເທດ

Your browser doesn’t support HTML5

US Expels 60 Russians After 'Brazen' Poisoning of Former Russian Spy in the UK

ນອກນັ້ນ ອັງກິດ ​ແລະ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ ​ລວມທັງ​ອົງການ​ເນ​ໂຕນຳ ໄດ້​ປະນາມ
ຣັດ​ເຊຍອະທິບາຍ​ເຖິງ​ ສຳ​ລັບ​ການ​ໂຈມ​ຕີດ້ວຍອາວຸດ​ເຄມີ​ ໃນ​ວັນ​ທີ 4 ມີນາ​ຜ່ານ​ມາ​ ​
ໃນ​ເມືອງ​ໂຊ​ລສແບຣີ.

ໂດຍການ​ເອົາ​ບາດກ້າວ​ຂອງ​ທຳນຽບຂາວນັ້ນ ທາງ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ສະຫະລັດ
ຜູ້ນຶ່ງ ກ່າວວ່າ “ຣັດ​ເຊຍ ​ໄດ້​ຮ້ອງໂຮ​ແບບສຽງ​ກຶກກ້ອງຢ່າງ​ສະໜັ່ນ​ຫວັ່ນ​ໄຫວທັງເອົາ
ບາດກ້າວ​ແບບ​ຮຸກ​ຮານບຸກລຸກ​ນຳ,”.

ສະຫະລັດ ໄດ້ອອກຄຳ​ສັ່ງ​ໃຫ້​ປິດ​ສະຖານກົງ​ຊຸນ ຣັດ​ເຊຍ ​ພາຍ​ໃນ​ວັນ​ທີ 2 ​ເມສາ ​
ໃນ​ເມືອງ​ທ່າ​ປາ​ຊິກ​ຟິກ ທີ່​ນະຄອນ​ຊີ​ອາ​ເຕິລ ລັດວໍ​ຊີງ​ຕັນ ທີ່​ຮູ້​ກັນວ່າເປັນບ່ອນຢູ່ໃກ້​ໆ
ກັບ​ໂຮງງານສ້າງ​ເຮືອບິນ​ໂບອິ້ງ ​ແລະ​ຖານ​ທັບ​ທະຫານ​ເຮືອກິ​ຕສາບ ທີ່​ເປັນ​ທ່າເຮືອ
​ດຳ​ນ້ຳບັນຈຸ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ. ​

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທເຣຊາ ເມ (Theresa May) ແມ່ນກຳກັບໂດຍ ຜູ້ບັນຊາການຕຳຫຼວດ ວິລໄຊນ໌ (Wiltshire) ທ່ານເຄຍ ພຣິຊາຣກ (Kier Pritchard) ແລະ ທ່ານ ຈອນ ແກລນ, ໃນຂະນະທີ່ ທ່ານນາງກວດກາເບິ່ງ ເຂດທີ່ເກີດເຫດວາງຢາພິດໃສ່ ອະດີດສອດແນມນົກສອງຫົວ ຂອງຣັດເຊຍ ທ່ານເຊີເກ ສປຣີປາລ (Sergei Skripal) ແລະລູກສາວຂອງລາວ.